(ສພຊ) – ເພື່ອເປັນການສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ ແລະ ຄວາມອາໄລຮັກຢ່າງສຸດຊຶ້ງ, ໃນຕອນບ່າຍວັນທີ 3 ເມສານີ້ ທີ່ຫໍປະຊຸມແຫ່ງຊາດ, ການນໍາຂັ້ນສູງຂອງສະພາແຫ່ງຊາດ ນໍາໂດຍສະຫາຍ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ເຂົ້າວາງພວງມາລາໄວ້ອາໄລເຖິງດວງວິນຍານຂອງສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແລະ ນັກປະຕິວັດອາວຸໂສຂອງພັກປະຊາຊົນປະຕິວັດລາວ.

ສະຫາຍ ປອ. ໄຊສົມພອນ ພົມວິຫານ ໄດ້ຂຽນ ແລະ ເຊັນຄໍາໄວ້ອາໄລເຖິງດວງວິນຍານຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ ເຊິ່ງມີເນື້ອໃນວ່າ: ຄະນະປະຈໍາສະພາແຫ່ງຊາດ ຂໍສະແດງຄວາມເສົ້າໂສກອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປໂດຍບໍ່ມີວັນກັບຄືນມາຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປລາວ, ນັກປະຕິວັດອາວຸໂສຂອງພັກປະຊາຊົນປະຕິວັດລາວ.
ການຈາກໄປຂອງສະຫາຍໃນຄັ້ງນີ້ ເປັນການສູນເສຍອັນຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ, ສູນເສຍການນໍາຂັ້ນສູງຮຸ່ນທຳອິດຂອງການປະຕິວັດລາວ, ສະຫາຍເປັນນັກປະຕິວັດຜູ້ອົງອາດກ້າຫານ ຜູ້ທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍາຂອງຕົນ ເພື່ອພາລະກິດປົດປ່ອຍຊາດໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນ, ເປັນຜູ້ສືບຕໍ່ນໍາພາການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກເຮົາ; ສະຫາຍແມ່ນນັກຮັກຊາດທີ່ດູດດື່ມ, ແມ່ນນັກປະຕິວັດທີ່ກ້າແກ່ນ ແລະ ຜູ້ນໍາທີ່ດີເດັ່ນຂອງພັກ, ຂອງຊາດເຮົາ.
ຄະນະປະຈໍາສະພາແຫ່ງຊາດ ຂໍຈາລຶກຄຸນງາມຄວາມດີຂອງສະຫາຍຕະຫຼອດໄປ ແລະ ຈະສືບຕໍ່ພາລະກິດຂອງສະຫາຍ ເພື່ອສ້າງສາປະເທດຊາດລາວ ໃຫ້ຮັ່ງມີ, ເຂັ້ມແຂງ.
ຂໍໃຫ້ດວງວິນຍານຂອງສະຫາຍ ພົນເອກ ຄຳໄຕ ສີພັນດອນ ຈົ່ງໄປສູ່ສຸຂະຕິດ້ວຍເທີ້ນ.
(ສອນສັກ ວັນວິໄຊ)