ສສຊ ສະເໜີລັດຖະບານ ເລັ່ງປັບປຸງເສັ້ນທາງທີ່ເປ່ເພ, ແກ້ໄຂບັນຫາການສໍ້ລາດບັງຫຼວງ, ແບ່ງປັນເງິນເກີນແຜນ 30% ແລະ 70%

​ພ.ຈ. 12, 2025

(ສພຊ) – ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອວັນທີ 11 ພະຈິກຜ່ານມາ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສືບຕໍ່ປະກອບຄຳຄິດເຫັນຢ່າງກົງໄປກົງມາ ໃສ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໃນນັ້ນ, ທ່ານ ບຸນລ້ວນ ຊົມສີຫາປັນຍາ ສສຊ ປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ໄດ້ສະເໜີໃຫ້ລັດຖະບານ ພັດທະນາຂະແໜງການກະສິກຳເປັນຂະແໜງການນຳໜ້າ ເພື່ອກ້າວໄປສູ່ການປຸງແຕ່ງທີ່ມີຄຸນນະພາບ ເນື່ອງຈາກວ່າອາຊີບສ່ວນໃຫຍ່ຂອງຄົນລາວຫຼາຍກວ່າ 90% ແມ່ນດຳລົງຊີວິດດ້ວຍອາຊີບກະສິກຳ ບວກກັບການປະກອບການຄ້າໃນຮູບແບບຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ; ສະນັ້ນ, ລັດຖະບານຕ້ອງມີນະໂຍບາຍສົ່ງເສີມຢ່າງຈະແຈ້ງດ້ວຍຫຼາຍຮູບແບບ ເປັນຕົ້ນ: ຮູບແບບສະຫະກອນ, ຮູບແບບເປັນກຸ່ມ, ມີກຸ່ມຈັດເກັບຊື້ ແລະ ກຸ່ມຈັດຂາຍ ເພື່ອສ້າງໃຫ້ການຜະລິດ ແລະ ການຄ້າຂາຍ ໄປພ້ອມໆກັນໄດ້. ຕິດພັນກັບການສົ່ງເສີມການຜະລິດ ແລະ ການສົ່ງສິນຄ້າອອກຈຳໜ່າຍນັ້ນ ກໍຍັງແມ່ນການຄົມມະນາຄົມ, ຢາກເຮັດໄດ້ແນວນັ້ນ ລັດຖະບານຕ້ອງປັບປຸງເສັ້ນທາງໃຫ້ສາມາດເຊື່ອມຈອດ, ເຊື່ອມໂຍງໄດ້ເປັນປົກກະຕິ; ລັດຖະບານຕ້ອງແກ້ໄຂບັນຫາເສັ້ນທາງ ໄປພ້ອມກັບການຟື້ນຟູເຂດທຳການຜະລິດທີ່ຖືກຜົນກະທົບຈາກໄພພິບັດທຳມະຊາດ, ເລັ່ງແກ້ໄຂບັນຫາການລົງທຶນທີ່ທຳລາຍທຳມະຊາດເຊັ່ນ: ປ່າ ໄມ້ ແລະ ທີ່ດິນ ໂດຍການຫຼີກລ່ຽງການນຳໃຊ້ຊັບພະຍາກອນທຳມະຊາດແບບຟຸມເຟືອຍ, ຫຼີກລ່ຽງການສະໜັບສະໜູນກະສິກຳແບບທຳລາຍທຳມະຊາດ ເປັນຕົ້ນ: ການປູກສາລີ, ປູກມັນຕົ້ນ ເນື່ອງຈາກຈະເປັນການທຳລາຍດິນ. ທ່ານຍັງສະເໜີຕໍ່ລັດຖະບານ ສ້າງລະບົບການປົກຄອງລັດໃຫ້ເຂັ້ມແຂງທາງດ້ານກົດໝາຍ.
ທ່ານ ນາງ ສວຍເພັດ ທອງສົມບັດ ສສຊ ປະຈຳເຂດເລືອກຕັ້ງທີ 8 ແຂວງຫົວພັນ ໄດ້ມີຄຳເຫັນໃນການພັດທະນາພື້ນຖານໂຄງລ່າງ ໂດຍສະເພາະເສັ້ນທາງຄົມມະນາຄົມ ຍັງຊັກຊ້າ, ການຄຸ້ມຄອງລົດບັນທຸກໜັກ ຍັງບໍ່ທັນເຂັ້ມງວດ, ເສັ້ນທາງຫຼວງແຫ່ງຊາດລະຫວ່າງແຂວງຫາແຂວງ ແມ່ນເປ່ເພໜັກໜ່ວງ ສະເພາະເສັ້ນທາງເລກ 6 ແຕ່ເມືອງຄຳ ແຂວງຊຽງຂວາງ ຫາ ແຂວງຫົວພັນ ແມ່ນເປ່ເພຊຸດໂຊມຫຼາຍ ເຊິ່ງເຮັດໃຫ້ການເດີນທາງຂອງຜູ້ໂດຍສານ, ການຂົນສົ່ງສິນຄ້າ ພົບຄວາມຫຍຸ້ງຍາກ ເຖິງແມ່ນວ່າໄລຍະເສັ້ນທາງບໍ່ຍາວ ແຕ່ກໍໃຊ້ເວລາເດີນທາງຫຼາຍສິບຊົ່ວໂມງ, ຫຼາຍມື້ຈຶ່ງຮອດຈຸດໝາຍປາຍທາງ, ຫາກມື້ໃດເກີດຝົນຕົກ ເສັ້ນທາງແມ່ນໄປບໍ່ໄດ້; ສະນັ້ນ, ສະເໜີໃຫ້ລັດຖະບານຮີບຮ້ອນເລັ່ງແກ້ໄຂ ເພື່ອເຮັດແນວໃດໃຫ້ເສັ້ນທາງກັບຄືນມາເດີນແລ່ນສະດວກ. ພ້ອມນີ້, ຍັງສະເໜີໃຫ້ລັດຖະບານ ກໍ່ສ້າງ, ສ້ອມແປງເສັ້ນທາງເລກ 6 ແຕ່ເມືອງຄຳ ຫາ ເມືອງຊຳເໜືອ ເປັນໂຄງການບຸລິມະສິດ.
ທ່ານ ນາງ ຫົງຄໍາ ໄຊຍະຄົມ ສສຊ ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ສະເໜີໃຫ້ລັດຖະບານ ເອົາໃຈໃສ່ແກ້ໄຂບັນຫາການສໍ້ລາດບັງຫຼວງທີ່ເກີດຂຶ້ນ ເຊິ່ງສົ່ງຜົນເສຍຫາຍຢ່າງມະຫາສານໃຫ້ແກ່ປະເທດຊາດ ເຮັດໃຫ້ ເງິນຮົ່ວໄຫຼບໍ່ເຂົ້າງົບປະມານຂອງລັດ.
ທ່ານ ດົງເພັດ ພະຍົນ ສສຊ ປະຈຳເຂດເລືອກຕັ້ງທີ 16 ແຂວງເຊກອງ ສະເໜີໃຫ້ລັດຖະບານເອົາໃຈໃສ່ແຕ່ຫົວທີໃນການແກ້ໄຂການຂາດແຄນຄູ ໂດຍການສະໜອງໂກຕາໃຫ້ຄູອາສາສະໝັກໄດ້ເຂົ້າເປັນລັດຖະກອນຄູ ແລະ ໃຫ້ເອົາໃຈໃສ່ກ່ຽວກັບຫຼັກສູດການຮຽນ-ການສອນຂອງສາຍສາມັນຢູ່ໂຮງຮຽນ ໃຫ້ໄປຄຽງຄູ່ກັບການປະຕິຮູບລະບົບ 5-4-3 ມາເປັນລະບົບ 6-3-3 ໃນແຜນຂອງລັດຖະບານທີ່ຈະປະຕິບັດເລີ່ມສົກຮຽນປີ 2028-2029. ສຳລັບເງິນເກີນແຜນຂອງສູນກາງ ແລະ ທ້ອງຖິນ, ສະເໜີໃຫ້ຈັດແບ່ງປັນຄືນໃໝ່ກ່ຽວກັບເງິນເກີນແຜນຢູ່ທ້ອງຖິ່ນ ຜ່ານມາແມ່ນໃຫ້ສູນກາງ 50% ແລະ 50% ແມ່ນໃຫ້ແຂວງນຳໃຊ້, ຕໍ່ໄປຂໍສະເໜີໃຫ້ສູນກາງ 30% ແລະ 70% ແມ່ນໃຫ້ທ້ອງຖິ່ນນໍາໃຊ້ ຈະໄດ້ບໍ່?.