ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 6 ລົງໂຄສະນາເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 8

ກ.ພ. 24, 2025 | ເຂດ 6 ຫລວງພະບາງ

ໃນລະຫວ່າງວັນທີ 10-11 ມັງກອນ 2025, ທ່ານ ປະລິນຍາເອກ ສີນາວາ ສຸພານຸວົງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 6, ລັດຖະມົນຕີ ປະຈໍາສຳນັກງານນາຍົກລັດຖະມົນຕີ, ໄດ້ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງເພື່ອເຜີຍແຜ່ຜົນສຳເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 8ຂອງສະພາແຫ່ງຊາດ ຊຸດທີ IX ຢູ່ 3 ຈຸດ, ກວມເອົາ 7 ບ້ານຄື: ບ້ານປາກຫຼຶງ, ບ້ານໜອງຈອງ, ບ້ານຫ້ວຍຢໍ້, ບ້ານນາສັ້ງ, ບ້ານໂພນໂຮມ, ບ້ານຫ້ວຍແຂ້ ແລະ ບ້ານມ່ວງແກ້ວ, ເມືອງຈອມເພັດ,ແຂວງຫຼວງພະບາງ ເຊິ່ງໄດ້ມີອຳນາດການປົກຄອງບ້ານ, ເຖົ້າແກ່ແນວໂຮມ ຕະຫຼອດພໍ່ແມ່ປະຊາຊົນບັນດາເຜົ່າ ຜູ້ມີສິດເລືອກຕັ້ງ ເຂົ້າຮ່ວມທັງໝົດ 468 ຄົນ, ຍິງ 259 ຄົນ;

ການລົງເຄື່ອນໄຫວວຽກງານ ໃນຄັ້ງນີ້ ກໍເພື່ອນໍາເອົາເນື້ອໃນຜົນສຳເລັດ ກອງປະຊຸມສະ   ໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX, ເຜີຍແຜ່ໃຫ້ພະນັກງານລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ເຂົ້າໃຈຕໍ່ແນວທາງຂອງພັກ, ລັດ ແລະ ນໍາໄປຈັດຕັ້ງຜັນຂະຫຍາຍ ເຂົ້າສູ່ວຽກງານຕົວຈິງຢູ່ທ້ອງຖິ່ນຮາກຖານການເມືອງ ແລະ ບ້ານ ໄດ້ຮັບຮູ້ການເຄື່ອນໄຫວວຽກງານ ຂອງລັດຖະບານ, ວຽກງານສະພາແຫ່ງຊາດ, ວຽກງານອົງການຕຸລາການ ແລະ ວຽກງານອື່ນໆ ທີ່ໄດ້ຄົ້ນຄ້ວາ,ພິຈາລະນາ ແລະ ຮັບຮອງ ຢູ່ໃນກອງປະຊຸມສະ   ໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງໃນການລົງເຄື່ອນໄຫວແຕ່ລະຈຸດນັ້ນ ໄດ້ຮັບຟັງສະພາບການພັດທະນາເສດຖະກິດສັງຄົມ ຂອງບ້ານ ສ່ວນໃຫຍ່ແມ່ນມີອາຊີບປູກຝັງ, ລ້ຽງສັດ, ການບໍລິກາ ແລະ ຄ້າຂາຍ, ເປັນຕົ້ນຕໍ, ຄຽງຄູ່ກັນນັ້ນທ່ານຍັງໄດ້ຮັບຟັງຄໍາຄິດຄໍາເຫັນ, ຄໍາສະເໜີຂອງ ປະຊາຊົນບັນດາເຜົ່າ ຕິດພັນກັບການເກັບກໍາສະພາບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດສັງຄົມ ຢູ່ພາຍໃນເມືອງຈອມເພັດ.

ໃນໂອກາດດັ່ງກ່າວ ທ່ານ ຍັງໄດ້ນໍາເອົາເຄື່ອງນຸ່ງຮົ່ມ ແລະ ເງິນ ຈໍານວນໜຶ່ງ ມອບໃຫ້ພໍ່ແມ່ປະຊາຊົນ ແລະ ຄູ-ອາຈານ ເພື່ອເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດຄອບຄົວ,ຈາກນັ້ນຍັງໄດ້ຮຽກຮ້ອງໃຫ້ ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນແລະ ກັນ, ເຊື່ອໝັ້ນຕໍ່ການນໍາພາຂອງ ພັກ, ລັດ, ເປັນເຈົ້າການໃນການສຶກສາອົບຮົມລູກຫຼານໃຫ້ເປັນພົນລະເມືອງດີ, ເອົາໃຈໃສ່ສ້າງເສດຖະກິດຂອງຄອບຄົວ ໂດຍອີງໃສ່ເງື່ອນໄຂທ່າແຮງຂອງບ້ານເປັນຕົ້ນແມ່ນ ຜະລິດສິນຄ້າກະສິກໍາ ທີ່ເມືອງສົ່ງເສີມ  ແລະມີຕະຫຼາດຮອງຮັບ ສ່ວນຄໍາສະເໜີ ທີ່ປະຊາຊົນສະເໜີ ບາງຄຳສະເໜີແມ່ນໄດ້ຊີ້ແຈງກັບທີ່, ມີບາງຄຳສະເໜີຈະໄດ້ສັງລວມສົ່ງໃຫ້ ພາກສ່ວນກ່ຽວຂ້ອງ ຂອງແຂວງ ແລະ ເມືອງ ເພື່ອລົງກວດກາ ແລະ ແກ້ໄຂໃຫ້ທັນຕາມສະພາບການ.

ໂດຍ: ອານຸນ ຈັນທະມາໄລ