loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະພາປະຊາຊົນແຂວງໄດ້ຮັບໂທລະໂຄ່ງ ຈາກພະແນກສາທາລະນະສຸກແຂວງ

ກ.ພ. 9, 2023 | ເຂດ 9 ຊຽງ​ຂວາງ

ໃນໄລຍະລົງເຜີຍຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ແລະ ເທື່ອທີ 3 ຂອງສະ ພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຊຸດທີ II, ສະພາປະຊາຊົນແຂວງໄດ້ ຮັບຄໍາ ສະເໜີຂໍໂທລະໂຄ່ງ ຈາກປະຊາຊົນ ຢູ່ບັນດາເມືອງຂອງແຂວງ, ​ໃນ​ວັນ​ທີ 2 ກຸມພາ 2023 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ​ສະພາປະຊາຊົນແຂວງໄດ້ຮັບ​ການອຸປະຖໍາ​ໂທລະໂຄ່ງຈາກພະແນກສາທາລະນະສຸກແຂວງ ໂດຍໄດ້ຮັບການລະດົມຂົນຂວາຍຂອງສະມາຊິກສະພາປະຊາຊົນແຂວງ, ​ໂດຍ​ໃຫ້​ກຽດ​ກ່າວ​ມອບ​ໃນ​ຄັ້ງ​ນີ້​ແມ່ນທ່ານ ດຣ ເຢ້ຢ່າງ ຮອງຫົວໜ້າພະແນກສາທາ ລະນະສຸກແຂວງ ​​ແລະ ກ່າວ​ຮັບ​ໂດຍ ທ່ານ ວຽງໄຊ ສີວິໄລ ຮອງປະທານ​ສະພາ​ປະຊາຊົນ​ແຂວງ​ຊຽງຂວາງ, ໂດຍມີການເຂົ້າຮ່ວມເປັນສັກຂີພະຍານຂອງບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານສະພາປະຊາຊົນແຂວງເຂົ້າຮ່ວມໃນຄັ້ງນີ້.

​ເຄື່ອງ​ທີ່​ນໍາ​ມອບ-​ຮັບ​ຄັ້ງ​ນີ້​ມີ​​ໂທລະໂຄ່ງ ຈໍານວນ 2 ຊຸດມູນຄ່າທັງໝົດ 24,932,000 ກີບ ເພື່ອນໍາໄປມອບໃຫ້ 1 ບ້ານຢູ່ເມືອງຄຸນ ແລະ ອີກ 1 ບ້ານຢູ່ເມືອງໝອກ ເພື່ອນໍາໃຊ້ເຂົ້າເພື່ອໂຄສະນາວຽກງານຕ່າງໆທີ່ສໍາຄັນຢູ່ພາຍໃນບ້ານ. ​ທ່ານ ວຽງໄຊ ສີວິໄລ ຍັງ​ໄດ້​ກ່າວ​ສະ​ແດງ​ຂອບ​ໃຈ​ມາ​ຍັງ​ທ່ານ ດຣ ເຢ້ຢ່າງ ກໍຄືທາງພະແນກສາທາລະນະສຸກແຂວງ ທີ່​ໄດ້ນໍາເອົາເຄື່ອງມາມອບໃຫ້ ເຊິ່ງເປັນການຍົກສູງພາລະບົດບາດຂອງສະພາປະຊາຊົນແຂວງອີກບາດກ້າວໜຶ່ງ ແລະ ທັງເປັນການ ຊ່ວຍຜັນຂະຫຍາຍວຽກງານຕ່າງໆຂອງພັກ-ລັດໃຫ້ປະຊາຊົນໄດ້ຮັບຮູ້ ​ ແລະ ທ່ານ​​ຍັງ​ໃຫ້​ຄໍາ​ໝັ້ນສັນຍາ​ວ່າ​ຈະ​ນໍາອຸປະກອນ​ດັ່ງ​ກ່າວ​ໄປມອບໃຫ້ບ້ານທີ່ມີຄວາມຄວາມຕ້ອງການ ແລະຈໍາເປັນທີ່ສຸດ, ທ່ານຍັງຫວັງ​ວ່າ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​​ໃນ​ດ້ານ​ຕ່າງໆ​ຈາກພະແນກສາທາລະນະສຸກແຂວງຕື່ມ​ອີກ.

ສະພາປະຊາຊົນແຂວງຊຽງຂວາງ

ຂ່າວໂດຍ: ນາງສຸກສະຫວັນອິນທະແສງ