ສະຫຼຸບຖອດຖອນບົດຮຽນການຈັດຕັັ້ງປະຕິບັດບົດບັນທຶກຮ່ວມ ລະຫວ່າງ ຄະນະກໍາມະການສະພາປະຊາຊົນແຂວງ ກັບ ອົງການກວດສອບປະຈໍາພາກເໜືອ 2 ແລະ ອົງການວດກາລັດແຂວງ.

​ພ.ຈ. 25, 2025

ເພື່ອເປັນການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຮ່ວມ ລະຫວ່າງ ສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງ ສະບັບເລກທີ 70/ອຊ, ລົງວັນທີ 04 ກຸມພາ 2022 ໃຫ້ປະກົດຜົນເປັນຈິງ, ຕອນບ່າຍວັນພະຫັດທີ 20 ພະຈິກ 2025 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັັ້ງປະຕິບັດບົດບັນທຶກຮ່ວມ ລະຫວ່າງ ຄະນະກໍາມະການສະພາປະຊາຊົນແຂວງ ກັບ ອົງການກວດສອບປະຈໍາພາກເໜືອ 2 ແລະ ອົງການວດກາລັດແຂວງ, ໂດຍການເປັນປະທານຮ່ວມຂອງທ່ານ ຄໍາເຜີຍ ງອນວັນຄໍາ ຮອງສະພາປະຊາຊົນແຂວງ, ທ່ານ ວາລີ ຈືນໍເຢັ້ງ ປະທານອົງການກວດກາລັດແຂວງ, ທ່ານ ອິນທາ ລືນາມມະຈັກ ປະທານອົງການກວດສອບປະຈໍາພາກເໜືອ 2, ມີປະທານ, ຮອງປະທານ ຄະນະກໍາມະການສະພາປະຊາຊົນແຂວງ, ຮອງປະທານ ອົງການກວດສອບປະຈໍາພາກເໜືອ 2, ອົງການວດກາລັດແຂວງ ແລະ ພະນັກງານຂະແໜງກ່ຽວຂ້ອງຂອງ 3 ພາກສ່ວນ ເຂົ້າຮ່ວມ.
ກອງປະຊຸມ, ທ່ານ ທອງໄຊ ທໍ່ຈົງເລ່ຍຈີ ປະທານຄະນະກໍາມະການ ເສດຖະກິດແຜນການ ແລະ ການເງິນ, ຮັກສາການເລຂາທິການສະພາປະຊາຊົນແຂວງ ໄດ້ຜ່ານຮ່າງບົດສະຫຼຸບຖອດຖອນບົດຮຽນການຈັດຕັັ້ງປະຕິບັດບົດບັນທຶກຮ່ວມ ລະຫວ່າງ ຄະນະກໍາມະການສະພາປະຊາຊົນແຂວງ ກັບ ອົງການກວດສອບປະຈໍາພາກເໜືອ 2 ແລະ ອົງການວດກາລັດແຂວງ, ເຊິ່ງຮ່າງບົດສະຫຼຸບດັ່ງກ່າວໄດ້ສະແດງອອກໃຫ້ເຫັນດ້ານດີຜົນງານ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອດໄດ້ ໃນການຈັດຕັ້ງປະຕິບັດບົດບັນທຶກຮ່ວມໃນໄລຍະຜ່ານມາ ແລະ ເພື່ອການຊອກຫາວິທີ່ທາງແກ້ໄຂ, ພ້ອມທັງວາງທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ.
ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ສຸມໃສ່ປະກອບຄໍາຄິດເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວຢ່າງກົງໄປກົງມາ ເພື່ອເຮັດໃຫ້ເນື້ອໃນຄົບຖ້ວນສົມບູນ, ເພື່ອຄວາມເປັນເອກະພາບ ແລະ ເພື່ອເປັນການອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກງານ ຕາມພາລະບົດບາດ, ສິດ, ໜ້າທີ່ຂອງແຕ່ລະພາກສ່ວນ ໃຫ້ຖືກຕ້ອງສວອດຄອງຕາມລະບຽບກົດໝາຍ, ແນໃສ່ຮັບປະກັນການປະສານງານເຊິ່ງກັນ ແລະ ກັນ ໃຫ້ມີປະສິດທິພາບປະສິດທິຜົນ, ຮັດກຸມ, ວ່ອງໄວ ແລະ ທັນເວລາ
ພາບ/ຂ່າວ: ສະພາປະຊາຊົນແຂວງ.