
ຕອນເຊົ້າຂອງວັນສຸກ, ວັນທີ 29 ກັນຍາ 2023 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ສະພາປະຊາຊົນແຂວງ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການກະກຽມດຳເນີນກອງປະຊຸມ ແລະ ການລົງເຄື່ອນໄຫວພົບປະຜູ້ມີສິດເລືອຕັ້ງ, ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະໄຫມສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຊຸດທີ II, ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີຮອງປະທານ, ບັນດາທ່ານໃນຄະນະປະຈຳ, ຄະນະເລຂາທິການ, ຫົວໜ້າ/ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ.



ກອງປະຊຸມ, ທ່ານ ນ. ວັນສີ ພວງມະໄລ ເລຂາທິການສະພາປະຊາຊົນແຂວງ ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາການກະກຽມດຳເນີນກອງປະຊຸມ, ການລົງເຄື່ອນໄຫວພົບປະຜູ້ມີສິດເລືອຕັ້ງ ແລະ ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະໄຫມສາມັນເທື່ອທີ 5 ຂອງສະພາປະຊາຊົນແຂວງ ຊຸດທີ II ແລະ ສະພາແຫ່ງຊາດ ຊຸດທີ IX, ເຊິ່ງບົດສະຫຼຸບດັ່ງກ່າວໄດ້ສະແດງອອກ: ດ້ານເນື້ອໃນແມ່ນໄດ້ເອົາໃຈໃສ່ໃນການປະສານງານກັບອົງການປົກຄອງແຂວງ, ບັນດາພະແນກການ, ອົງການກ່ຽວຂ້ອງເຫັນວ່າເຮັດໄດ້ດີ ແລະ ສາມາດນໍາເອົາບົດລາຍງານເຂົ້າຜ່ານໃນກອງປະຊຸມ ເພື່ອໃຫ້ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບັນດາເນື້ອໃນຕ່າງໆ ໃນກອງປະຊຸມໄດ້ຕາມຄາດໝາຍ, ດ້ານບໍລິຫານ-ການເງິນ ແລະ ພິທີການ ກໍ່ໄດ້ອໍານວຍຄວາມສະດວກ, ເຮັດສໍາເລັດຕາມທິດຊີ້ນໍາຂອງຄະນະປະທານເປັນຢ່າງດີ ຈຶ່ງເຮັດໃຫ້ສາມາດດໍາເນີນ ແລະ ປິດ ກອງປະຊຸມດ້ວຍຜົນສໍາເລັດຢ່າງຈົບງາມ ໃນລະຫວ່າງວັນທີ 3-4 ສິງຫາ 2023, ມີຜູ້ເຂົ້າຮ່ວມທັງໝົດ 193 ທ່ານ, ຍິງ 43 ທ່ານ. ພ້ອມນັ້ນ, ບັນດາທ່ານສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ໄດ້ສໍາເລັດໃນການລົງເຄື່ອນໄຫວພົບປະຜູ້ມີສິດເລືອຕັ້ງ ແລະ ເຜີຍແຜ່ຜົນສໍາເລັດຂອງ 2 ກອງປະຊຸມດັ່ງກ່າວໄດ້ 92 ຈຸດ, ມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 7,390 ຄົນ, ຍິງ 3,069 ຄົນ ແລະ ຍັງມີຜົນສໍາເລັດດ້ານຕື່ມອີກ. ແຕ່ກໍ່ບໍ່ປາສະຈາກດ້ານອ່ອນ-ຂໍ້ຄົງຄ້າງ ໃນການກະກຽມດຳເນີນກອງປະຊຸມເປັນຕົ້ນ ການປະສານງານກັບອົງການປົກຄອງແຂວງ, ບັນດາພະແນກການ, ອົງການຍັງບໍ່ທັນກົມກຽວເທົ່າທີ່ຄວນ ເຊິ່ງສະແດງອອກໃນການສົ່ງບົດລາຍງານໃຫ້ທາງສະພາປະຊາຊົນແຂວງຍັງຊັກຊ້າ ແລະ ການປະສານງານກັບເມືອງ, ບັນດາບ້ານ ທີ່ຈະລົງພົບປະຍັງບໍ່ທັນເຮັດໄດ້ດີ ສະແດງອອກຜູ້ເຂົ້າຮ່ວມຮັບຟັງບາງບ້ານຍັງມີຈໍານວນໜ້ອຍ ແລະ ບັນຫາອື່ນໆ.


ຫຼັງຈາກນັ້ນ, ກອງປະຊຸມໄດ້ເປີດກວ້າງໃຫ້ຜູ້ເຂົ້າຮ່ວມປະກອບຄຳຄິດຄຳເຫັນ, ແລກປ່ຽນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ, ເປັນການສະຫຼຸບຕີລາຄາຄີນ ການກະກຽມດຳເນີນກອງປະຊຸມ ແລະ ການລົງເຄື່ອນໄຫວພົບປະຜູ້ມີສິດເລືອຕັ້ງ, ເພື່ອກໍາໄດ້ສາເຫດທີ່ພາໃຫ້ມີດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ເພື່ອເປັນການຊອກຫາວິທີ່ທາງແກ້ໄຂບັນຫາຕ່າງໆທີເກີດຂຶ້ນ, ເອົາເປັນບົດຮຽນໃຫ້ແກ່ການກະກຽມດຳເນີນກອງປະຊຸມ, ການລົງເຄື່ອນໄຫວພົບປະຜູ້ມີສິດເລືອຕັ້ງ ແລະ ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມ ໃນຕໍ່ໜ້າ.


ປະທານກອງປະຊຸມໄດ້ມີຄໍາເຫັນ, ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຄະນະນໍາ ແລະ ພະນັກ ງານທຸກທ່ານທີ່ໄດ້ສຸມໃສ່ໃນການກະກຽມເນື້ອໃນດ້ານຕ່າງໆ ເຮັດໃຫ້ການດໍາເນີນກອງປະຊຸມ ແລະ ພົບປະປະຊາ ຊົນສໍາເລັດຜົນຕາມລະດັບຄາດໝາຍ ແລະ ໄດ້ເນັ້ນໜັກໃຫ້ພະນັກງານລັດຖະກອນ ພາຍໃນສະພາປະຊາຊົນແຂວງ ເອົາໃຈໃສ່ໃນການປະສານສົມທົບກັບບັນດາພະແນກການ, ອົງການ ແລະ ບັນດາເມືອງ ໃຫ້ລະອຽດ, ວອງໄວກວ່າເກົ່າ ເພື່ອເຮັດໃຫ້ການກະກຽມດຳເນີນກອງປະຊຸມ, ການລົງເຄື່ອນໄຫວພົບປະຜູ້ມີສິດເລືອຕັ້ງ ໃຫ້ໄດ້ຮັບຜົນດີຂຶ້ນກວ່າເກົ່າ ແລະ ທັນຕາມກໍານົດເວລາ.

ພາບ/ຂ່າວ: ສະພາປະຊາຊົນແຂວງ.