![](https://na.gov.la/wp-content/uploads/2022/07/292023045_2064694417051609_6670492387321306425_n.jpeg)
(ສພຊ) ເພື່ອເປັນການທົບທວນຄືນຜົນງານທີ່ຜ່ານມາຂອງລັດຖະສະພາສະມາຊິກໄອພີຢູ ໃນການປະຕິບັດພາລະບົດບາດຂອງອົງການນິຕິບັນຍັດ ເຊິ່ງອົງການສະຫະປະຊາຊາດເພື່ອການພັດທະນາ (UNDP), ສະຖານທູດ ສ.ອາເມລິກາ ປະຈໍາ ສປປລາວ ໄດ້ຮ່ວມກັນເປັນເຈົ້າພາບຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນລັດຖະສະພາສາກົນ ຫລື IPU ຄົບຮອບ 133 ປີ (30 ມິຖຸນາ 1889-30 ມິຖຸນາ 2022) ຂຶ້ນຢູ່ທີ ໂຮງແຮມ ແລນມາກ ນະຄອນຫຼວງວຽງຈັນ ຂອງຄໍ່າຄືນຂອງວັນທີ 29 ມິຖຸນາຜ່ານມາ ໂດຍການນໍາພາຂອງທ່ານ ສັນຍາ ປຣະເສີດ ປະທານກໍາມາທິການການຕ່າງປະເທດ ສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍບັນດາທ່ານສະມາຊິກສະພາແຫ່ງຊາດເຂົ້າຮ່ວມ.![]()
![](https://na.gov.la/wp-content/uploads/2022/07/291944537_2064694463718271_4851259928803141577_n.jpeg)
ໃນພິທີດັ່ງກ່າວ, ຜູ້ເຂົ້າຮ່ວມໄດ້ຮັບຟັງການກ່າວຕ້ອນຮັບຈາກທ່ານ ສັນຍາ ປຣະເສີດ; ການກ່າວຕ້ອນຮັບຂອງທ່ານ ນາງ ຈອຍ ມິຈິໂກະ ຊາກຸໄຣ ອຸປະທູດປະຈໍາສະຫະລັດອາເມລິກາ; ການກ່າວຕ້ອນຮັບຂອງທ່ານ ນາງ ແຄັດເທີລິນ ເຟືອງ ຮອງຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາປະຈໍາລາວ; ຈາກນັ້ນ ຜູ້ເຂົ້າຮ່ວມຍັງໄດ້ຮັບຊົມວິດີໂອສັ້ນ ຈາກເລຂາທິການຂອງສະຫະພັນລັດຖະສະພາສາກົນ ເຊິ່ງມີເນື້ອໃນເວົ້າເຖິງຄວາມໝາຍຄວາມສໍາຄັນຂອງວັນດັ່ງກ່າວ ແລະ ວຽກງານຂອງລັດຖະສະພາສາກົນ.![]()
![](https://na.gov.la/wp-content/uploads/2022/07/291888597_2064694457051605_7125148844888127447_n.jpeg)
![](https://na.gov.la/wp-content/uploads/2022/07/292276013_2064694497051601_2450180865681416446_n.jpeg)