


ມີສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 5, ສະມາຊິກສະພາປະຊາຊົນແຂວງທີ່ປະຈໍາຢູ່ອ້ອມຂ້າງ ແລະ ເມືອງຫ້ວຍຊາຍ, ຫົວໜ້າອົງການພັດທະນາ ແລະ ບໍລິຫານຕົວເມືອງ, ບັນດາຂົງເຂດທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານວິຊາການທີ່ຢູ່ໃນຄະນະຮັບຜິດຊອບເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວທ່ານ ວັນນະສານ ໂພທີປັນຍາ ຫົວໜ້າອົງການພັດທະນາ ແລະບໍລິຫານຕົວເມືອງ ໄດ້ຂຶ້ນຜ່ານ(ຮ່າງ)ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງແລະພັດທະນາຕົວເມືອງຫ້ວຍຊາຍ(ສະບັບປັບປຸງ) ຫຼັງຈາກນັ້ນທ່ານປະທານກອງປະຊຸມໄດ້ມີຄໍາເຫັນເຈາະຈີ້ມຕໍ່ກັບຮ່າງຂໍ້ຕົກລົງດັ່ງກ່າວ ແລະ ຜູ້ເຂົ້າຮ່ວມກອງປະຊຸມແມ່ນໄດ້ປະກອບຄໍາຄິດຄໍາເຫັນໃສ່(ຮ່າງ)ຂໍ້ຕົກລົງ, ຕອນທ້າຍກອງປະຊຸມປະທານກອງປະຊຸມໄດ້ມີຄວາມເຫັນສັງລວມ ແລະ ກ່າວປິດກອງປະຊຸມ.

ກອງປະຊຸມດັ່ງກ່າວແມ່ນໃຊ້ເວລາພຽງ01ຕອນກໍອັດລົງດ້ວຍຜົນສໍາເລັດຕາມຈຸດປະສົງ.
ພາບ ແລະ ຂ່າວ
ນາງ ຂັນຖະໜອມ ແກ້ວມະນີ