


ສະມາຊິກສະພາແຫງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 17 ແຂວງອັດຕະປື ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານຂອງບໍລິສັດ ນິແລນລາວ ມາຍນິ້ງ ຈໍາກັດ. ຢູ່ເມືອງຊານໄຊ ໃນວັນທີ 27 ທັນວາ2025, ເຊິ່ງໄດ້ມີກອງປະຊຸມເຮັດວຽກຮ່ວມກັນ ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ຊານໄຊ, ໂດຍການເປັນປະທານຂອງທ່ານ ນາງ ມີນາພອນ ໄຊສົມພູ ປະທານຄະນະ ສສຊ ປະຈໍາເຂດເລືອກຕັ້ງທີ 17, ປະທານສະພາປະຊາຊົນແຂວງ, ມີທ່ານ ມະນີໂສ ຊາມຸນຕີ ຮອງປະທານກໍາມາທິການເສດຖະກິດ,ເຕັກໂນໂລຊີ ແລະ ສີ່ງແວດລ້ອມ ສະພາແຫ່ງຊາດ, ທັງເປັນ ສສຊ ປະຈໍາເຂດເລືອກຕັ້ງທີ 17, ພ້ອມບັນດາທ່ານ ສສຊ ປະຈໍາເຂດເລືອກຕັ້ງທີ 17 ແລະ ສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ແລະ ຕາງໜ້າບໍລິສັດເຂົ້້າຮ່ວມ.ໂອກາດນີ້, ໄດ້ຮັບຟັງການລາຍງານສະພາບການດໍາເນີນງານຂອງບໍລິສັດ ໃນໄລຍະຜ່ານມາ, ໜ້າວຽກປະຈຸບັນ ແລະ ທິທາງແຜນການໃນຕໍ່ໜ້າ ພ້ອມທັງສົນທະນາແລກປ່ຽນກ່ຽວກັບບາງບັນຫາທີ່ມີຄວາມສົນໃຈ ໂດຍສະເພາະດ້ານເນື້ອທີ່ຂອບເຂດການສໍາປະທານ, ດ້ານສິ່ງແວດລ້ອມ ແລະ ສັງຄົມ, ການຟື້ນຟູປ່າໄມ້ ແລະ ປູກໄມ້ທົດແທນ, ການຈັດຕັ້ງປະຕິບັດບັນດາກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ທີ່ຕິດພັນກັບໂຄງການ ໂດຍຊອກໃຫ້ໄດ້ບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ຄົງຄ້າງ ທີ່ຈະຕ້ອງສືບຕໍ່ປັບປຸງແກ້ໄຂ, ຮັບປະກັນໃຫ້ໂຄງການດໍາເນີນໄປດ້ວຍຄວາມຖືກຕ້ອງ ຕາມຂັ້ນຕອນ ຕາມການອະນຸຍາດຂອງລັດຖະບານ ບົນພື້ນຖານລະບຽບກົດໝາຍ.ກອງປະຊຸມ, ຄະນະ ສສຊ ປະຈໍາເຂດເລືອກຕັ້ງທີ 17 ໄດ້ມີຄໍາເຫັນ ສະແດງຄວາມຊົມເຊີຍຕໍ່ກັບການລາຍງານຂອງຂະແໜງການທີ່ກ່ຽວຂອງ ເຊິ່ງໂຄງການຂຸດຄົ້ນແຮ່ຊືນ ຂອງບໍລິສັດນິແລນລາວ ມາຍນິ້ງ ຈໍາກັດ. ແມ່ນຢູ່ໃນໄລຍະຂັ້ນຕອນຄົ້ນຄວ້າ,ພິຈາລະນາໃນການຫັນປ່ຽນທີ່ດີນປ່າໄມ້ ເພື່ອການພັດທະນາຂອງໂຄງການ ສະນັ້ນ, ສະເໜີໃຫ້ຂະແໜງການທີ່ກ່ຽວຂ້ອງສືບຕໍ່ເອົາໃຈໃສ່ປະສານງານປັບປຸງເອກະສານໃຫ້ລະອຽດຄົບຖ້ວນໄປຕາມຂັ້ນຕອນລະບຽບກົດໝາຍໃຫ້ມີຄວາມເປັນເອກະພາບ, ຢັ້ງຢືນຄືນພື້ນທີ່ນອນໃນເຂດສໍາປະທານ, ກວດກາດ້ານເຕັກນິກດ້ານສິ່ງແວດລ້ອມ, ຄຸ້ມຄອງລະບົບນໍ້າເສຍ ທີ່ຈະລົງໃສ່ຄອງນໍ້າ, ພ້ອມທັງສະເໜີໃຫ້ບໍລະສັດເປັນເຈົ້າການມີສ່ວນຮ່ວມພົວພັນປະສານງານກັບທ້ອງຖີ່ນໃຫ້ຮັດກຸມ ແລະ ຊັດເຈນ, ແລະ ມີວີຊາການຈາກຂະແໜງການທີ່ກ່ຽວຂ້ອງ ປະຈໍາພາກສະໜາມ ໃນການຕິດຕາມຕົວຈິງ.ນອກຈາກນີ້, ຄະນະ ສສຊ ປະຈໍາເຂດເລືອກຕັ້ງທີ 17 ພ້ອມຂະແໜງການທີ່ກ່ຽວຂ້ອງຍັງໄດ້ລົງຕິດຕາມເບິ່ງພື້ນທີ່ຕົວຈິງຂອງໂຄງການ.
(ວິນັດ ສີສຸລາດ)

