ສະຫະພັນແມ່ຍິງແຂວງຫລວງນ້ຳທາ ພົບປະແລກປ່ຽນບົດຮຽນສະຫະພັນແມ່ແຂວງບໍ່ແກ້ວ

ພ.ພ. 5, 2025 | ເຂດ 3 ຫຼວງນ້ຳ​ທາ

ເພື່ອຮັດແໜ້ນຄວາມສາມັກຄີລະຫວ່າງສະຫະພັນແມ່ຍິງ 2 ແຂວງ ໃນຕອນເຊົ້າວັນທີ 29 ເມສາ 2025 ສະຫະພັນແມ່ຍິງຮາກຖານສະພາປະຊາຊົນແຂວງຫລວງນໍ້າທາ ນຳໂດຍທ່ານ ນາງ ອຸ່ນຫລ້າ ອ້ຽງລໍລາດ ຮອງປະທານສະພາປະຊາຊົນແຂວງ ເລຂາໜ່ວຍພັກສະພາປະຊາຊົນແຂວງ ແລະ ທ່ານ ນາງ ເກສອນ ແສງຍະວົງ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ຄະນບໍລິຫານງານສະຫະພັນແມ່ຍິງແຂວງ ຜູ້ຊີ້ນໍາວຽກງານສະຫະພັນແມ່ຍິງຂົງເຂດຕຸລາການ ໄດ້ພົບປະຢ້ຽມຢາມແລກປ່ຽນບົດຮຽນ ກັບ ໜ່ວຍສະຫະພັນແມ່ຍິງສະພາປະຊາຊົນແຂວງບໍ່ແກ້ວ ໂດຍການຕ້ອນຮັບອັນອົບອຸ່ນຂອງທ່ານ ນາງ ດາວ ໄຊເສດຖາ ຮອງປະທານສະພາປະຊາຊົນແຂວງ ແລະ ໄດ້ເປີດກອງປະຊຸມຮ່ວມ ຂຶ້ນທີ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງບໍ່ແກ້ວ ພາຍໃຕ້ການເປັນປະທານຮ່ວມຂອງຄະນະສະຫະພັນແມ່ຍິງຮາກຖານແຂວງຫລວງນ້ຳທາ ແລະ ຫົວໜ້າໜ່ວຍສະຫະພັນແມ່ຍິງສະພາປະຊາຊົນແຂວງບໍ່ແກ້ວ ມີສະມາຊິກສະຫະພັນແມ່ຍິງທັງ 2 ແຂວງເຂົ້້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ຮັບຟັງຄະນະສະຫະພັນແມ່ຍິງທັງ 2 ແຂວງ ຜ່ານບົດລາຍງານແລກປ່ຽນບົດຮຽນກ່ຽວກັບການເປັນເສນາທິການໃຫ້ແກ່ການນຳພາຍໃນສະພາປະຊາຊົນແຂວງ ເຊິ່ງສະຫະພັນແມ່ຍິງຮາກຖານສະພາປະຊາຊົນແຂວງ ເປັນຮາກຖານໜື່ງ ເຊີ່ງພາຍໃຕ້ການຊີ້ນໍາ-ນໍາພາໂດຍກົງຂອງຄະນະໜ່ວຍພັກສະພາປະຊາຊົນແຂວງ, ມີພາລະບົດບາດ ແລະ ໜ້າທີ່ ເປັນເສນາທິການໃຫ້ຄະນະນໍາສະພາປະຊາຊົນແຂວງ, ປະຕິບັດຕາມ 3 ພາລະບົດບາດຄື: ດ້ານນິຕິກຳເອື້ອຍນ້ອງແມ່ຍິງໄດ້ເອົາໃຈໃສ່ປະສານສົມທົບກັບບັນດາພະແນກ ການທີ່ກ່ຽວຂ້ອງໃນການສ້າງ ແລະ ປັບປຸງຂໍ້ຕົກລົງຂອງເຈົ້າແຂວງແຕ່ລະຄັ້ງຢ່າງເຂັ້ມງວດ, ດ້ານຕົກລົງບັນຫາສຳຄັນຂອງທ້ອງຖິ່ນ ໄດ້ຖືກແຕ່ງຕັ້ງເຂົ້າໃນຄະນະເນື້ອໃນກໍ່ໄດ້ກະກຽມເອກະສານໃຫ້ແກ່ການນໍາ ເພື່ອຄົ້ນ ຄວ້າ, ພິ ຈາລະນາ ແລະ ຮັບຮອງເອົາບັນດາວຽກງານສໍາຄັນພື້ນຖານຂອງແຂວງ ແລະ ດ້ານການຕິດຕາມກວດກາໄດ້ເອົາໃຈໃສ່ໃນການເປັນເສນາທິການໃນການຕິດຕາມ, ກວດກາ ການເຄົາລົບ ແລະ ຈັດຕັ້ງປະຕິບັດກົດໝາຍ, ການປະຕິບັດມະຕິຂອງກອງປະຊຸມສະພາປະຊາຊົນແຂວງ ນອກນັ້ນ  ແມ່ຍິງຍັງໄດ້ເອົາຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄດ້ສໍາເລັດຜົນ ສາມາດສ້າງເປັນແມ່ຍິງ 3 ດີຕະຫຼອດມາ ແລະ ສ້າງໄດ້ພະນັກງານເປັນພະນັກງານນໍາພາຄຸ້ມຄອງໄດ້ຈໍານວນໜຶ່ງ; ພ້ອມດຽວກັນ ສະມາຊິກສະຫະພັນແມ່ຍິງທັງ 2 ແຂວງ ຍັງໄດ້ແລກປ່ຽນບົດຮຽນຢ່າງຮອບດ້ານ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ການເປັນເສນາທິການ ແລະ ການຈັດຕັ້ງປະຕິບັດວຽກງານແມ່ຍິງ 3 ດີ ໃຫ້ດີຂຶ້ນກວ່າເກົ່າ ໂອກາດນີ້ ຍັງໄດ້ມອບຂອງຂວັນເຊິ່ງກັນ ແລະ ກັນ ເພື່ອເປັນທີ່ລະນຶກ.