
ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍຄຳຂັວນ ແລະ ເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງອຸດົມໄຊ ຄັ້ງທີ IX ໃຫ້ປະກົດຜົນເປັນຈິງ, ຕອນບ່າຍຂອງວັນຈັນ, ວັນທີ 13 ພະຈິກ 2023, ສະຫະພັນແມ່ຍິງໜ່ວຍສະພາປະຊາຊົນແຂວງອຸດົມໄຊ ໄດ້ຈັດພິທີສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂງຂັນ 3 ດີ ປະຈໍາປີ 2023 ຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຂອງທ່ານ ນ. ວຽງສະໄໝ ປັນຍາຂັນ ປະທານສະຫະພັນແມ່ຍິງໜ່ວຍສະພາປະຊາຊົນແຂວງອຸດົມໄຊ, ໃຫ້ກຽດເຂົ້າຮ່ວມພິທີມີທ່ານ ປອ ນ. ວຽງມະລີ ສຸລີໄຊ ຮອງປະທານສະຫະພັນແມ່ຍິງແຂວງ, ທ່ານ ທອງຄານ ວັດສະດາກອນ ເລຂາໜ່ວຍພັກສະພາປະຊາຊົນແຂວງ, ບັນດາທ່ານແຂກເຊີນມາຈາກໜ່ວຍແມ່ຍິງພະແນກການອ້ອມຂ້າງ ແລະ ສະມາຊິກແມ່ຍິງພາຍໃນໜ່ວຍສະພາປະຊາຊົນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.




ພິທີ, ຄະນະຈັດຕັ້ງໄດ້ກ່າວຈຸດປະສົງ ແລະ ຜ່ານຂໍ້ຕົກລົງ ຂອງສະຫະພັນແມ່ຍິງແຂວງ ວ່າດ້ວຍການອານຸມັດໃຫ້ສະຫະພັນແມ່ຍິງໜ່ວຍສະພາປະຊາຊົນແຂວງອຸດົມໄຊ ເປີດພິທີສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂງຂັນ 3 ດີ ແລະ ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂງຂັນ 3 ດີ ປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024 ຂອງສະຫະພັນແມ່ຍິງໜ່ວຍສະພາປະຊາຊົນແຂວງອຸດົມໄຊ, ໃນໄລຍະຜ່ານມາ ຄະນະສະຫະພັນແມ່ຍິງໜ່ວຍສະພາປະຊາຊົນແຂວງ ໄດ້ມີການຈັດຕັ້ງປະຕິບັດວຽກງານວິຊາສະເພາະຕິດພັນກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວຢ່າງຕັ້ງໜ້າໄປພ້ອມໆ ກັບການສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຈັດຕັ້ງເຄື່ອນໄຫວຂະບວນການອື່ນໆ ຂອງອົງການຈັດຕັ້ງມະຫາຊົນ, ຂອງແຂວງ, ການສ້າງແຜນ ແລະ ວິທີການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ແມ່ນປະຕິບັດຕາມ 4 ບາດກ້າວຄື: ບາດກ້າວທີ 1 ການກະກຽມ, ບາດກ້າວທີ 2 ການເປີດຂະບວນການແຂ່ງຂັນ 3 ດີ, ບາດກ້າວທີ 3 ການຕິດຕາມ, ກວດກາ, ຊຸກຍູ້ການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ 3 ດີ ແລະ ບາດກ້າວທີ 4: ການສະຫຼຸບຕີລາຄາ ແລະ ການຍ້ອງຍໍ. ເຊິ່ງໃນ 1 ປີ ຜ່ານມາ ສະຫະພັນແມ່ຍິງໜ່ວຍສະພາປະຊາຊົນແຂວງ ໄດ້ມີການປະເມີນຜົນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ມີສະມາຊິກສະຫະພັນແມ່ຍິງເຂົ້າຮ່ວມ ຈໍານວນ 15 ສະຫາຍ ໂດຍປະຕິບັດຕາມມາດຖານເງື່ອນໄຂທີ່ສູນກາງສະຫະພັນແມ່ຍິງລາວວາງອອກຢ່າງເຂັ້ມງວດ ຜ່ານການປະເມີນຜົນຕົວຈິງ ເຫັນວ່າສະມາຊິກພາຍໃນ ໜ່ວຍສາມາດຄັດເລືອກເປັນບຸກຄົນ 3 ດີໄດ້ 100%. ຫຼັງຈາກນັ້ນ, ສະມາຊິກແມ່ຍິງພາຍໃນໜ່ວຍໄດ້ປະກອບຄຳຄິດຄຳເຫັນເພີ່ມເຕີ່ມ ແລະ ໄດ້ຕົບມືຮັບຮອງເອົາບົດສະຫຼຸບດັ່ງກ່າວ, ພ້ອມທັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການມອບໃບຢັ້ງຢືນ 3 ດີ ປະຈຳປີ 2023 ໃຫ້ສະຫະພັນແມ່ຍິງ ໜ່ວຍສະພາປະຊາຊົນແຂວງອຸດົມໄຊ ແລະ ໄດ້ຈັດພິທີມອບ-ຮັບ ຢ່າງເປັນທາງການ.




