ໜ້າຫລັກ
ພາກສະເໜີ
ກ່ຽວກັບ ສ.ປ.ປ ລາວ
ທີ່ຕັ້ງ ແລະ ພາລະບົດບາດຂອງສະພາແຫ່ງຊາດ
ປະຫວັດຄວາມເປັນມາຂອງສະພາແຫ່ງຊາດ
ປະທານສະພາ ແຕ່ລະຊຸດ
ການຈັດຕັ້ງສະພາແຫ່ງຊາດ
ຄະນະ
ຄະນະປະທານສະພາແຫ່ງຊາດ
ຄະນະປະຈຳ
ກຳມາທິການ
ຄະນະເລຂາທິການ
ກຳມາທິການກົດໝາຍ
ກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ
ກຳມາທິການແຜນການ, ການເງິນ ແລະ ການກວດສອບ
ກຳມາທິການວັດທະນະທຳ-ສັງຄົມ
ກຳມາທິການບັນດາເຜົ່າ
ກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ກຳມາທິການຍຸຕິທຳ
ກຳມາທິການການຕ່າງປະເທດ
ກຳມາທິການວຽກງານສະມາຊິກສະພາແຫ່ງຊາດ
ສະຖາບັນຄົ້ນຄ້ວານິຕິກຳ
ສະມາຊິກສະພາ
ນິຕິກຳ
ລັດຖະທຳມະນູນ
ບັນດາກົດໝາຍ
ມະຕິກອງປະຊຸມສະພາ
ການຮ່ວມມືສາກົນ
ນະໂຍບາຍການຕ່າງປະເທດ
ນະໂຍບາຍການຕ່າງປະເທດ
ປະຫວັດຄວາມເປັນມາ
ການຊ່ວຍເຫຼືອຈາກສາກົນ
ຮູບພາບການເຄື່ອນໄຫວວຽກງານການຕ່າງປະເທດ
ການພົວພັນລັດຖະສະພາສອງຝ່າຍ
ການຮ່ວມມືກັບລັດຖະສະພາຕ່າງປະເທດ
ການຢ້ຽມຢາມຕ່າງປະເທດ
ການຕ້ອນຮັບຄະນະຜູ້ແທນຕ່າງປະເທດ
ຄະນະມິດຕະພາບລັດຖະສະພາ
ການພົວພັນອົງການລັດຖະສະພາສາກົນ
ການຮ່ວມມືກັບອົງການລັດຖະສະພາພາກພື້ນ ແລະ ສາກົນ
ການເຂົ້າຮ່ວມກອງປະຊຸມສາກົນ
ເຈົ້າພາບກອງປະຊຸມສາກົນ
ສັດຕະຍາບັນ
ສາຍດ່ວນສະພາ
Facebook
Youtube
ລາວ
Search
START TYPING AND PRESS ENTER TO SEARCH
ສືບຕໍ່ລົງຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ມະຕິຂອງກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ ຢຸ່ເມືອງໜອງແຮດ
ກ.ຍ. 29, 2023
|
ເຂດ 9 ຊຽງຂວາງ
Facebook Share
Whatsapp Share
Email Share
ເພື່ອຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກໍາຕ່າງໆຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ຂອງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ9 ແລະ ສະມາຊິກສະພາປະຊາຊົນແຂວງທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ສະນັ້ນມາໃນລະຫວ່າງວັນທີ 18-19 ກັນຍາ 2023 ທ່ານ ວຽງໄຊ ສີວິໄລ ກຳມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍ 3 ຄະນະກໍາມະການ ແລະ ພະນັກງານສະພາປະຊາຊົນແຂວງ ໄດ້ລົງຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ມະຕິຂອງກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ ຢຸ່ເມືອງໜອງແຮດ
ໃນໂອກາດທີ່ໄດ້ລົງຕິດຕາມກວດກາໃນຄັ້ງນີ້ເມືອງໄດ້ໄປຢ້ຽມຢ້າມ ແລະ ເຮັດວຽກຢູ່ບ້ານແກ່ວປະຕູ ເມືອງໜອງແຮດ ແຂວງຊຽງຂວາງ ເພື່ອໄປເກັບກໍາຄໍາຄິດຄໍາເຫັນຂອງປະຊາຊົນ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດໜ້າທີ່ວຽກງານຕໍ່ບັນຫາທີ່ເຫັນວ່າມີຄວາມຫຍຸ້ງຍາກສັບສົນຂອງບ້ານ. ໃນຕອນແລງຂອງວັນດຽວກັນ ຄະນະທິມງານຂອງສະພາປະຊາຊົນແຂວງ ໄດ້ປະຊຸມຮ່ວມກັບອົງການປົກຄອງເມືອງ ເພື່ອຕິດຕາມກວດກວດກາການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດ ໝາຍ ແລະ ມະຕິຂອງກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ, ໃນທີ່ປະຊຸມ ທ່ານ ຕູ້ຢ່າ ຢົງວ່າ ເລຂາພັກເມືອງ ເຈົ້າເມືອງໜອງແຮດ ໄດ້ລາຍງານສະພາບ ການເຄື່ອນໄຫວວຽກງານຂອງຕົນໃນໄລຍະຜ່ານມາ ເຊິ່ງຍົກໃຫ້ເຫັນເຖິ່ງ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສະພາບຄວາມເປັນຈິງຂອງການເຄື່ອນໄຫວວຽກງານ, ພ້ອມນັ້ນຍັງຮັບຟັງການເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ພ້ອມນັ້ນຄະນະສະມາຊິກສະພາປະຊາຊົນແຂວງ ຍັງໄດ້ມີເຈາະຈິ້ມຄໍາຖາມເຈາະຈິ້ມທີ່ກ່ຽວພັນກັບບັນດາຫ້ອງການຂອງເມືອງເປັນຕົ້ນແມ່ນ: ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ, ວຽກງານການຂຸດຄົ້ນແຮ່ຂອງບັນດາບໍລິສັດທີ່ມາລົງທຶນຢູ່ພາຍໃນເມືອງ, ການປະຕິບັດຄໍາຕັດສິນຂອງສານ, ການຊຸກຍູ້ການຜະລິດ, ບັນຫາຢາເສບຕິດ ແລະ ອື່ນໆອີກ. ຍັງໄດ້ຮັບຟັງການເຜີຍແຜ່ກົດໝາຍ ແລະ ນິຕິກໍາຕ່າງໆ ກ່ຽວຂ້ອງກັບວຽກງານທະນາຄານຈາກທະນາຄານກາງສາຂາພາກເໜືອ (ແຂວງຊຽງຂວາງ) ນອກນັ້ນບັນດາຜູ້ແທນກອງປະຊຸມໄດ້ມີຄໍາເຫັນແລກປ່ຽນເຊິ່ງກັນ ແລະ ກັນ ເປັນຕົ້ນແມ່ນ: ການກໍ່ສ້າງຂົວພຽງຮົ່ງ, ການຈັດສັນເງິນພັດທະນາທ່ອງຖິ່ນ, ຄ່າຊົດເຊີຍຈາກຜົນກະທົບ ຂອງບັນດາໂຄງການຕ່າງໆ, ການແກ້ໄຂຂໍ້ຂັດແຍ່ງທີ່ດິນ ແລະ ບັນຫາອື່ນໆ ເພື່ອໃຫ້ຂັ້ນເທິ່ງຄົ້ນຄວ້າ ແລະ ຂໍທິດຊີ້ນຳ ເພື່ອສະດວກໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ມີຄວາມຖືກຕ້ອງ ແລະ ສອດຄ່ອງກັບສະພາບ ຄວາມເປັນຈິງ.
ນອກນັ້ນ ທ່ານ ວຽງໄຊ ສີວິໄລ ຍັງໄດ້ຊີ້ນໍາ ໃຫ້ຄະນະພັກ, ຄະນະນໍາອົງການປົກຄອງເມືອງໜອງແຮດ ຈົ່ງຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ ບົນພື້ນຖານສອດຄອງກັບລັດຖະທຳມະນູນ, ກົດໝາຍ, ສືບຕໍ່ປະຕິບັດສິດ ແລະ ໜ້າທີ່ຂອງຕົນ, ເອົາໃຈໃສ່ພົວພັນປະສານງານກັບຂະແໜງການທີ່ກ່ຽວຂ້ອງ ໃຫ້ຈອດກັນ ເພື່ອໃຫ້ສະດວກໃນການຈັດຕັ້ງປະຕິບັດວຽກງານ. ການລົງຕິດຕາມກວດກາຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ (STEPS).
ສະພາປະຊາຊົນແຂວງຊຽງຂວາງ
ຂ່າວໂດຍ: ນາງ ສຸກສະຫວັນ ອິນທະແສງ