ສະພາປະຊາຊົນແຂວງຫລວງນ້ຳທາ ປາຖະກະຖາວັນສຳຄັນປະຫວັດສາດ

ພ.ພ. 19, 2025 | ເຂດ 3 ຫຼວງນ້ຳ​ທາ

ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນ 3 ວັນປະຫວັດສາດ ໃນຕອນເຊົ້າວັນທີ 16 ພຶດສະພາ 2025 ທີຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ ຈັດຕັ້ງເຊື່ອມຊຶມປາຖະກະຖາ ວັນປົດປ່ອຍແຂວງຫຼວງນ້ຳທາ ຄົບຮອບ 63 ປີ ພາຍໃຕ້ການເປັນປະທານຂອງທ່າສ ກົງເພັດ ແກ້ວບົວພາ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ມີສະມາຊິກສະພາປະຊາຊົນແຂວງ, ຄະນະເລຂາທິການ, ຫົວຫນ້າ,ຮອງຫົວຫນ້າຂະແໜງ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີທ່ານ ຈັນທະສຸລິນ ໝັ້ນປະດິດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ປະທານຄະນະກຳມະການຍຸຕິທໍາ ແລະ ປກຊ-ປກສ ໄດ້ຂຶ້ນຜ່ານເອກະສານເລົ່າມູນເຊື້ອວັນປົດປ່ອຍບັ້ນຮົບແຂວງຫລວງນ້ຳທາ 6 ພຶດສະພາ 1962 – 6ພຶດສະພາ 2025 ຄົບຮອບ 63 ປີ ເຊິ່ງໃຫ້ຮູ້ເຖີງປະຫວັດຄວາມເປັນມາ, ການຕໍ່ສູ້ອັນລະອິດອ້ຽວ, ເສຍສະຫຼະຊີວິດຢ່າງອົງອາດກ້າຫານ ແລະ ມາ ຮອດ ວັນ ທີ 15 ພຶດ ສະພາ 1962 ສູນ ກາງ ພັກ, ກອງ ບັນຊາ ການ ສູງ ສຸດ ກອງທັບ ປົດ ປ່ອຍປະ ຊາ ຊົນ ລາວ ຈຶ່ງ ໄດ້ ມີ ຂໍ້ ຕົກລົງ ສ້າງ ຕັ້ງ ກອງ ບັນຊາ ການ ທະຫານ ແຂວງ ຫຼວງ ນໍ້າ ທາ ຂຶ້ນ ໂດຍ ແມ່ນ ສະຫາຍ ສີສະ ຫວາດ ແກ້ວ ບຸນ ພັນ ເປັນ ຜູ້ ປະກາດ ສ້າງ ຕັ້ງ ກອງ ບັນຊາ ການ ທະຫານ ແຂວງ ຫຼວງ ນໍ້າ ທາຂື້ນ ຢູ່ທີ່ບ້ານ ນໍ້າ ແງ້ນ ເມືອງຫຼວງ ນໍ້າ ທາ ໃນ ປັດຈຸບັນ, ຫຼັງຈາກໄດ້ຮັບການປົດປ່ອຍ ອົງການຈັດຕັ້ງທຸກຂັ້ນ, ທົ່ວ ປວງ ຊົນ ຮອບດ້ານ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນ ທຸກ ຊັ້ນ ຄົນ  ໄດ້ພ້ອມກັນປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄືແຂວງຫລວງນ້ຳທາໄດ້ຮັບການພັດທະນາເທື່ອລະກ້າວ.