ສະພາປະຊາຊົນແຂວງສະຫວັນນະເຂດ ສຳເລັດການລົງເຄື່ອນໄຫວໂຄສະນາເຜີຍແຜ່ ນິຕິກຳໃຕ້ກົດໝາຍ ໃນຂົງເຂດວຽກງານການສຶກສາທິການ ແລະ ກິລາ ຢູ່ 06 ເມືອງ.

ກ.ພ. 27, 2025 | ເຂດ 13 ສະ​ຫວັນນະເຂດ

ໃນລະຫວ່າງວັນທີ 24 ຫາ 27  ກຸມພາ 2025 ນີ້, ທ່ານ ນາງ ພູທອນ ແກ້ວພູວົງ ຄະນະປະຈຳສະພາປະຊາຊົນແຂວງ ຮອງປະທານສະພາປະຊາຊົນແຂວງ; ທ່ານ ຄຳດີ ສຸວັນະສານ ຄະນະປະຈຳສະພາປະຊາຊົນແຂວງ ປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ ພ້ອມຄະນະ ໄດ້ເຄື່ອນໄຫວໂຄສະນາເຜີຍແຜ່ນິຕິກຳໃຕ້ກົດ  ໝາຍໃນຂົງເຂດວຽກງານການສຶກສາທິການ ແລະ ກິລາ ຢູ່ 06 ເມືອງ ຄື:ເມືອງພີນ, ເມືອງພະລານໄຊ, ເມືອງສອງຄອນ, ເມືອງໄຊພູທອງ; ເມືອງອຸທຸມພອນ ແລະ ເມືອງອາດສະພັງທອງ ເຂົ້າຮ່ວມຮັບຟັງໃນຄັ້ງນີ້ມີທ່ານຮອງເຈົ້າເມືອງ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ, ຄະນະນຳພະແນກສຶກສາ ແລະ ກິລາຫ້ອງແຂວງ, ຫ້ອງການສຶກສາ ແລະ ກິລາເມືອງ,  ຄະນະຮັບຜິດຊອບວຽກງານການສຶກສາຂັ້ນບ້ານ, ຄະນະພັດທະນາການສຶກສາຂັ້ນບ້ານ, ອຳນາດການປົກຄອງບ້ານ,ຄູອາຈານຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ນັກຮຽນ-ນັກສຶກສາໃນແຕ່ລະຈຸດຂອງທັງ 06 ເມືອງເຂົ້າຮ່ວມຮັບຟັງທັງຫໝົດ 422 ຄົນ, 193 ຄົນ.

ໃນການລົງລົງເຄື່ອນໄຫວໂຄສະນາເຜີຍແຜ່ຄັ້ງນີ້ ທາງຄະນະກໍ່ໄດ້ຮັບຟັງການລາຍງານໂດຍສັງເຂບຕໍ່ກັບວຽກງານການສຶກສາທິການ ແລະ ກິລາ ຂອງແຕ່ລະຈຸດໃນໄລຍະຜ່າມມາ.ພາຍຫຼັງຮັບຟັງການລາຍງານແລ້ວ ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບລະບົບການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດແຫ່ງຊາດໄລຍະຜ່ານມາ ສະບັບເລກທີ 136/ສພຊ, ລົງວັນທີ 11 ທັນວາ 2024 ; ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບລະບົບການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດແຫ່ງຊາດໄລຍະຜ່ານມາ ສະບັບເລກທີ 24/ສພຂ.ສຂ, ລົງວັນທີ 25 ທັນວາ 2024 ແລະ  ຂໍ້ຕົກຂອງທ່ານເຈົ້າແຂວງ ວ່າດ້ວຍການມີສ່ວນຮ່ວມຂອງສັງຄົມ ຕໍ່ການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ ທົ່ວແຂວງສະຫວັນນະເຂດ ສະບັບເລກທີ 535/ຈຂ, ລົງວັນທີ 01 ມີນາ 2024 ພາຍຫຼັງສິ້ນສຸດການນໍາສະເໜີ ແລະ ເຜີຍແຜ່ແລ້ວ ຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ມີການແລກປ່ຽນຄໍາຄິດ-ຄໍາເຫັນຢ່າງກົງໄປກົງມາ ສ່ວນໃຫຍ່ແມ່ນບັນຫາການເຂົ້າຮຽນຂອງນັກຮຽນໃນຊັ້ນຮຽນຕ່າງໆ ນັບມື້ຫຼຸດລົງ ແລະ ອັດຕາການປະລະການຮຽນແຕ່ລະຊັ້ນນັບມື້ເພີ່ມຂຶ້ນ ຊຶ່ງບັນຫາທີ່ຕິດພັນກັບບັນດານິຕິກຳທີ່ໄດ້ເຜີຍແຜ່ຄັ້ງນີ້ເຮັດໃຫ້ຜູ້ເຂົ້າຮ່ວມຮັບຟັງມີຄວາມຮັບຮູ້ ແລະ ເຂົ້າໃຈ ຕໍ່ກັບນິຕິກຳຕ່າງໆໃນຂົງເຂດສຶກສາທິການ ແລະ ກິລາຫຼາຍຂຶ້ນ ພ້ອມທັງເປັນການຊຸກຍູ້ສົ່ງເສີມການເຂົ້າໂຮງຮຽນຂອງນັກຮຽນ ແລະ ຫຼຸດຜ່ອນອັດຕາການປະລະການຮຽນຂອງນັກຮຽນຊັ້ນຕ່າງໆ.

ທ້າຍສຸດ ທ່ານປະທານກອງປະຊຸມ ກໍຍັງໄດ້ຮຽກຮ້ອງໃຫ້ແຕ່ລະພາກສ່ວນຈົ່ງພ້ອມກັນ ສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນຄັ້ງນີ້ໃຫ້ກວ້າງຂວາງ, ເລິກເຊິ່ງຂຶ້ນດ້ວຍການສືບຕໍ່ລົງໂຄສະນາເຜີຍແຜ່ບັນດາເນື້ອໃນຈິດໃຈ ຂອງນິຕິກຳໃຕ້ກົດໝາຍໃນຂົງເຂດວຽກງານການສຶກສາທິການ ແລະ ກິລາ ໃຫ້ເຂົ້າສູ່ລົງເລີກໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ຖືກຕ້ອງສອດຄ່ອງຕາມຂອບເຂດສິດ,ພາລະບົດບາດໜ້າທີ່ວຽກງານຂອງຕົນໃຫ້ປະສົມຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ແລະ ໃນໂອກາດທີ່ລົງມາໂຄສະນາເຜີຍແຜ່ໃນຄັ້ງນີ້ ທາງຄະນະຍັງໄດ້ມອບອຸປະກອນການຮຽນ, ອຸປະກອນກິລາ, ນ້ຳຫວານ ແລະ ເຂົ້າໜົມຈຳນວນ ໜຶ່ງມອບໃຫ້ແຕ່ລະຈຸດທີ່ລົງ ລວມມູນຄ່າ 3,000,000 ກີບ) ນອກຈາກນີ້ຍັງໄດ້ໄປຢ້ຽມຢາມ ແລະ ໃຫ້ກຳລັງໃຈອຳນາດການປົກຄອງ ກໍຄືພໍ່ແມ່ປະຊາຊົນບ້ານດົງກິໂລ ເມືອງອາດສະພັງທອງ ທີ່ພວມກຳລັງອອກແຮງງານສາມັກຄີກໍ່ສ້າງເສັ້ນທາງເບຕົງ ຊຶ່ງມີຄວາມຍາວ 370 m, ກ້ວາງ 04 m ໂດຍການລະດົມທຶນຂອງພໍ່ແມ່ປະຊາຊົນພາຍໃນບ້ານ ຊຶ່ງທາງຄະນະກໍໄດ້ປະກອບສ່ວນເງິນຈຳນວນໜຶ່ງໃຫ້ແກ່ບ້ານດັ່ງກ່າວອີກດ້ວຍ.