
(ສພຊ) ວັນທີ 21 ກຸມພາ 2024 ທີ່ຫໍສະພາແຫ່ງຊາດ ໄດ້ມີພິທີມອບ-ຮັບ ຊຸດດອກໄຟເຍືອງທາງໂຊລາເຊວ ໃຫ້ແກ່ສະພາແຫ່ງຊາດ ຈຳນວນ 100 ຊຸດ ລວມມູນຄ່າທັງໝົດ 90.000 ໂດລາສະຫະລັດ, ໂດຍການກ່າວມອບຂອງທ່ານ ຊົງ ຈູນ ຜູ້ອຳນວຍການບໍລິສັດຮ່ວມທຶນ ລາວ-ຈີນ ຈຳກັດ ແລະ ກ່າວຮັບໂດຍທ່ານ ສົມມາດ ພົລເສນາ ຮອງປະ ທານສະພາແຫ່ງຊາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ; ໂອກາດດັ່ງກ່າວ, ທ່ານ ສົມມາດ ພົລເສນາ ໄດ້ກ່າວສະແດງຄວາມຂອບໃຈ ແລະ ໄດ້ຕາງໜ້າສະພາແຫ່ງຊາດ ມອບໃບຍ້ອງຍໍຂອງປະ ທານຄະນະປະຈຳສະພາແຫ່ງຊາດ ໃຫ້ແກ່ບໍລິສັດຮ່ວມທຶນ ລາວ-ຈີນ ຈຳກັດ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນອຸປະຖຳໃນຄັ້ງນີ້.

(ພາບ ແລະ ຂ່າວ: ນາງ ກຸກກິກ ບຸດດາໄຊ)