
ເພື່ອເປັນການສະຫຼຸບຖອດຖອນບົດຮຽນກ່ຽວກັບຈັດຕັ້ງປະຕິບັດບົດບັນທຶກຮ່ວມ ລະຫວ່າງ ຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນແຂວງ ກັບ ບັນດາພະແນກການຂົງເຂດເສດຖະກິດໄລຍະຜ່ານມາ, ຕອນບ່າຍຂອງວັນອັງຄານ, ວັນທີ 27 ມິຖຸນາ 2023, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ຄະນະຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນແຂວງ, ໄດ້ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດບົດບັນທຶກຮ່ວມ ລະຫວ່າງ ຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ ກັບ ບັນດາພະແນກການຂົງເຂດເສດຖະກິດ, ໂດຍການເປັນປະທານຂອງທ່ານ ຄໍາເຜີຍ ງອນວັນຄໍາ ຮອງປະທານສະພາປະຊາຊົນແຂວງ, ມີທ່ານ ທອງໄຊ ທໍ່ຈົງເລ່ຍຈີ ປະທານຄະນະຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ, ມີສະມາຊິກສະພາປະຊາຊົນແຂວງທີ່ເປັນກໍາມະການຂອງຄະນະຄະນະກໍາມະການ, ຜູ້ຕາງໜ້າຈາກອົງການກວດສອບພາກເໜືອ 2, ຫົວໜ້າພະແນກ/ຮອງພະແນກການຂົງເຂດເສດຖະກິດ, ອົງການທຽບເທົ່າ ແລະ ພະນັກງານວິຊາການຂະແໜງກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມ, ໄດ້ຮັບຟັງການຜ່ານຮ່າງບົດສະຫລຸບຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດບົດບັນທຶກຮ່ວມ ລະຫວ່າງ ຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ ກັບ ບັນດາພະແນກການຂົງເຂດເສດຖະກິດ, ການເຄື່ອນໄຫວວຽກງານໄລຍະຜ່ານມາຄະນະກໍາມະການ ແລະ ພະແນກການກ່ຽວຂ້ອງ ໄດ້ນໍາເອົາບັນດາບົດບັນທຶກຮ່ວມເຜີຍແຜ່ໃຫ້ພະນັກງານ-ລັດຖະກອນພາຍໃນອົງການຕົນຮັບຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດເປັນຕົ້ນ: ການປະສານວຽກງານການກະກຽມດໍາເນີກອງປະຊຸມຕ່າງໆ, ວຽກງານການຕິດຕາມກວດກາ ແລະ ວຽງານການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາຂອງພົນລະເມືອງ. ເຊິ່ງບົດບັນທຶກຮ່ວມດັ່ງກ່າວແມ່ນໄດ້ເຊັ່ນຈໍານວນ 8 ພະແນກການ ແລະ ຈະສືບຕໍ່ເຊັນບົດບັນທຶກຮ່ວມໃຫ້ສໍາເລັດຕາມແຜນການ. ພ້ອມນັ້ນ, ຍັງໄດ້ຜ່ານທິດທາງແຜນການໃນຕໍ່ໜ້າຕື່ມອີກ.

ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປະກອບຄຳເຫັນໃສ່ຮ່າງບົດສະຫລຸບຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດບົດບັນທຶກຮ່ວມ ລະຫວ່າງ ຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ ກັບ ບັນດາພະແນກການຂົງເຂດເສດຖະກິດ ຢ່າງກົງໄປກົງມາ, ແຫຼກແຫຼວ ແລະ ເປັນຂະບວນ ເພື່ອເຮັດໃຫ້ຮ່າງບົດສະຫລຸບດັ່ງກ່າວມີເນື້ອໃນຄົບຖ້ວນສົມບູນ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃຫ້ດີຂຶ້ນກວ່າເກົ່າໃນຕໍ່ໜ້າ.

ໃນຕອນທ້າຍ, ປະທານກອງປະຊຸມໄດ້ມີຄຳເຫັນໂອ້ລົມ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະທີ່ຜ່ານມາໃນການແກ້ໄຂບັນຫາຕ່າງໆ, ການສະໜອງຂໍ້ມູນໃຫ້ກັນ ແລະ ກັນ, ການປະສານວຽກງານການກະກຽມດໍາເນີກອງປະຊຸມຕ່າງໆສໍາເລັດຕາມຄາດໝາຍ ແລະ ອື່ນໆ. ພ້ອມນັ້ນທ່ານໄດ້ເນັ້ນໜັກໃຫ້ພ້ອມກັນສືບຕໍ່ຜັນຂະຫຍາຍທິດທາງແຜນການເຂົ້າສູ່ລົງເລິກ ແລະ ເປັນລະບຽບ ເອົາໃຈໃສ່ປະຕິບັດໜ້າທີ່ໃຫ້ສໍາເລັດຕາມການມອບໝາຍ.

ພາບ/ຂ່າວ: ນັກຂ່າວ ສພຂ.