ໃນລະຫວ່າງວັນທີ 03 ຫາ 04 ກຸມພາ 2025 ນີ້, ທ່ານ ສະແຫວງ ນັນທະວົງ ຄະນະປະຈຳສະພາປະຊາຊົນແຂວງ ປະທານຄະນະກຳມະການຍຸຕິທຳ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ພ້ອມດ້ວຍບັນດາທ່ານສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງພະລານໄຊ ໄດ້ເຄື່ອນໄຫວພົບປະເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 08 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງຊຸດທີ II ຢູ່ເມືອງພະລານໄຊ ໂດຍການຕ້ອນຮັບ ແລະ ຮ່ວມເຄື່ອນໄຫວ ຂອງທ່ານ ດວງຈັນ ແສງບຸດຕະລາດ ເລຂາຄະນະບໍລິຫານພັກເມືອງ ເຈົ້າເມືອງພະລານໄຊ, ມີບັນດາທ່ານຄະນະປະຈຳພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພະນັກງານ-ລັດຖະກອນ, ອຳນາດການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ການລົງເຄື່ອນໄຫວພົບປະເຜີຍແຜ່ຂອງບັນດາທ່ານ ສສຊ ແລະ ສສຂໃນຄັ້ງນີ້ແມ່ນໄດ້ລົງຢູ່ 03 ຈຸດຄື: ກຸ່ມບ້ານໂນນມີໄຊ, ສະໂມສອນເມືອງ ແລະ ກຸ່ມບ້ານນາລາຍ ຊຶ່ງໃນແຕ່ລະຈຸດທີ່ລົງບັນດາທ່ານ ສສຊ ແລະ ສສຂ ກໍ່ໄດ້ຮັບຟັງການລາຍງານ ການຈັດຕັ້ງປະຕິບັດວຽກງານການນຳພາ-ຊີ້ນຳວຽກງານຂອງອຳນາດການປົກຄອງທັງ 03 ຈຸດ, ຈາກນັ້ນ ບັນດາທ່ານ ສສຊ, ສສຂ ກໍ່ໄດ້ຜັດປ່ຽນກັນເຜີຍແຜ່ເນື້ອໃນຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 08 ຂອງສະພາແຫ່ງຊາດ ຊຸດທີ IX ແລະສະພາປະຊາຊົນແຂວງຊຸດທີ II ໃຫ້ປະຊາຊົນຜູ້ມີສິດເລືອກຕັ້ງໄດ້ຮັບຮູ້ ແລະ ເຂົ້າໃຈ, ທັງເປັນການລົງພົບປະຜູ້ມີສິດເລືອກຕັ້ງ ເພື່ອເປັນການເກັບກຳຄຳຄິດ-ຄຳເຫັນ ຕໍ່ວຽກງານການຄຸ້ມຄອງບໍລິຫານລັດຕື່ມອີກ. ພາຍຫຼັງທີ່ບັນດາທ່ານ ສສຊ, ສສຂ ໄດ້ເຜີຍແຜ່ຜົນສຳເລັດດັ່ງກ່າວແລ້ວ ຍັງໄດ້ເປີດໂອກາດໃຫ້ການນໍາຂອງເມືອງ,ການຈັດຕັ້ງຂັ້ນບ້ານ ກໍ່ຄືປະຊາຊົນພາຍໃນແຕ່ລະກຸ່ມບ້ານໄດ້ຊັກຖາມ ແລະ ມີຄຳສະເໜີແລກປ່ຽນໂດຍເພາະແມ່ນບັນຫາການພັດທະນາພື້ນຖານໂຄງລ່າງ ການສ້ອມແປງເສັ້ນທາງ ແລະ ການສ້ອມແປງຂົວ. ທັງນີ້ກໍເພື່ອເປັນການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຈາກນັ້ນ ບັນດາທ່ານ ສສຊ ແລະ ສສຂ ຍັງໄດ້ຕອບບັນຫາການຊັກຖາມຂອງ ພໍ່ແມ່ປະຊາຊົນເພື່ອໃຫ້ຮັບຮູ້ ແລະ ເຂົ້າໃຈເຖິງບັນຫາຕ່າງໆຕໍ່ກັບສະພາບການອັນລວມຕໍ່ກັບການພັດທະນາ ຂອງປະເທດເຮົາໃນໄລຍະປະຈຸບັນ ພ້ອມທັງຮັບເອົາຄໍາສະເໜີຂອງອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນໄປນຳສະເໜີ ຕໍ່ຂະແໜງການກ່ຽວຂ້ອງ,ເພື່ອນຳໄປປຶກສາຫາລື ແລະ ຄົ້ນຄວ້າແກ້ໄຂໃນຂັ້ນຕໍ່ໄປ ນອກຈາກນີ້ ສສຊ ແລະ ສສຂ ຍັງໄດ້ມີຄໍາເຫັນຫຼາຍດ້ານຕໍ່ກັບການການພັດທະນາພື້ນຖານໂຄງລ່າງ,ການພັດທະນາທາງດ້ານເສດຖະກິດ,ການແກ້ໄຂທາງດ້ານບັນຫາຢາເສບຕິດ ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນເປັນເຈົ້າການໃນການຈັດຕັ້ງປະຕິບັດຕໍ່ວຽກງານດັ່ງກ່າວ ໃຫ້ປະສົບຜົນສຳເລັດຕາມລະດັບຄາດ ໝາຍທີ່ວາງໄວ້.
ໂອກາດດັ່ງກ່າວ ສສຊ ແລະ ສສຂ ຍັງໄດ້ມອບເກືອ ຈຳນວນ 20 ສອບ ໃຫ້ກຸ່ມບ້ານນາລາຍ ເພື່ອນຳໄປແຈກຢາຍໃຫ້ແກ່ປະຊາຊົນ ແລະ ຍັງໄດ້ລົງຕິດຕາມສະພາບຕົວຈິງຂອງສຸກສາລາກຸ່ມບ້ານດັ່ງກ່າວ ທີ່ໄດ້ມີການສະ ເໜີໃຫ້ມີການສ້ອມແປງກ່ຽວກັບຫຼັງຄາຮົ່ວ ເພື່ອສະເໜີໃຫ້ພາກສ່ວນກ່ຽວຂ້ອງຮີບຮ້ອນແກ້ໄຂອີກດ້ວຍ.
ພາບ-ຂ່າວ: ນາງ ຄອນສະຫວັນ ເມກສະຫວັນ