ສະພາປະຊາຊົນແຂວງ ຍົກສູງຄຸນນະພາບເນື້ອໃນ ໃຫ້ແກ່ການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 10.

ທ.ວ. 16, 2025

ວັນທີ 15-16 ທັນວາ 2025 ທີ່ຫ້ອງປະຊຸມຊັ້ນ 5 ອົງການປົກຄອງແຂວງ ໄດ້ມີກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນໃຫ້ແກ່ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງ ອັດຕະປື ຊຸດທີ IV ໂດຍການເປັນປະທານຂອງທ່ານ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນແຂວງ, ມີບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າພະແນກ, ອົງການລັດທຽບເທົ່າ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທັງນີ້, ເພື່ອສ້າງເງື່ອນໄຂໃຫ້ແກ່ ສະມາຊິກສະພາປະຊາຊົນແຂວງ ໄດ້ຮັບຟັງການລາຍງານ, ການຊີ້ແຈງ, ອະທິບາຍຂອງຄະນະຮັບຜິດຊອບ ກໍຄືບັນດາພະແນກການ, ອົງການທຽບເທົ່າ ເພື່ອໃຫ້ບັນດາທ່ານເຂົ້້າຮ່ວມໄດ້ປຶກສາຫາລືແລກປ່ຽນຄຳຄິດເຫັນ ແລະ ສ້າງຄວາມເຂົ້າໃຈເປັນເອກະພາບຕໍ່ບັນດາເນື້ອໃນຮ່າງບົດລາຍງານ ແລະ ຮ່າງນິຕິກໍາໃຕ້ກົດໝາຍ ທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງ ຊຸດທີ IV ທັງສາມາດຮັບປະກັນການປະຕິບັດພາລະບົດບາດຂອງແຕ່ລະພາກສ່ວນ ໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍທີ່ກຳນົດໄວ້.  ໃນກອງປະຊຸມ ທ່ານ ມີນາພອນ ໄຊສົມພູ ໄດ້ມີຄຳເຫັນເນັ້ນໜັກໃຫ້ບັນດາທ່ານສະມາຊິກສະພາປະຊາຊົນແຂວງ, ຄະນະຮັບຜິດຊອບເນື້ອໃນ ແຕ່ລະຂົງເຂດທີ່ກ່ຽວຂ້ອງຈົ່ງເອົາໃຈໃສ່ ເຂົ້າຮ່ວມຕິດ ຕາມຢ່າງຕໍ່ເນື່ອງເປັນປົກກະຕິ ແລະ ຈົ່ງໄດ້ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ, ສຸມສະຕິປັນຍາເຂົ້າໃນການປະກອບຄວາມຄິດເຫັນຢ່າງສ້າງສັນ, ກົງໄປກົງມາ, ຍົກໃຫ້ເຫັນສະພາບການຕົວຈິງ ແລະ ຮ່ວມກັນຄົ້ນຄວ້າຊອກຫາວິທີການແກ້ໄຂ ຕໍ່ບັນຫາຄວາມຫຍຸ້ງຍາກທີ່ເກີດຂຶ້ນ ໃຫ້ມີຄວາມເປັນເອກະພາບສູງ ແລະ ມີເຫດມີຜົນ, ເພື່ອຮັບປະກັນ ແລະ ສອດຄ່ອງກັບແນວທາງນະໂຍບາຍ ຂອງພັກ ແລະ ລັດ, ສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມ, ສອດຄ່ອງກັບສິດ ແລະ  ໜ້າທີ່ ຂອງສະມາຊິກສະພາປະຊາຊົນແຂວງ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ທັງສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມໃນປັດຈຸບັນຂອງແຂວງເຮົາ.

​             ການດໍາເນີນກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນ ໄດ້ເປັນກົນໄກຂອງສະພາປະຊາຊົນແຂວງ ກ່ອນຈະດຳເນີນກອງປະຊຸມສະໄໝສາມັນທຸກຄັ້ງທີ່ຜ່ານມາ ແລະ ໃນຄັ້ງນີ້, ຈະໄດ້ສຸມໃສ່ຄົ້ນຄວ້າ, ແລກປ່ຽນຄໍາຄິດຄໍາເຫັນ ເພື່ອສ້າງຄວາມເຂົ້າໃຈ ແລະ ເປັນເອກະພາບສູງຕໍ່ບັນດາເນື້ອໃນຕົ້ນຕໍດັ່ງນີ້: ຮ່າງບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX  (2021-2025) ປະຈໍາປີ 2025, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂັ້ນແຂວງ 5 ປີ (2021-2025) ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ, ຄັ້ງທີ X  (2026-2030), ປະຈໍາປີ 2026, ຮ່າງແຜນງົບປະມານແຫ່ງລັດຂັ້ນແຂວງ 5 ປີ (2026-2030), ປະຈໍາປີ 2026; ການດັດແກ້ງົບປະມານແຫ່ງລັດລາຍຮັບ-ລາຍຈ່າຍ ວິຊາການຂອງຂະແໜງການຂັ້ນທ້ອງ ຖິ່ນປີ 2025 ແລະ ເງິນເກີນແຜນປີ 2024; ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ຮ່າງບົດລາຍງານ ຂອງອົງການກວດກາແຫ່ງລັດແຂວງ ການຈັດຕັ້ງປະຕິບັດແຜນການເຄື່ອນ ໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ຮ່າງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ແລະ ບົດລາຍງານການຕິດຕາມກວດກາ ຕາມຜົນການກວດສອບ ປະຈໍາປີ 2023; ຮ່າງບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ແຜນວຽກຈຸດສູມຮອດກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງ ຊຸດທີ V ແລະ ຮ່າງແຜນການຮ່າງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງສະພາປະຊາຊົນແຂວງ ຊຸດທີ V, ນິຕິກຳໃຕ້ກົດໝາຍ ຈຳນວນ 03 ສະບັບ (ສ້າງໃໝ່ 02 ສະບັບ ແລະ ປັບປຸງ 01 ສະບັບ), ຮ່າງຂໍ້ຕົກລົງຂອງທ່ານ ເຈົ້າແຂວງ ວ່າດ້ວຍກອງທືນຄຸ້ມຄອງໄພພິບັດຂັ້ນແຂວງ, ຮ່າງຂໍ້ຕົກລົງ ວ່າດ້ວຍເຂດແດນເຊື່ອມຕໍ່ລະຫວ່າງເມືອງກັບເມືອງພາຍໃນແຂວງ ແລະ ຮ່າງຂໍ້ຕົກລົງ ວ່າດ້ວຍກອງທືນຊ່ວຍເຫຼືອເຊິ່ງກັນແລະ ກັນ (ສະບັບປັບປຸງ).

(ວິນັດ ສີສຸລາດ)