loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະພາປະຊາຊົນແຂວງຫຼວງນ້ຳທາ ສືບຕໍ່ລົງພົບປະປະຊາຊົນ ແລະ ລົງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຢູ່ເມືອງຫລວງນ້ຳທາ

ມ.ຖ. 23, 2022 | ເຂດ 3 ຫຼວງນ້ຳ​ທາ

 

ວັນທີ 22 ມີນາ 2022 ນີ້ ທ່ານ ຄຳພອນ ເຕີ່ນຈະເລີນ ຄະນະປະຈຳສະພາປະຊາຊົນແຂວງ ປະທານຄະນະກຳມະການເສດຖະກິດ ແຜນການ ແລະ ການເງິນ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງຫລວງນ້ຳທາ ພ້ອມດ້ວຍຄະນະ ສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງຫລວງນ້ຳທາ ໄດ້ລົງພົບປະປະຊາຊົນແລະເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຢູ່ບ້ານ ພູຫວານ ແລະ ບ້ານ ນ້ຳສ່າ ເມືອງຫລວງນ້ຳທາ ແຂວງຫລວງນ້ຳທາ ເຂົ້າຮ່ວມຮັບຟັງມີຄະນະພັກຮາກຖານ, ອຳນາດການປົກຄອງບ້ານ ແລະ ປະຊາຊົນທັງສອງບ້ານເຂົ້າຮ່ວມຮັບຟັງທັງໝົດ 82 ເທື່ອຄົນ. ໂອກາດລົງຢ້ຽມຢາມພົບປະພໍ່ແມ່ປະຊາຊົນບັນດາເຜົ່າໄດ້ຮັບຟັງການລາຍງານສະພາບລວມຂອງບ້ານໂດຍຫຍໍ້ ພ້ອມນັ້ນໄດ້ຮັບຟັງເນື້ອຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ2 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງລວມມີທັງໝົດ11 ບັນຫາ ແລະ ໄດ້ຮັບຟັງເນື້ອໃນຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ II ເຊິ່ງລວມທັງໝົດມີ 6 ບັນຫາ.
ພ້ອມນັ້ນ, ສະມາຊິກສະພາປະຊາຊົນແຂວງປະຈຳເມືອງຍັງໄດ້ໂອ້ລົມແລະເນັ້ນໜັກບັນຫາທີ່ເປັນປະກົດການຫຍໍ້ທໍ້ພາຍໃນບ້ານ ແລະ ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນເອົາໃຈໃສ່ໃນການເຄົາລົບ ແລະ ປະຕິບັດກົດໝາຍຂອງລັດ, ລະບຽບຂອງບ້ານວາງອອກຢ່າເຂັ້ມງວດ, ສາມັກຄີຮັກແພງຊ່ວຍເຫລືອເຊິ່ງກັນແລະກັນ,ພ້ອມກັນພັດທະນາຄອບຄົວແລະ ບ້ານຂອງຕົນ ໃຫ້ມີຄວາມຈະເລີນສີວິໄລ; ນອກນັ້ນຍັງເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ສະເໜີຂໍ້ຂ້ອງໃຈ, ບັນຫາທີ່ພົບຄວາມຫຍຸ້ງຍາກຕ່າງໆ ພາຍໃນບ້ານ ເພື່ອຈະໄດ້ນຳເອົາຄຳສະເໜີດັ່ງກ່າວໄປນຳສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງແກ້ໄຂຕາມຄວາມເໝາະສົມ.

ຂາວ: ອຳພອນ ສີປະເສີດ