ສືບຕໍ່ຍົກລະດັບເສັ້ນທາງຫຼວງແຫ່ງຊາດ ໃຫ້ຮັບນ້ຳໜັກໄດ້ 11 ໂຕນ/ເພົາ

ມ.ຖ. 19, 2025 | SlideMobile, ຂ່າວກອງປະຊຸມ, ຂ່າວເດັ່ນ

(ສພຊ) – ວັນທີ 10 ມິຖຸນາຜ່ານມາ, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງມີດັ່ງນີ້:

1. ຕາໜ່າງເສັ້ນທາງໃນປັດຈຸບັນສ່ວນຫຼາຍ ອອກແບບເພື່ອຮັບນໍ້າໜັກໄດ້ພຽງ 8.2 ແລະ 9.1 ໂຕນ/ເພົາ, ມີປະມານ 1 ພັນກິໂລແມັດ (ກມ) ເທົ່ານັ້ນ ຮັບນໍ້າໜັກໄດ້ 11 ໂຕນ/ເພົາ (ມາດຕະຖານອາຊຽນ); ປັດຈຸບັນທາງຫຼວງແຫ່ງຊາດ ມີຄວາມຍາວ 7,880 ກມ ໂດຍສະເພາະເສັ້ນທາງທີ່ເປັນທາງຫຼວງອາຊຽນ 2,855 ກມ ແມ່ນສືບຕໍ່ຍົກລະດັບໃຫ້ໄດ້ 11 ໂຕນ/ເພົາ. ສຳລັບທິດທາງໃນຕໍ່ໜ້າ ໄດ້ມອບວຽກ ແລະ ງົບປະມານໃຫ້ພະແນກ ຍທຂ ແຂວງ-ນະຄອນຫຼວງ ເປັນຜູ້ປະຕິບັດວຽກສ້ອມແປງທາງຫຼວງແຫ່ງຊາດ ໂດຍສຸມໃສ່ 4 ແຂວງເຊັ່ນ: ວຽງຈັນ, ຫຼວງພະບາງ, ອຸດົມໄຊ ແລະ ຫຼວງນໍ້າທາ; ປັບປຸງກົນໄກການຄຸ້ມຄອງ ແລະ ນໍາໃຊ້ເສັ້ນທາງ ດ້ວຍຮູບແບບສັນຍາຟື້ນຟູ, ຍົກລະດັບ ແລະ ບູລະນະຮັກສາ ໃນໄລຍະຍາວ (10ປີ) ໂດຍພາກລັດເປັນຜູ້ເກັບເງິນຄ່າຜ່ານທາງ, ປັດຈຸບັນ ໄດ້ສໍາເລັດການເຊັນ MOU ກັບບໍລິສັດທີ່ກ່ຽວຂ້ອງ ເຮັດທົດລອງຢູ່ທາງເລກ 9 ແລະ ສຶກສາການເກັບເງິນຢູ່ທາງ 13 ໃຕ້ ດ້ວຍການເກັບເງິນສະເພາະລົດບັນທຸກທີ່ມີນໍ້າໜັກເກີນ 12 ໂຕນຂຶ້ນໄປ; ໃຫ້ບໍລິສັດຂຸດຄົ້ນ ແລະ ຜູ້ປະກອບການຂົນສົ່ງແຮ່ທາດ ມີພັນທະດ້ານງົບປະມານເຂົ້າໃນການຍົກລະດັບ, ສ້ອມແປງ ແລະ ບູລະນະຮັກສາເສັ້ນທາງ; ຂົນຂວາຍບໍລິສັດ ເພື່ອສ້າງອຸໂມງພູ 9 ຫຼັກ ແລະ ກວດກາມາດຕະຖານເຕັກນິກ ແລະ ຄວາມປອດໄພ ໂດຍສະເພາະຢູ່ທາງເຂດພູດອຍ.

2. ການຄຸ້ມຄອງນໍ້າໜັກລົດບັນທຸກໃນຂອບເຂດທົ່ວປະເທດ ໄດ້ອອກນິຕິກຳວ່າດ້ວຍການອະນຸມັດນໍ້າໜັກລວມສູງສຸດຂອງລົດບັນທຸກ ແລະ ພາລະບົດບາດຂອງໜ່ວຍງານສະຖານີຕິດຊັ່ງນໍ້າໜັກລົດບັນທຸກ; ເປີດນໍາໃຊ້ສະຖານີຕິດຊັ່ງນໍ້າໜັກ 24 ແຫ່ງ, ໃນປີ 2024 ຈັດຊື້ຊິງຊັ່ງເຄື່ອນທີ່ 20 ຊຸດ ໃຫ້ 18 ໂຄງການສ້ອມແປງທາງຫຼວງແຫ່ງຊາດ ແລະ ປັບປຸງ, ສ້ອມແປງສະຖານີຕິດຊັ່ງນໍ້າໜັກ 17 ແຫ່ງ ໃຫ້ສາມາດນໍາໃຊ້ໄດ້; ນອກນັ້ນ, ຍັງມີຊິງຢູ່ດ່ານສາກົນນາເຜົ້າ, ນໍ້າພາວ, ໜອງແຮດ ແລະ ບໍ່ເຕັນ.

3. ການແກ້ໄຂບັນຫາທີ່ຍັງຄົງຄ້າງຂອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມີ 66 ໜ້າວຽກ (ແກ້ໄຂສໍາເລັດ 50, ຍັງ 16) ໄດ້ສືບຕໍ່ແກ້ໄຂ ໃນນັ້ນ, ພາກສ່ວນກ່ຽວຂ້ອງລັດເປັນເຈົ້າການ 3 ວຽກ ແລະ ບໍລິສັດທາງລົດໄຟ ລາວ-ຈີນ ເປັນເຈົ້າການ 13 ວຽກ ເຊິ່ງມີລາຍລະອຽດດັ່ງນີ້:
– ການຊົດເຊີຍເວນຄືນທີ່ດິນ: ປະຊາຊົນຈໍານວນໜຶ່ງບໍ່ຍອມຮັບເອົາຄ່າຊົດເຊີຍ ຢູ່ 4 ແຂວງ (ຫຼວງນໍ້າທາ, ອຸດົມໄຊ, ວຽງຈັນ ແລະ ນະຄອນຫຼວງ) ລວມມີ 307 ຕອນດິນ ໃນນີ້, ຢູ່ນະຄອນຫຼວງວຽງຈັນ 279 ຕອນ; ສາເຫດແມ່ນບາງຄອບຄົວບໍ່ຍອມຮັບລາຄາຫົວໜ່ວຍການຊົດເຊີຍ ຫຼື ບໍ່ມາພົວພັນຮ່ວມເຮັດວຽກປະກອບເອກະສານໃນການຮັບເອົາເງິນຄ່າຊົດເຊີຍ ແລະ ບາງຕອນດິນບໍ່ສາມາດຕິດຕໍ່ພົວພັນເຈົ້າຂອງໄດ້.

– ການແກ້ໄຂບັນຫາຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຕໍ່ເສັ້ນທາງຫຼວງແຫ່ງຊາດ, ທາງຫຼວງແຂວງ, ທາງຫຼວງທ້ອງຖິ່ນ, ທາງເຂົົ້າສູ່ການຜະລິດ, ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຕາມແລວທາງລົດໄຟ; ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ແຕ່ງຕັ້ງຄະນະແກ້ໄຂຂໍ້ຄົງຄ້າງ 5 ຝ່າຍ ໂດຍມີກະຊວງ ຍທຂ, ສະຖານທູດຈີນປະຈໍາລາວ, ຄະນະກຳມະການຮ່ວມມື ລາວ-ຈີນ, ອົງການກວດກາແຫ່ງລັດ ແລະ ບໍລິສັດທາງລົດໄຟ ລາວ-ຈີນ; ສັງລວມມີ 122 ບັນຫາ (ແກ້ໄຂ 70, ຍັງ 52) ບັນຫາທີ່ຍັງບໍ່ໄດ້ຮັບການແກ້ໄຂ, ພາກລັດທີ່ກ່ຽວຂ້ອງ ແລະ ບໍລິສັດທາງລົດໄຟ ລາວ-ຈີນ ຈະໄດ້ສົມທົບກັນແກ້ໄຂ.

4. ກຳນແກ້ໄຂຜົນກະທົບທຳງດ່ວນວຽງຈັນ-ວັງວຽງ ສາມາດສະຫຼຸບໄດ້ດັ່ງນີ້: 1) ທາງດ່ວນຕັດກັບທາງຫຼວງແຫ່ງຊາດ, ທາງຫຼວງທ້ອງຖິ່ນ, ທາງເຂົ້າສູ່ເຂດທໍາການຜະລິດ ລວມມີ 90 ຈຸດ, ແກ້ໄຂແລ້ວ 86 ຈຸດ ແລະ ຍັງ 4 ຈຸດ; 2) ປັບປຸງປ້າຍສັນ ຍານຈະລາຈອນ, ເຄື່ອງໝາຍແນະນໍາ ແລະ ປ້າຍອື່ນໆ ຕາມທາງດ່ວນທີ່ບໍ່ຖືກຕ້ອງຕາມຫຼັກໄວຍາກອນຂອງພາສາລາວ ພ້ອມທັງຕິດຕັ້ງບໍ່ສອດຄ່ອງກັບສະຖານທີ່ຕົວຈິງ ມີ 118 ປ້າຍ, ແກ້ໄຂແລ້ວ 87 ປ້າຍ ແລະ ຍັງ 31 ປ້າຍ; 3) 13 ຕອນດິນທີ່ບໍ່ມີທາງເຂົ້າຢູ່ເມືອງນາຊາຍທອງ ໄດ້ແກ້ໄຂ 4 ຕອນ, ຍັງ 9 ຕອນ; 4) ໄຟແສງສະຫວ່າງໃນອຸໂມງ ກໍາລັງແກ້ໄຂ.