ໂດຍປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍສະພາແຫ່ງຊາດ (ສສຊ) ແລະ ສະພາປະຊາຊົນຂັ້ນແຂວງ (ສສຂ) ໃນນາມເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າໃນທົ່ວແຂວງ ແລະ ເຮັດໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ, ຜູ້ມີສິດເລືອກຕັ້ງໄດ້ຮັບຮູ້ແລະເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ແຜນພັດທະນາເສດຖະກິດ-ສັງຄົມຂອງຊາດ, ຂອງແຂວງ.

ຕອນເຊົ້າ ວັນທີ 30 ສິງຫາ 2022 ທີ່ຫໍວັດທະນະທໍາແຂວງ ໄດ້ຈັດພິທີ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ແລະສະພາປະຊາຊົນ ແຂວງຫົວພັນ ຊຸດທີ II ໂດຍການເປັນຄະນະປະທານ ຂອງທ່ານ ຄອນປະພັນ ເລືອງສີຈັນທອງ ຄະນະປະຈຳພັກແຂວງ, ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 8 ແຂວງຫົວພັນ, ຮອງປະທານສະພາປະຊາຊົນແຂວງ; ທ່ານ ສີຄຳ ບຸນມີໄຊສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 8 ແຂວງຫົວພັນ, ປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ ແລະ ທ່ານ ນາງ ພວງແສງ ອຸດົມມີໄຊ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງ ເມືອງຊຳເໜືອເປັນກຽດເຂົ້າຮ່ວມຮັບຟັງມີບັນດາທ່ານການນຳແຂວງ, ການນຳເມືອງ, ຫົວໜ້າ, ຮອງຫົວໜ້າພະແນກການ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ,ບັນດາລັດວິສາຫະກິດ, ສາຂາທະນາຄານ,ອຳນາດການປົກຄອງບ້ານຕະຫລອດຮອດພໍ່ແມ່ປະຊາຊົນອ້ອມຂ້າງເທດສະບານເມືອງຊຳເໜືອ ເຂົ້າຮ່ວມທັງໝົດ 489 ຄົນຍິງ 187ຄົນ.

ການເຜີຍແຜ່ຄັ້ງນີ້, ບັນດາທ່ານສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ແຂວງຫົວພັນ ຊຸດທີ II ໄດ້ພັດປ່ຽນກັນນຳເອົາເນື້ອໃນ,ຈິດໃຈຜົນສຳເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຫົວພັນ ຊຸດທີ II ເປັນຕົ້ນ: ມະຕິວ່າດ້ວຍການຍົກຍ້າຍແລະແຕ່ງຕັ້ງສະມາຊິກລັດຖະບານ; ການປະເມີນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບ; ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 06 ເດືອນຕົ້ນປີ ແລະ ທິດທາງ 06 ເດືອນທ້າຍປີ 2022; ຄວາມຄືບໜ້າການຈັດຕັ້ງປະຕິບັດແຜນການປະຕິຮູບລັດວິສາຫະກິດໄລຍະຜ່ານມາ ແລະ ທິດທາງແຜນການປະຕິຮູບລັດວິສາຫະກິດແຕ່ນີ້ຫາທ້າຍປີ 2022; ມະຕິກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານໃນໄລຍະແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຫາກອງປະຊຸມສະໄໝສາມັນ ເທື່ອທີ 3 ແລະ ແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ວຽກງານອຶ່ນໆຂອງລັດຖະບານ. ພ້ອມນີ້ຍັງໄດ້ເຜີຍແຜ່ເນື້ອໃນຈິດໃຈຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນແຂວງ ທີ່ກອງປະຊຸມຮັບຮອງເອົາເຊັ່ນ: ມະຕິວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ 06 ເດືອນຕົ້ນປີ ແລະ ທິດທາງແຜນການວຽກງານຈຸດສຸມ 06 ເດືອນທ້າຍປີ 2022 ຂອງອົງການປົກຄອງແຂວງ; ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ; ການເຄື່ອນໄຫວວຽກງານ06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີຂອງສະພາປະຊາຊົນ ແຂວງຫົວພັນ ແລະການຮັບຮອງເອົານິຕິກຳໃຕ້ກົດໝາຍ 2 ສະບັບ
ຄື:ຂໍ້ຕົກລົງເຈົ້າແຂວງວ່າດ້ວຍການປະເມີນລາຄາທີ່ດິນ ຢູ່ແຂວງຫົວພັນ;ຂໍ້ຕົກລົງວ່າດ້ວຍນະໂຍບາຍສົ່ງເສີມການລົງທຶນກິດຈະກຳການປູກ-ການລ້ຽງເປັນສິນຄ້າ ຢູ່ແຂວງຫົວພັນ. ລາຍງານຕໍ່ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດແລະພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ຜົນສຳເລັດຂອງສອງກອງປະຊຸມທີ່ໄດ້ຮັບຮອງໄປແລ້ວນັ້ນ ພ້ອມກັນນຳໄປຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ ແລະ ຍັງໄດ້ ເປີດໂອກາດໃຫ້ຜູ້ເຂົ້າຮ່ວມສະເໜີຂໍ້ຂ້ອງໃຈ ເພື່ອເປັນການແລກປ່ຽນບັນຫາຕ່າງໆທີ່ຕິດພັນກັບການດຳລົງຊີວິດທີ່ຍັງພົບຄວາມຫຍຸ້ງຍາກເພື່ອເປັນຂໍ້ມູນໃຫ້ສະມາຊິກສະພາແຫ່ງຊາດແລະສະມາຊິກສະພາປະຊາຊົນແຂວງນຳໄປຄົ້ນຄວ້າ ແລະ ປະສານສົມທົບກັບພາກສ່ວນກ່ຽວຂ້ອງພິຈາລະນາ ແລະ ແກ້ໄຂຕາມຄວາມເໝາະສົມ. ຈາກນັ້ນ,ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 8 ແຂວງຫົວພັນ ກໍໄດ້ອະທິບາຍ, ຊີ້ແຈງກັບທີ່ຕໍ່ກັບຄຳສະເໜີໃຫ້ພະນັກງານ-ລັດຖະກອນຕະຫລອດຮອດພໍ່ແມ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບບັນຫາດັ່ງກ່າວ.
