ສະຫຼຸບວຽກງານປ້ອງກັນພາຍໃນ ແລະ ການປ້ອງກັນຕົວ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025

ມ.ຖ. 28, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ວັນທີ 27 ມີນານີ້ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມສະຫຼຸບວຽກງານປ້ອງກັນພາຍໃນ ແລະ ການປ້ອງກັນຕົວ ຂອງສະພາແຫ່ງຊາດ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ໂດຍການເປັນປະທານຂອງສະຫາຍ ພົທ. ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ພ້ອມດ້ວຍຄະນະ, ຕາງໜ້າຈາກຮາກຖານພັກອ້ອມຂ້າງອົງຄະນະພັກ, ຄະນະປ້ອງກັນພາຍໃນ ແລະ ໜ່ວຍປ້ອງກັນຕົວຂອງ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້ ເພື່ອກວດກາ, ສະຫຼຸບຕີລາຄາຄືນດ້ານດີ, ດ້ານຄົງຄ້າງ ຂອງການຈັດຕັ້ງເຄື່ອນໄຫວວຽກງານປ້ອງກັນພາຍໃນ ແລະ ການປ້ອງກັນຕົວຂອງສະພາແຫ່ງຊາດ ໃນປີ 2024 ເພື່ອເປັນພື້ນຖານໃຫ້ແກ່ການກຳນົດທິດທາງແຜນການວຽກງານຈຸດສຸມໃນປີ 2025 ເຊິ່ງເປັນວຽກງານທີ່ມີຄວາມໝາຍຄວາມສໍາຄັນ, ເປັນວຽກງານຮັບປະກັນທາງດ້ານຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ ຂອງສໍານັກງານ-ຫ້ອງການ ລວມທັງສະພາບທາງດ້ານແນວຄິດ, ການເຄື່ອນໄຫວຂອງສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນ ສພຊ; ເພື່ອຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນໃສ່ບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານປ້ອງກັນພາຍໃນ ແລະ ໜ່ວຍປ້ອງກັນຕົວ ໃນປີ 2024 ພ້ອມທັງກໍານົດທິດທາງແຜນການວຽກງານຈຸດສຸມໃນປີ 2025 ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ ແລະ ມີປະສິດທິຜົນດີຂຶ້ນ. ນອກນັ້ນ, ຍັງໄດ້ຮັບຟັງການມີຄຳເຫັນແນະນໍາກ່ຽວກັບວຽກງານວິຊາສະເພາະປ້ອງກັນພາຍໃນ ຈາກກະຊວງ ປກສ ເຊິ່ງຍົກໃຫ້ເຫັນເຖິງຄວາມສໍາຄັນຈໍາເປັນ, ຫຼັກການ, ລະບຽບການ ແລະ ແບບແຜນວິທີເຮັດວຽກ ໃນການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານປ້ອງກັນພາຍໃນ ແລະ ການປ້ອງກັນຕົວ ຢູ່ສໍານັກງານ-ອົງການ ໂດຍສະເພາະແມ່ນສະພາບການຢູ່ພາຍໃນການຈັດຕັ້ງຂອງ ສພຊ ເພື່ອເປັນແນວທາງໃຫ້ແກ່ການສືບຕໍ່ປະຕິບັດໜ້າທີ່ການເມືອງທີ່ພັກ-ລັດມອບໝາຍ ໃຫ້ດີຂຶ້ນເທື່ອລະກ້າວ.
ສະຫາຍ ພົທ. ສຸວອນ ເລືອງບຸນມີ ໄດ້ມີຄຳເຫັນວ່າ: ວຽກງານປ້ອງກັນພາຍໃນ ແລະ ການປ້ອງກັນຕົວ ແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນ ເຊິ່ງເປັນເຄື່ອງມີອັນໜັກແໜ້ນຂອງພັກ ໃນການປ້ອງກັນແນວທາງ, ແຜນນະໂຍບາຍ, ກົດລະບຽບຂອງພັກ, ປ້ອງກັນຫຼັກການຈັດຕັ້ງ ແລະ ຫຼັກການເຄື່ອນໄຫວຂອງພັກ, ປ້ອງກັນລັດຖະທໍາມະນູນ ແລະ ກົດໝາຍຂອງລັດ, ປ້ອງກັນພະນັກງານ, ສະມາຊິກພັກ ທາງດ້ານການເມືອງ-ແນວຄິດ, ປ້ອງກັນຮັກສາຄວາມລັບຂອງພັກ, ຂອງຊາດ ແລະ ຕອບຕ້ານ “ສົງຄາມຫັນປ່ຽນໂດຍສັນຕິ” ຂອງອິດທິກຳລັງປໍລະປັກ ໃນຂົງເຂດແນວຄິດ, ວັດທະນະທໍາ; ພ້ອມກັນນັ້ນ, ກໍເປັນວຽກງານທີ່ຮັບປະກັນທາງດ້ານຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ ພາຍໃນສໍານັກງານ-ຫ້ອງການຂອງສະພາແຫ່ງຊາດ. ສະນັ້ນ, ຄະນະພັກແຕ່ລະຂັ້ນ ຕ້ອງໄດ້ສືບຕໍ່ປັບປຸງກົງຈັກການຈັດຕັ້ງຂອງຕົນ, ຍົກສູງຄຸນນະພາບຂອງພະນັກງານທີ່ເຮັດວຽກປ້ອງກັນພາຍໃນ ໃຫ້ເຂັ້ມແຂງ ສາມາດປະຕິບັດໜ້າທີ່ການເມືອງທີ່ພັກລັດ-ມອບໝາຍໃຫ້ ໄດ້ເປັນຢ່າງດີ.