
ໃນລະຫວ່າງວັນທີ 23-25 ສິງຫາ 2022 ຜ່ານມານີ້, ທ່ານ ເລື່ອມ ສົນສີວິໄລ ສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ທ່ານ ນ. ທອງສະໄໝ ສີສຸທອນ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງປາກແບງ ໄດ້ລົງເຄື່ອນໄຫວພົບປະ ພໍ່-ແມ່ປະຊາຊາຊົນ ຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ເນື້ອໃນຜົນ ສຳເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຢູ່ບ້ານຄຳ, ບ້ານສຸກໄຊ, ບ້ານຫ້ວຍແຊງຄຳ, ບ້ານດອນສະອາດ, ບ້ານໄຊຊະນະ ແລະ ສະໂມສອນເມືອງ ມີການນໍາເມືອງ, ພະນັກງານຫຼັກແຫຼ່ງຂອງເມືອງ, ນາຍບ້ານ, ອົງການຈັດຕັ້ງບ້ານ ແລະ ປະຊາຊົນເຂົ້າຮ່ວມທັງໝົດ 447, ຍິງ 142 ຄົນ.

ຈຸດປະສົ່ງຂອງການລົງເຄື່ອນໄຫວໃນຄັ້ງນີ້ແມ່ນເພື່ອພົບປະ ພໍ່-ແມ່ປະຊາຊາຊົນ ຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ເນື້ອໃນຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາ ຊົນແຂວງ ຊຸດທີ II ເພື່ອສະເໜີໃຫ້ປະຊາຊົນ ຮັບຮູ້ ແລະ ມີຄວາມເຂົ້າໃຈ ວ່າກອງປະຊຸມໄດ້ພິຈາລະນາ ແລະ ຮັບ ຮອງເອົາເນື້ອໃນບັນຫາສໍາຄັນຫຍັງແດ່ ແລະ ບັນຫາທີ່ພົ້ນເດັ່ນອື່ນໆ ທີ່ສັງຄົມໃຫ້ຄວາມສົນໃຈ.


ພ້ອມນັ້ນ, ຍັງໄດ້ຮັບຟັງຄໍາຄິດເຫັນ ແລະ ຄຳສະເໜີ ຂອງປະຊາຊົນ ທີ່ມີຕໍ່ສະມາຊິກສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໃນການຄຸ້ມຄອງບໍລິຫານລັດເປັນຕົ້ນການພັດທະນາພື້ນຖານໂຄງລາງ ແລະ ບັນຫາອື່ນໆ ຕໍ່ກັບຄໍາຄິດເຫັນດັ່ງກ່າວນັ້ນທາງ ສສຊ-ສສຂ ໄດ້ຊີ້ແຈງກັບທີ່ແລ້ວ ແລະ ບາງບັນຫາຈະໄດ້ສະຫຼຸບສັງລວມ ສົ່ງໃຫ້ຄະນະປະຈຳສະພາປະຊາຊົນແຂວງ ຄົ້ນຄວ້າປຶກສາຫາລື ແລະ ມອບໃຫ້ຄະນະກໍາມະການ ສະເໜີຕໍ່ພາກສ່ວນກ່ຽວຂ້ອງຄົ້ນຄ້ວາພິຈາລະນາ ແລະ ແກ້ໄຂ ໃຫ້ຖືກຕ້ອງຕາມລະບຽບການ.

ພາບ/ຂ່າວ: ແສງພອນ ອິນນະລົງ.