loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະພາແຫ່ງຊາດ ຕ້ອນຮັບຄະນະສັດທາພີ່ນ້ອງຄົນເຊື້ອຊາດລາວ ຈາກປະເທດຝຣັ່ງ ແລະ ເອີຣົບ

​ພ.ຈ. 24, 2023 | SlideMobile, ຂ່າວເດັ່ນ

(ສພຊ) ໃນໂອກາດທີ່ ຄະນະສັດທາພີ່ນ້ອງຄົນເຊື້ອຊາດລາວ ຈາກປະເທດຝຣັ່ງ ແລະ ເອີຣົບ ເດີນທາງມາຮ່ວມງານທອດຖວາຍກອງມະຫາກະຖິນສາມັກຄີ ຢູ່ ສປປລາວ ປະຈໍາປີ 2023 ໃນວັນທີ 24 ພະຈິກ 2023 ຄະນະດັ່ງກ່າວ ໄດ້ເຂົ້າຢ້ຽມຊົມຫໍສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງທ່ານ ປອ. ເພັດພອນໃຈ ສິນລະປະກິດ ຫົວໜ້າຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດ. ສໍາລັບຄະນະສັດທາພີ່ນ້ອງຄົນເຊື້ອຊາດລາວ ຈາກປະເທດຝຣັ່ງ ແລະ ເອີຣົບ ນໍາພາໂດຍ ການນໍາສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ເອກອັກຄະລັດຖະທູດລາວ ປະຈໍາປະເທດຝຣັ່ງ, ສໍາພັນຄົນລາວ ປະຈໍາປະເທດຝຣັ່ງ ພ້ອມດ້ວຍຕາງໜ້າຄະນະພີ່ນ້ອງຄົນເຊື້ອຊາດລາວ ຢູ່ປະເທດຝຣັ່ງ ແລະ ເອີຣົບ ຈໍານວນ 100 ກວ່າທ່ານ.
ພາຍຫຼັງທີ່ຄະນະ ໄດ້ເຂົ້າຢ້ຽມຊົມຫໍສະພາແຫ່ງຊາດຫຼັງໃໝ່ແລ້ວ ກໍສະແດງຄວາມດີໃຈທີ່ໄດ້ມີໂອກາດກັບມາຢ້ຽມຢາມບ້ານເກີດເມືອງນອນຂອງຕົນ ແລະ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ເປັນກັນເອງຈາກຄະນະນຳສະພາແຫ່ງຊາດ ແລະ ຢ້ຽມຊົມຫໍສະພາແຫ່ງຊາດຫຼັງໃໝ່ທີ່ມີຄວາມທັນສະໄໝ ແລະ ສວຍສົດງົດງາມຫຼາຍເປັນໃບໜ້າໃບຕາຂອງບ້ານເມືອງ, ເມື່ອກັບບ້ານແລ້ວ ກໍຈະເຊີນຊວນພີ່ນ້ອງຊາວລາວ ມາຢ້ຽມຢາມ ສປປລາວ ຕື່ມອີກ.