ສະພາປະຊາຊົນແຂວງຫລວງນ້ຳທາ ເປີດກອງປະຊຸມດຳເນີນຊີວິດການເມືອງຂອງພັກໜ່ວຍພັກ

ພ.ຈ. 29, 2022

ຕອນເຊົ້າວັນທີ 24 ພະຈິກ 2022 ຜ່ານມານີ້ ສະພາປະຊາຊົນແຂວງຫລວງນ້ຳທາ ໄດ້ເປີດກອງປະຊຸມດຳເນີນຊີວິດການເມືອງຂອງໜ່ວຍພັກ ຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ອຸ່ນຫລ້າ ອ້ຽງລໍລາດ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ເລຂາໜ່ວຍພັກສະພາປະຊາຊົນ ມີບັນດາສະຫາຍຕາງໜ້າຈາກອົງການກວດກາ, ຄະນະຈັດຕັ້ງ ແລະ ຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍສະມາຊິກພັກພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມ 27 ສະຫາຍ, ຍິງ 10 ສະຫາຍ.

ໃນວາລະກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດປະເມີນການກໍ່ສ້າງພັກ, ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ຂອງໜ່ວຍພັກສະພາປະຊາຊົນແຂວງ ແລະ ຜ່ານບົດສຳຫລວດຕົນເອງ ເພື່ອຕີລາຄາຄືນແຕ່ລະດ້ານຂອງສະມາຊິກພັກ, ຊຶ່ງໜ່ວຍພັກສະພາປະຊາຊົນແຂວງ ເປັນໜ່ວຍພັກເອກະລາດ ພາຍໃຕ້ການຊີ້ນຳ-ນຳພາໂດຍກົງຂອງຄະນະພັກພັກແຂວງ, ມີສະມາຊິກພັກທັງໝົດ 34 ສະຫາຍ, ຍິງ 11 ສະຫາຍ ກວມເອົາ 72,34% ຂອງພະນັກງານລັດຖະກອນທັງໝົດ, ໃນ ໄລຍະ 1 ປີຜ່ານມາ ຄະນະໜ່ວຍພັກສະພາປະຊາຊົນແຂວງ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ, ພະນັກງານລັດຖະກອນໂດຍຮ່ວມຊີວິດພັກປະຈຳເດືອນ, ເຮັດໃຫ້ສະມາຊິກພັກ-ພະນັກງານລັດຖະກອນ, ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີເຊື່ອໝັ້ນຕໍ່ການນຳພາຂອງພັກ,  ຕັ້ງໜ້າປະຕິບັດໜ້າທີ່ວຽກງານວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດຕາມລຳດັບຄາດໝາຍ, ພ້ອມດຽວກັນສະມາຊິກພັກແຕ່ລະສະຫາຍໄດ້ຜ່ານບົດສຳຫລວດຂອງຕົນ, ປະກອບຄຳຄິດເຫັນຢ່າງກົງໄປກົງມາ ເພື່ອຕີລາຄາຄືນແຕ່ລະດ້ານຄື: ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແນວຄິດ, ສະຕິຕໍ່ການຈັດຕັ້ງ ແລະ ລະບຽບວິໄນຂອງພັກ, ແບບແຜນນຳພາ ແລະ ວິທີເຮັດວຽກ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ແລະ ພ້ອມກັນໃຫ້ຄະແນນຕົນເອງ ແລະ ຄະແນນປິດລັບເຊິ່ງກັນ ແລະ ກັນ, ທັງນີ້ ກໍ່ເພື່ອຈະສືບຕໍ່ສະຫລູບຜົນການດຳເນີນຊີວິດການເມືອງຄັ້ງນີ້ ໃຫ້ໄດ້ປະກາດຮັບຮອງໃນຂັ້ນຕໍ່ໄປ.

 

ໂດຍ: ອາເມີງ ວີແຄລູ