(ສພຊ) – ຕາມການລາຍງານຂອງທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກ່ຽວກັບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງເສດຖະກິດ ໂດຍສະເພາະວຽກງານຂົງເຂດວັດທະນະທໍາ-ສັງຄົມ ເຊິ່ງສະແດງອອກດັ່ງນີ້:
1. ສືບຕໍ່ສຸມໃສ່ແກ້ໄຂສະພາບຂາດຄູສອນ ໂດຍສຸມໃສ່ປະຕິບັດຕາມນະໂຍບາຍ ແລະ ມາດຕະການທີ່ລັດຖະບານໄດ້ກຳນົດໃນມະຕິ 09/ລບ ເປັນຕົ້ນ: ເພີ່ມເງິນເບ້ຍລ້ຽງໃຫ້ນັກສຶກສາທີ່ຮຽນສາຍຄູ, ກຳນົດໂກຕາຄູສອນໃຫ້ສອດ ຄ່ອງກັບແຜນກໍ່ສ້າງຄູ, ຫັນຄູອາສາສະໝັກເຂົ້າເປັນລັດຖະກອນຄູ ແລະ ທົດແທນຄູທີ່ສູນເສຍດ້ວຍຮູບການຕ່າງໆ; ປະ ຕິບັດນະໂຍບາຍໃຫ້ພະນັກງານບຳນານທີ່ຍັງແຂງແຮງ ແລະ ທະຫານຊາຍແດນ ຊ່ວຍສິດສອນໃນໂຮງຮຽນທີ່ຂາດຄູສອນ; ປະຕິບັດນະໂຍບາຍເອົາຄູອາສາສະໝັກເຂົ້າບັນຈຸເປັນທະຫານພັນທະ ແຕ່ປະຕິບັດໜ້າທີ່ຄູສອນ ເຊິ່ງສາມາດແກ້ໄຂບັນຫາການຂາດແຄນຄູໄດ້ໂດຍພື້ນຖານ.
2. ສຸມໃສ່ປັບປຸງ ແລະ ຍົກລະດັບຕາໜ່າງການບໍລິການສາທາລະນະສຸກໃນທົ່ວປະເທດ ໂດຍກໍ່ສ້າງຍົກລະດັບພື້ນ ຖານໂຄງລ່າງ ແລະ ພັດທະນາບຸກຄະລາກອນທາງການແພດທັງຢູ່ສູນກາງ ແລະ ທ້ອງຖິ່ນ; ສືບຕໍ່ເພີ່ມການສະໜອງອຸ ປະກອນການແພດ ແລະ ພາຫະນະນໍາສົ່ງຄົນເຈັບ ໃຫ້ໂຮງໝໍຂັ້ນຕ່າງໆ; ສຸມໃສ່ປັບປຸງການບໍລິການສຸຂະພາບແມ່ ແລະ ເດັກ, ໂພຊະນາການ, ການຊົມໃຊ້ນໍ້າສະອາດ, ວິດຖ່າຍ, ສ້າງບ້ານສາທາລະນະສຸກແບບຢ່າງ ແລະ ວຽກງານຮັກສາສຸ ຂະພາບຂັ້ນຕົ້ນ.
3. ເອົາໃຈໃສ່ແກ້ໄຂສະພາບຂາດແຄນແຮງງານ ໂດຍສາມາດພັດທະນາສີມືແຮງງານເພື່ອນໍາເຂົ້າສູ່ຕຳແໜ່ງງານໃໝ່ໄດ້ 97,793 ຄົນ ຍິງ 47,141 ຄົນ; ຈັດຫາວຽກເຮັດງານທໍາຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ 83,765 ຄົນ ຍິງ 44,772 ຄົນ ລື່ນແຜນການປີ 80.15% (ແຜນການ: 46,497 ຄົນ), ໃນນີ້: ຈັດຫາງານພາຍໃນ 7,637 ຄົນ ແລະ ຈັດສົ່ງໄປອອກແຮງງານຢູ່ຕ່າງປະເທດ 76,128 ຄົນ.
– ສຸມໃສ່ຂະຫຍາຍອັດຕາການປົກຄຸມປະກັນສັງຄົມ ທັງພາກລັດ, ວິສາຫະກິດ ແລະ ຜູ້ສະໝັກໃຈ ຂຶ້ນທະບຽນໃໝ່ໄດ້ 14,188 ຄົນ ເທົ່າກັບ 24.25% ຂອງແຜນການປີ (ມະຕິສະພາແຫ່ງຊາດ 58,500 ຄົນ); ປັບປຸງວິທີການບໍລິ ຫານຄຸ້ມຄອງກອງທຶນໃຫ້ມີຄວາມຮັດກຸມ, ວ່ອງໄວ, ໂປ່ງໃສ, ສາມາດກວດສອບໄດ້ ແລະ ພັດທະນາລະບົບຖານຂໍ້ມູນ ສາມາດເຊື່ອມຕໍ່ລະຫວ່າງສູນກາງ ແລະ ທ້ອງຖິ່ນ ແລະ ເຊື່ອມຕໍ່ກັບພາກສ່ວນທາງນອກຕາມທິດຫັນເປັນທັນສະໄໝ; ສຸມໃສ່ຄົ້ນຄວ້າການໂຮມກອງທຶນປະກັນສຸຂະພາບເຂົ້າກັບກອງທຶນປະກັນສັງຄົມເປັນອັນດຽວກັນ ຕາມມະຕິຂອງສະ ພາແຫ່ງຊາດ.
– ອະນຸມັດງົບປະມານໂຄງການຟື້ນຟູສຸກເສີນຈາກຜົນກະທົບໄພພິບັດ 76 ໂຄງການ ມູນຄ່າ 174.93 ກວ່າຕື້ກີບ.
– ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດການປະຕິວັດຊາດປະຊາທິປະໄຕ, ໃນງວດ 1/2025 ປະຕິບັດໄດ້ 354 ທ່ານ ຍິງ 30 ທ່ານ ເປັນເງິນ 6.99 ຕື້ກວ່າກີບ.
– ກວດກູ້ລະເບີດບໍ່ທັນແຕກອອກຈາກພື້ນທີ່ທໍາການຜະລິດ ແລະ ເຂດຊຸມຊົນ ໃນເນື້ອທີ່ 929 ເຮັກຕາ ເທົ່າກັບ 29.31% ຂອງແຜນການ (ແຜນການປີ 3,170 ເຮັກຕາ) ແລະ ສາມາດທຳລາຍຖິ້ມລະເບີດຈໍານວນ 9,944 ໜ່ວຍ.
4. ພະຍາຍາມປັບປຸງ, ຍົກລະດັບເຄື່ອງມືວຽກງານຖະແຫຼງຂ່າວ, ການອອກຂ່າວ ໃຫ້ເປັນທັນສະໄໝດ້ວຍຫຼາຍຊ່ອງທາງ; ຜ່ານການຈັດຕັ້ງປະຕິບັດ ສາມາດເຮັດໃຫ້ການອອກຂ່າວທັນການກວ່າເກົ່າ ແລະ ຕີຖອຍເປັນກ້າວໆບັນດາສື່ ສັງຄົມທີ່ອອກຂ່າວບິດເບືອນຄວາມຈິງ, ສ້າງຄວາມປັ່ນປ່ວນໃນສັງຄົມ, ໃສ່ຮ້າຍປ້າຍສີ ແລະ ທັບຖົມໂຈມຕີພັກ-ລັດ ເຮົາ.
5. ສາມາດສ້າງຄອບຄົວພົ້ນທຸກໄດ້ 31,232 ຄອບຄົວ ກວມ 89.23% ຂອງຄາດໝາຍທີ່ກຳນົດໄວ້ (ຄາດໝາຍສູ້ຊົນ 35,000 ຄອບຄົວ), ສ້າງບ້ານພົ້ນທຸກໄດ້ 271 ບ້ານ ກວມ 54.20% ຂອງຄາດໝາຍທີ່ກຳນົດໄວ້ (ຄາດໝາຍສູ້ຊົນ 500 ບ້ານ), ສ້າງເມືອງພົ້ນທຸກໄດ້ 8 ເມືອງ ກວມ 53.33% ຂອງຄາດໝາຍທີ່ກຳນົດໄວ້ (ຄາດໝາຍສູ້ຊົນ 15 ເມືອງ); ສ້າງຄອບຄົວພັດທະນາໄດ້ 46,09 ຄອບຄົວ ກວມ 139,69% ປະຕິບັດໄດ້ລື່ນຄາດໝາຍ (ຄາດໝາຍສູ້ຊົນ 33,000 ຄອບຄົວ), ສ້າງບ້ານພັດທະນາໄດ້ 390 ບ້ານ ກວມ 78% ຂອງຄາດໝາຍທີ່ກຳນົດໄວ້ (ຄາດໝາຍສູ້ຊົນ 500 ບ້ານ); ສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດໄດ້ 22 ຈຸດ; ຈັດສັນທີ່ຢູ່ອາໄສໃຫ້ປະຊາຊົນໄດ້ 497 ຄອບຄົວ ກວມ 114.78% ຂອງຄາດໝາຍສູ້ຊົນທີ່ກຳນົດໄວ້ (ຄາດໝາຍສູ້ຊົນ 433 ຄອບຄົວ); ຈັດສັນທີ່ດິນທໍາການຜະລິດ ໃຫ້ປະຊາຊົນໄດ້ 849 ຄອບຄົວ ກວມ 73.44% ຂອງຄາດໝາຍສູ້ຊົນທີ່ກຳນົດໄວ້ (ຄາດໝາຍສູ້ຊົນ 1,15 ຄອບຄົວ).