
ຕອນບ່າຍຂອງວັນທີ 5 ທັນວາ 2022 ທີ່ຫ້ອງປະຊຸມ ສະພາປະຊາຊົນແຂວງອຸດົມໄຊ ໄດ້ຈັດພິທີ ເຜີຍແຜ່ ແລະ ເຊື່ອມຊຶມເອກະສານສໍາຄັນຂອງຊາດ ໂດຍການເປັນປະທານຂອງສະຫາຍ ທອງຄານ ວັດສະດາ ກອນ ເລຂາໜ່ວຍພັກ, ມີຄະນະພັກ, ຄະນະເລຂາທິການ, ຫົວໜ້າ/ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມ.


ຈຸດປະສົງແມ່ນເພື່ອປະຕິບັດຕາມແຈ້ງການຂອງຄະນະໂຄສະນາອົບຮົມແຂວງ ໃນການຈັດຕັ້ງ ໂຄສະນາ-ປາຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ ແລະ ວັນຄ້າຍວັນເກີດຂອງປະທານໄກສອນພົມວິຫານ ຄົບຮອບ 102 ປີ ໃຫ້ເລິກເຊິ່ງ, ກວ້າງຂວາງ ແລະ ທົ່ວເຖິງ ແລະ ເພື່ອເປັນການທົບທວນຫວນຄືນມູນເຊື້ອອັນສະຫງ່າງາມ ແລະ ໄຊຊະນະປະຫວັດສາດ ຂອງພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ, ຜົນສໍາເລັດໃນພາລະກິດປົກປັກຮັກສາ ແລະ ການສ້າງສາພັດທະນາປະເທດຊາດ ພາຍໃຕ້ການຊີ້ນຳ-ນໍາພາຂອງພັກ-ລັດເຮົາ, ພ້ອມທັງຖືເອົາໂອກາດນີ້ ເປັນການເພີ່ມທະວີການສຶກສາອົບຮົມ ສະມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ມີນໍ້າໃຈເສຍສະຫຼະ, ມີນໍ້າໃຈຮັກຊາດ, ຮັກສາມູນເຊື້ອສາມັກຄີປອງດອງ ຖືເອົາການສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 47 ປີ, ເປັນການໂຄສະນາປຸກລະດົມນໍ້າໃຈຮັກຊາດຮັກລະບອບໃໝ່, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຊີດຊູບົດບາດການນຳພາຂອງພັກ ແລະ ເພື່ອຄົ້ນຄວ້າຮໍ່າຮຽນເອົາມູນເຊື້ອປະຕິວັດຂອງພັກ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ ແລະ ການດຳລົງຊີວິດຂອງປະທານ ໄກສອນ ພົມວິຫານ, ຖືເອົາແນວຄິດຂອງເພີ່ນເປັນທິດນຳ ໃນການຈັດຕັ້ງປັບປຸງໜ້າທີ່ວຽກງານໃຫ້ບັນລຸປະສິດທິຜົນສູງ, ເພື່ອສືບຕໍ່ບຸກທະລຸທາງດ້ານແນວຄິດ-ຈິນຕະນາການ, ສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກ ເຊິ່ງ ແລະ ຮອບດ້ານ, ສ້າງຄວາມຮັບຮູ້ແນວຄິດ ແລະ ດ້ານພຶດຕິກໍາຕົວຈິງ, ສົ່ງເສີມດ້ານດີ, ແກ້ໄຂບັນດາຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆທີ່ເກີດຂຶ້ນ, ສ້າງຄວາມເຊື່ອໝັ້ນຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າຕໍ່ການນຳພາຂອງພັກ, ການຄຸ້ມຄອງຂອງລັດ, ເພີ່ມທະວີຄວາມຮັບຜິດຊອບປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອນຳເອົາປະເທດຊາດກ້າວຂຶ້ນສູ່ຄວາມສີວິໄລ.
