ໃນວັນທີ 1 ທັນວາ 2025 ຢູ່ທີ່ກອງພັນໃຫຍ່ 643ໄດ້ມີພີທີມອບ-ຮັບຄອມພິວເຕີ ໂດຍການກ່າວມອບ ຂອງ ທ່ານ ນາງ ສົດທິດາ ທິບມູນຕາລີ ຮອງປະທານຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັັນດາເຜົ່າສະພາປະຊາຊົນແຂວງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 9 ແລະ ການກ່າວຮັບຂອງ ທ່ານ ພັທ ອຸ່ນຄໍາ ນັນທະວົງ ຮອງຫົວໜ້າການເມືອງກອງພັນໃຫຍ່643 ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 643 ໂດຍຊ່ອງໜ້ານາຍ ແລະ ພົນທະຫານ, ແລະ ພະນັກງານສະພາປະຊາຊົນແຂວງ ເຂົ້າຮ່ວມເປັນສັກຂີພີຍານໃນຄັ້ງນີ້.
ເພື່ອເປັນການປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງກອງພັນໃຫຍ່ 643ໃຫ້ໄດ້ຮັບປະສິດທິຜົນສູງຂຶ້ນກວ່າເກົ່າ. ເຄື່ອງທີ່ນໍາມອບ-ຮັບຄັ້ງນີ້ມີຄອມພິວເຕີ 1 ເຄື່ອງ, ມູນຄ່າທັງໝົດ 7.000.000 ກີບ ເຊິ່ງຄອມດັ່ງກ່າວແມ່ນໄດ້ຮັບການລະດົມຂົນຂວາຍຂອງສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ທີ່ໄດ້ຮັບການອຸປະຖໍາຈາກກະຊວງສຶກສາທິການ ແລະ ກິລາ. ໃນພິທີ ທ່ານ ນາງສົດທິດດາ ທິບມູນຕາລີ ໄດ້ມີຄໍາເຫັນໂອ້ລົມຕໍ່ກັບກອງພັນໃຫຍ່ 643 ຈົ່ງນໍາເອົາອຸປະກອນດັ່ງກ່າວ ໄປນໍາໃຊ້ໃຫ້ສອດຄ່ອງ ແລະ ເໝາະສົມກັບຄວາມຮຽກຮ້ອງຕ້ອງການໃນການຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້ສະດວກຍິ່ງຂຶ້ນກວ່າເກົ່າ ແລະ ຈົ່ງຊ່ວຍກັນປົກຮັກສາ, ຊົມໃຊ້ໃຫ້ໄດ້ຍາວນານ ແລະ ໃນຕອນທ້າຍຂອງ ທ່ານ ພັທ ອຸ່ນຄໍາ ນັນທະວົງ ສະແດງຄວາມຂອບໃຈມາຍັງສະມາຊິກສະພາແຫ່ງຊາດ ກໍຄືສະພາປະຊາຊົນແຂວງທີ່ມີຄວມເປັນຫ່ວງເປັນໃຍທີ່ຊ່ວຍແບ່ງເບົາງົບປະມານ, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະນໍາໃຊ້ເຂົ້າໃນໜ້າທີ່ວຽກງານໃຫ້ໄດ້ຮັບປະສິດທິຜົນສູງຂຶ້ນກວ່າເກົ່າ ແລະ ປົກປັກຮັກສາອຸປະກອນດັ່ງກ່າວ ໃຫ້ມີຜົນປະໂຫຍດສູງສຸດ ຢ່າງຍາວນານ ແລະ ທ່ານຍັງຫວັງວ່າໄດ້ຮັບການຊ່ວຍເຫຼືອໃນດ້ານຕ່າງໆ ຈາກສະພາປະຊາຊົນແຂວງຕື່ມອີກໃນຕໍ່ໜ້າ.
ສະພາປະຊາຊົນແຂວງຊຽງຂວາງ
ຂ່າວໂດຍ: ນາງ ສຸກສະຫວັນ ອິນທະແສງ
