ສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.

ທ.ວ. 13, 2025

ເນື່ອງໃນໂອກາດພິທີສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (ວັນທີ 13 ທັນວາ 1920-13 ທັນວາ 2025) ເພື່ອສະແດງຄວາມອາໄລຮັກ, ຄວາມກະຕັນຍູຮູ້ບຸນຄຸນ ຢ່າງສຸດຊຶ້ງ ຕໍ່ຜົນງານ ແລະ ຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານ ໄກສອນ ພົມວິຫານ ຜູ້ນໍາພາກໍ່ຕັ້ງ, ທະນຸບໍາລຸງ ພັກປະຊາຊົນປະຕິວັດລາວ, ເປັນຜູ້ນໍາພາສ້າງຕັ້ງກຳລັງປະກອບອາວຸດປະຕິວັດຂອງປະຊາຊົນ, ນໍາພາຂະບວນການຕໍ່ສູ້ກູ້ຊາດ, ນໍາເອົາເອກະລາດ, ອິດສະຫຼະພາບ ມາສູ່ປະເທດຊາດ ກ້າວເຖິງການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນ ເພື່ອສືບຕໍ່ກ້າວຂຶ້ນຕາມເສັ້ນທາງສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນະຖາວອນ.
ກ່ອນການປົດປ່ອຍປະເທດຊາດ ກໍຄືໃນສະໄໝການຕໍ່ສູ້ກູ້ຊາດອັນພິລະອາດຫານຂອງປະຊາຊົນລາວບັນດາເຜົ່າແຕ່ເໜືອຮອດໃຕ້ ເຊິ່ງພາຍໃຕ້ແສງສະຫວ່າງຂອງທິດສະດີປະຕິວັດ ກໍຄື ລັດທິມາກສ໌-ເລນິນ ທີ່ປະທານ ໂຮ່ຈີມິນ ໄດ້ນໍາເຂົ້າມາສູ່ດິນແດນອິນດູຈີນ ແລະ ໄດ້ສ້າງຕັ້ງພັກກອມມູນິດອິນດູຈີນຂຶ້ນ ເພື່ອນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດຂອງ 3 ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ ນັ້ນ, ປະທານ ໄກສອນ ພົມວິຫານ ໄດ້ເລີ່ມຈາກການເຂົ້າຮ່ວມ ແລະ ຈັດຕັ້ງກອງຕະລຸມບອນປະກອບອາວຸດ, ປຸກລຸກຂົນຂວາຍປະຊາຊົນ ແລະ ສ້າງໄດ້ກໍາລັງປະກອບອາວຸດ ຕິດພັນກັບການກໍ່ສ້າງຮາກຖານການເມືອງ ແລະ ສ້າງໄດ້ຖານທີ່ໝັ້ນປະຕິວັດຂຶ້ນຢູ່ແຂວງຫົວພັນ, ທັງໄດ້ປະສົມປະສານການເຄື່ອນໄຫວກັບກອງກຳລັງປະກອບອາວຸດ ແລະ ຖານທີ່ໝັ້ນປະຕິວັດແຫ່ງອື່ນໆໃນທົ່ວປະເທດ, ໄດ້ນໍາພາເຕົ້າໂຮມກອງໂຄສະນາຂົນຂວາຍປະກອບອາວຸດປະຕິວັດຈາກທົ່ວປະເທດ ປະກາດສ້າງຕັ້ງເປັນກອງທັບລາວອິດສະຫຼະຂຶ້ນ ໃນວັນທີ 20 ມັງກອນ 1949 ເຊິ່ງແມ່ນ “ວັນສ້າງຕັ້ງກອງທັບປະຊາຊົນລາວ” ໃນປັດຈຸບັນ.
ປະທານ ໄກສອນ ພົມວິຫານ ໄດ້ຮ່ວມກັບບັນດາສະຫາຍນັກປະຕິວັດ ສ້າງຕັ້ງແນວລາວອິດສະຫຼະຂຶ້ນ ເປັນອົງການສໍາພັນທະພາບແນວໂຮມແຫ່ງຊາດ ເປັນຄັ້ງທໍາອິດໃນປະຫວັດສາດຊາດລາວ, ກາຍເປັນກໍາລັງແຮງປະຕິວັດທີ່ເຂັ້ມແຂງໃນຂະບວນການຕໍ່ສູ້ກູ້ຊາດ ແລະ ນໍາໄປສູ່ການສ້າງຕັ້ງ “ພັກປະຊາຊົນລາວ” ຂຶ້ນໃນວັນທີ 22 ມີນາ 1955 ເຊິ່ງຖືເປັນຂີດໝາຍສໍາຄັນ ແລະ ເປັນບາດລ້ຽວປະຫວັດສາດ ໃນການດໍາເນີນການປະຕິວັດຊາດປະຊາທິປະໄຕ ຢູ່ປະເທດພວກເຮົາ ໄປສູ່ຄຸນນະພາບໃໝ່, ໄດ້ສືບຕໍ່ເຄື່ອນໄຫວກໍ່ສ້າງຮາກຖານການເມືອງ, ໂຄສະນາຂົນຂວາຍປະຊາຊົນ ແລະ ສ້າງໜ່ວຍແກ່ນສານນຳພາຂອງພັກຂຶ້ນ ເພື່ອສ້າງຂະບວນການປະຕິວັດ, ຂະບວນນີ້ ໄດ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ ເຊິ່ງວິລະບຸລຸດທີ່ມີຊື່ວ່າ ໄກສອນ ພົມວິຫານ ເປັນຜູ້ກໍ່ຕັ້ງ, ເປັນຜູ້ຊີ້ນໍາ ທະນຸບຳລຸງສ້າງ ແລະ ເປັນຜູ້ສ້າງໃຫ້ພັກນີ້ ນໍາພາປະຊາຊົນລຸກຂຶ້ນຕໍ່ສູ້ຢ່າງພິລະອົງອາດ, ລະອິດລະອ້ຽວ ແລະ ຍືດເຍື້ອຍາວນານ ຈົນຍາດໄດ້ໄຊຊະນະອັນຍິ່ງໃຫຍ່. ການໄດ້ສ້າງຕັ້ງພັກປະຊາຊົນລາວຂຶ້ນ ທີ່ກາຍເປັນຫຼັກແຫຼ່ງແກ່ນສານໃນເວລານັ້ນ ເພິ່ນໄດ້ເອົາຕົວເຈືອຈານເຂົ້າກັບຂະບວນການຕໍ່ສູ້ກູ້ຊາດຂອງປະຊາຊົນບັນດາເຜົ່າຕັ້ງແຕ່ຕົ້ນ, ຮ່ວມເປັນຮ່ວມຕາຍກັບພະນັກງານ-ນັກຮົບ, ຮ່ວມທຸກຮ່ວມສຸກກັບປະຊາຊົນຜ; ການປະຕິວັດລາວເຮົາ ມີຄວາມເຕີບໃຫຍ່ຂະຫຍາຍຕົວໄດ້ຄືດັ່ງກ່າວນັ້ນ ຍ້ອນປະທານ ໄກສອນ ພົມວິຫານ ໄດ້ນໍາເອົາທິດສະດີປະຕິວັດ ສົມທົບເຂົ້າກັບຂະບວນການຮັກຊາດຂອງປະຊາຊົນລາວບັນດາເຜົ່າ ໄດ້ຢ່າງກົມກຽວ ເພື່ອນໍາພາສ້າງຂະບວນການຕໍ່ສູ້ປະຕິວັດຊາດປະຊາທິປະໄຕ ຈົນສາມາດຍາດໄດ້ຈາກໄຊຊະນະນີ້ ໄປສູ່ໄຊຊະນະໃໝ່ອັນໃຫຍ່ຫຼວງຂຶ້ນເປັນກ້າວໆ, ຈົນເຖິງບັນລຸໄດ້ໄຊຊະນະສົມບູນ.
ປະທານ ໄກສອນ ພົມວິຫານ ຍັງເປັນນັກຍຸດທະສາດທີ່ກໍາແໜ້ນຈຸດພິເສດຂອງຄົນລາວ, ສັງຄົມລາວ, ທັງຮູ້ສ້າງສະພາວະການປະຕິວັດ ໃຫ້ແກ່ແຕ່ລະສະໜາມຮົບ; ສຸດທ້າຍກໍສາມາດສ້າງກາລະໂອກາດໃຫ້ແກ່ການປະຕິວັດທີ່ເພິ່ນເອີ້ນວ່າ “ພັນປີມີເທື່ອໜຶ່ງ”, ດ້ວຍການນຳໃຊ້ “3ບາດຄ້ອນຍຸດທະສາດ” ທີ່ສາມາດທັບມ້າງກົງຈັກການປົກຄອງຂອງລັດຖະບານຝ່າຍຂວາໄດ້ສຳເລັດ ແລະ ຢຶດເອົາອໍານາດການປົກຄອງປະຕິວັດມາມື ໄດ້ດ້ວຍການໃຊ້ຍຸດທະສາດແບບ “ບົວບໍ່ຊໍ້າ ນໍ້າບໍ່ຂຸ່ນ ແຕ່ສາມາດຈັບປາໄດ້ທັງໝົດ”, ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ອັນເປັນການໄຂສັງກາດໃໝ່, ສັງກາດແຫ່ງເອກະລາດແຫ່ງຊາດ ແລະ ອິດສະຫຼະພາບທີ່ແທ້ຈິງ ໃຫ້ແກ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າຂອງພວກເຮົາ ພາຍຫຼັງທີ່ຊາດເຮົາຕົກເປັນເມືອງສ່ວຍ, ເມືອງຂຶ້ນຂອງຕ່າງຊາດ ມາເປັນເວລານັບຮ້ອຍໆປີ.
ການຊີ້ນຳ-ນຳພາຂອງພັກ ພາຍໃຕ້ການນຳຂອງປະທານ ໄກສອນ ພົມວິຫານ ພາຍຫຼັງສະຖາປະນາ ສປປລາວ ນັ້ນ ແມ່ນໄລຍະຕົ້ນຂອງການປະຕິບັດໜ້າທີ່ແຫ່ງການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ໜ້າທີ່ໃນການພັດທະນາປະເທດຊາດ ດ້ວຍການຮໍາບາດແຜສົງຄາມ, ປັບປຸງເສດຖະກິດ-ສັງຄົມ, ຟື້ນຟູການຜະລິດຄືນໃໝ່, ປົວແປງ-ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄປພ້ອມໆກັບການຕໍ່ຕ້ານການປອງຮ້າຍ, ມ້າງເພທໍາລາຍຢ່າງບໍ່ລົດລະຈາກອິດທິກຳລັງປໍລະປັກ ໄດ້ສໍາເລັດຜົນຢ່າງໃຫຍ່ຫຼວງ ເພື່ອເປັນກຳລັງແຮງໃຫ້ແກ່ການສືບຕໍ່ນຳພາປວງຊົນລາວທັງຊາດ ປົກປັກຮັກສາ ແລະ ສ້າງສາລະບອບໃໝ່; ຈາກນັ້ນ ໄດ້ວາງແນວທາງປ່ຽນແປງໃໝ່ ເພື່ອສືບຕໍ່ບູລະນະແນວທາງນະໂຍບາຍ ເພື່ອກ້າວເດີນຕໍ່ໄປຢ່າງໜັກແໜ້ນ. ໃນເກືອບສີ່ທົດສະວັດແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ທີ່ມີຜົນ ສຳເລັດຢ່າງເປັນຮູບປະທຳມານັ້ນ ໄດ້ເປັນທີ່ຮັບຮູ້ກັນດີວ່າ ແນວຄິດ-ຈິນຕະນາການຂອງປະທານ ໄກສອນ ພົມວິຫານ ເປັນພື້ນຖານໃຫ້ແກ່ການກຳນົດນະໂຍບາຍ ແລະ ແນວທາງປ່ຽນແປງໃໝ່ ຂອງພັກເຮົາ ທີ່ເປັນແນວທາງແຫ່ງການບູລະນະ, ປະຕິຮູບຮອບດ້ານ ທີ່ມີປະສິດທິຜົນສູງ ແລະ ນໍາມາເຊິ່ງຜົນສໍາເລັດຮອບດ້ານຢ່າງໜ້າພາກພູມໃຈ ຈົນເທົ່າເຖິງທຸກວັນນີ້
ປະທານ ໄກສອນ ພົມວິຫານ ໄດ້ອຸທິດໝົດສະຕິປັນຍາ, ກຳລັງວັງຊາ ແລະ ເຫື່ອແຮງ ເພື່ອພາລະກິດປະຕິວັດ, ເພື່ອຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ດ້ວຍນໍ້າໃຈຮັກເຊື້ອແພງຊາດອັນດູດດື່ມ, ມີຄວາມຊື່ສັດບໍລິສຸດ, ທ່ຽງທໍາ, ມີຄວາມຈິງໃຈຕໍ່ການກໍ່ສ້າງພະນັກງານຮຸ່ນສືບທອດ, ດໍາລົງຊີວິດແບບລຽບງ່າຍ, ຖະໜອມຖ່ອມຕົວ, ຮໍ່າຮຽນນໍາມະຫາຊົນ, ມັກສຶກສາຄົ້ນຄວ້າ-ຮ່ຳຮຽນຍົກລະດັບເລື້ອຍໆ… ເຊິ່ງເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າພວກເຮົາ… ດ້ວຍຄຸນສົມບັດ ແລະ ທັດສະນະດັ່ງກ່າວ, ປະທານ ໄກສອນ ພົມວິຫານ ຈຶ່ງໄດ້ຮັບຄວາມເຄົາລົບຮັກ ແລະ ຄວາມເຊື່ອໝັ້ນຢ່າງເລິກເຊິ່ງ ຈາກປະຊາຊົນເຜົ່າຕ່າງໆ.
“ປະທານ ໄກສອນ ພົມວິຫານ ສົມແລ້ວທີ່ເປັນລູກຜູ້ປະເສີດ ແລະ ເປັນຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ”; “ປະທານ ໄກສອນ ພົມວິຫານ ສົມແລ້ວທີ່ເປັນວິລະບຸລຸດ ທີ່ຍິ່ງໃຫຍ່ຂອງຊາດລາວ, ເປັນນັກປະຕິວັດທີ່ອົງອາດກ້າແກ່ນ, ນັກຮັກຊາດຜູ້ຍິ່ງໃຫຍ່, ລູກຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ”.
ປະທານ ໄກສອນ ພົມວິຫານ ຍືນຍົງໃນພາລະກິດຂອງພັກເຮົາ ແລະ ຈະປະທັບຢູ່ໃນດວງໃຈຂອງປະຊາຊົນລາວຕະຫຼອດໄປ!
❖ ຄັດຈາກ: ສູນທອນພົດຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປລາວ ກ່າວໃນພິທີໂຮມຊຸມນຸມລະນຶກວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (ຄັ້ງວັນທີ 12 ທັນວາ 2025).