ໃນຕອນເຊົ້າຂອງວັນທີ 22 ມິຖຸນາ 2022 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ຈັດກອງປະຊຸມກະກຽມຄວາມພ້ອມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 3 ໂດຍການເປັນປະທານຂອງທ່ານ ນ. ວິລະພອນ ທອງພິມ ກຳມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມມີບັນດາປະທານ, ຮອງປະທານຄະນະກໍາມະການ, ຮອງເລຂາທິການ, ຫົວໜ້າ, ຮອງຫົວໜ້າຂະແໜງການ ແລະ ພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຮັບຟັງການຜ່ານຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບ ກອງປະຊຸມສະໄໝສາມັນ ເທື່ອທີ3 ຂອງສະພາປະຊາຊົນແຂວງ ຊຸດທີII ສະເໜີໂດຍທ່ານ ຄອນປະສິດ ສຸນາເຄນ ຮອງເລຂາທິການສະພາປະຊາແຂວງ.
ຈາກນັ້ນປະທານກອງປະຊຸມໄດ້ມີຄໍາເຫັນຊີ້ນໍາ ແລະ ເຈາະຈີ້ມ ເພື່ອເປັນບ່ອນອີງໃນການຄົ້ນຄວ້າປະກອບຄໍາຄິດຄໍາເຫັນ ເພື່ອແນ່ໃສ່ຂໍ້ຕົກລົງສະບັບດັ່ງກ່າວຈັດຕັ້ງປະຕິບັດ ໃຫ້ສອດຄ່ອງກັບສະພາບຕົວຈິ່ງ, ພ້ອມທັງສາມາດຈັດຕັ້ງປະຕິບັດໃຫ້ສໍາເລັດຕາມລະດັບຄາດ ໝາຍທີ່ວາງໄວ້.
ໂດຍ:ອິນທີ ຂຽວສີຟ້າ
ສະພາປະຊາຊົນແຂວງໄຊຍະບູລີ ກະກຽມຄວາມພ້ອມໃຫ້ແກ່ ກອງປະຊຸມສະໄໝສາມັນ ເທື່ອທີ3 ຂອງສະພາປະຊາຊົນແຂວງ ຊຸດທີII
