(ສພຊ) – ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອວັນທີ 10 ພະຈິກຜ່ານມາ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນໃສ່ບົດລາຍງານຂອງລັດຖະບານໃນຫຼາຍບັນຫາສຳຄັນທີ່ສະເໜີໂດຍທ່ານນາຍົກລັດຖະມົນຕີ ໂດຍລວມແລ້ວໄດ້ເຫັນດີເປັນເອກະພາບຕໍ່ທິດທາງແຜນການ ແລະ ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ລັດຖະບານຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງສະເໜີໃຫ້ສຸມໃສ່ແກ້ໄຂບາງບັນຫາສຳຄັນ ໂດຍສະເພາະສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ປາກົດການຫຍໍ້ທໍ້ໃນສັງຄົມ, ຄວາມຍຸຕິທຳໃນສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນ ແລະ ອື່ນໆ.
ທ່ານ ສີເຮັງ ຫອມສົມບັດ ສສຊ ປະຈຳເຂດເລືອກຕັ້ງ 14 ແຂວງສາລະວັນ ໄດ້ສະເໜີໃຫ້ລັດຖະບານຫັນລົງກໍ່ສ້າງຮາກຖານ, ພັດທະນາຊົນນະບົດຢ່າງແຂງແຮງ ໂດຍສະເພາະການຈັດຕັ້ງປະຕິບັດມະຕິຂອງພັກ ກໍຄືກົດໝາຍ ໃນການຈັດຕັ້ງປະຕິບັດຕາແສງໃຫ້ເຂັ້ມແຂງ, ຖ້າຫາກຮາກຖານມີຄວາມເຂັ້ມແຂງ ປະເທດຊາດກໍມີຄວາມເຂັ້ມແຂງ ພ້ອມທັງໃຫ້ສືບຕໍ່ແກ້ໄຂບັນຫາທີ່ເຄັ່ງຮ້ອນດ້ານເສດຖະກິດ-ສັງຄົມ ດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ຕ້ອງດັດປັບໂຄງປະກອບເສດຖະກິດຂະແໜງການຄືນໃໝ່, ເລັ່ງດ່ວນແຜນການກໍ່ສ້າງ ແລະ ປັບປຸງເສັ້ນທາງໃນທົ່ວປະເທດ, ການຕອບໂຕ້ໄພພິບັດທາງທຳມະຊາດ ແລະ ອື່ນໆ. ພ້ອມນີ້, ທ່ານຍັງໄດ້ສະເໜີໃຫ້ສ້າງ ແລະ ປັບປຸງກົດໝາຍ, ນິຕິກຳໃຕ້ກົດໝາຍ ໃຫ້ຈະແຈ້ງ, ຈັດລະບຽບການປົກຄອງຄືນໃໝ່, ປັບປຸງກົງຈັກໃຫ້ກະທັດຮັດ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານມີຄວາມຮັດກຸມ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດວາງອອກ ທັງນີ້, ກໍເພື່ອເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030).

