ໃນວັນທີ 25 ກຸມພາ 2025, ທີ່ກອງບັນຊາການ ປກສ ແຂວງ ແລະ ກອງບັນຊາການ ທະຫານ ແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17 ແຂວງອັດຕະປື ເຜີຍແຜ່ເນື້ອໃນຜົນສໍາເລັດກອງປະຊຸມສະໄໜສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ອັດຕະປື ຊຸດທີ II, ມີທ່ານ ນາງ ມີນາພອນ ໄຊສົມພູ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17, ປະທານສະພາປະຊາຊົນແຂວງອັດຕະປື, ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17; ເຂົ້າຮ່ວມຮັບຟັງມີບັນດາທ່ານ ຄະນະພັກ,ຄະນະບັນຊາ ພ້ອມດ້ວຍ ນາຍ ແລະ ພົນ ທະຫານ, ນາຍ ແລະ ພົນ ຕໍາຫຼວດ ເຂົ້າຮ່ວມ,
ຈຸດປະສົງ, ເພື່ອໂຄສະນາເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະໄໜສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ອັດຕະປື ຊຸດທີ II. ໃຫ້ອົງການຈັດຕັ້ງພັກ-ລັດ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ໄດ້ເຊື່ອມຊືມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກວ້າງຂວາງ ແລະ ສົນທະນາແລກປ່ຽນ ແນ່ໃສ່ຮ່ວມກັນປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິກອງປະຊຸມສະພາແຫ່ງຊາດ, ມະຕິກອງປະຊຸມສະພາປະຊາຊົນແຂວງ, ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ມີຜົນສໍາເລັດດີຂຶ້ນເປັນກ້າວໆ;
ໃນພິທີ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17 ໄດ້ໃຫ້ຮູ້ວ່າ: ໄລຍະຂອງການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຮັບຄໍາສະເໜີຂອງປະຊາຊົນ ຜ່ານໂທລະສັບສາຍດ່ວນ ທັງໝົດ 396 ສາຍ, ສັງລວມໄດ້ 376 ເລື່ອງ; ບັນຫາພົ້ນເດັ່ນ ເປັນຕົ້ນລາຄາສິນຄ້າແພງ, ການສ້ອມແປງຖະໜົນຫົນທາງ, ການຊົດເຊີຍຜົນກະທົບ, ການຂຸດຄົ້ນບໍ່ແຮ່, ການປະລະການຮຽນ ແລະ ໂກຕາຄູ, ການບໍລິການສຸຂະພາບ ຢູ່ໂຮງໝໍ, ການຄຸ້ມຄອງຮ້ານບັນເທິງ,ຮ້ານເກມ, ການພັດມະນາສີມືແຮງງານລາວ, ການປະຕິບັດໜ້າທີຂອງພະນັກງານຂົງເຂດຍຸຕິທໍາ ແລະ ການປະຕິບັດນະໂຍບາຍຕ່າງໆ, ໄດ້ພິຈາລະນາບັນຫາສໍາຄັນພື້ນຖານຂອງປະເທດຊາດທັງໝົດ 15 ເນື້ອໃນ ແລະ ຮັບຮອງເປັນມະຕິກອງປະຊຸມສະພາແຫ່ງຊາດ ຈໍານວນ 23 ສະບັບ ເປັນຕົ້ນ: ການດັດແກ້ງົບປະມານແຫ່ງລັດປີ 2024; ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2024 ແລະ ແຜນການປະຈໍາປີ 2025; ແຜນການລົງທຶນຂອງລັດປະຈໍາປີ 2025;ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈໍາປີ 2024 ແລະ ແຜນການປະຈໍາປີ 2025; ແຜນຈັດສັນງົບປະມານແຫ່ງລັດ ໃຫ້ກະຊວງ, ອົງການຂັ້ນສູນກາງ ແລະ ບັນດາແຂວງ ປະຈໍາປີ 2025; ການຈັດຕັ້ງປະຕິບັດວຽກງານສາມສ້າງ ຕາມມະຕິສະພາແຫ່ງຊາດ ສະບັບເລກທີ 02/ສພຊ, ລົງວັນທີ 28 ມັງກອນ 2016; ການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບລະບົບການສຶກສາ, ການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ; ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍຂົງເຂດວັດທະນະທໍາ-ສັງຄົມ 4 ສະບັບ; ວິໄສທັດຮອດປີ 2040, ແຜນຍຸດທະສາດການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ຮອດປີ 2030; ບົດລາຍງານຂອງອົງການກວດກາແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ແຜນການປະຈໍາປີ 2025, ບົດລາຍງານຜົນການກວດກາຕາມຜົນການກວດສອບປີ 2022; ບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ແຜນການປະຈໍາປີ 2025, ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດປະຈໍາປີ 2023; ການແຕ່ງຕັ້ງສະມາຊິກສະພາຜູ້ພິພາກສາຂອງສານປະຊາຊົນສູງສຸດ; ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ແຜນການປະຈໍາປີ 2025 ຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ, ການສ້າງ ແລະ ປັບ ປຸງກົດໝາຍ 10 ສະບັບ ໃນນີ້, ກົດໝາຍສ້າງໃໝ່ 2 ສະບັບຄື: 1) ກົດໝາຍວ່າດ້ວຍການພັດທະນາສີມືແຮງງານ, 2) ກົດໝາຍວ່າດ້ວຍທີ່ຢູ່ອາໄສ ແລະ ກົດໝາຍປັບປຸງ 8 ສະບັບຄື: 1) ກົດໝາຍວ່າດ້ວຍທະນາຄານ ແຫ່ງ ສປປລາວ; 2) ກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ; 3) ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ; 4) ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ; 5) ກົດໝາຍວ່າດ້ວຍການສຶກສາ; 6) ກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ; 7) ກົດໝາຍວ່າດ້ວຍການກວດສອບອິດສະຫຼະ; 8) ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍການລົງທຶນຂອງລັດ ສະບັບເລກທີ 72/ສພຊ, ລົງວັນທີ 15 ທັນວາ 2015 ມາດຕາ 18 ໂຄງການລົງທຶນຂອງລັດປົກກະຕິ, ພ້ອມນີ້, ຍັງໄດ້ເຜີຍແຜ່ເນື້ອໃນມະຕິກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງອັດຕະປື ຕື່ມອີກ.