ສສຊ ປະຈຳເຂດເລືອກຕັ້ງທີ 18 ສະເໜີໃຫ້ພິຈາລະນາບາງຄຳສັບທີ່ບໍ່ທັນຈະເເຈ້ງ

ມ.ຖ. 19, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ໃນວາລະກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອວັນທີ 17 ມີນາຜ່ານມາ, ທ່ານ ແດງ ປະທຸມທອງ ສສຊ ປະຈຳເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ໄດ້ປະກອບຄຳເຫັນຕໍ່ຮ່າງລັດ ຖະທຳມະນູນປີ 2025 ວ່າ:
1. ຄຳນຳ ໃນແຖວສຸດທ້າຍທີ່ຂຽນວ່າ: ເຈົ້າຟ້າງຸ່ມໄດ້ນຳພາປະຊາຊົນເຮົາກໍ່ຕັ້ງ ແລະ ສ້າງປະເທດລາວລ້ານຊ້າງໃຫ້ເປັນເອກະພາບ ແລະ ຈະເລີນຮຸ່ງເຮືອງ. ເຫັນວ່າ ຄຳສັບ ກໍ່ຕັ້ງ ແລະ ສ້າງ ເປັນຄຳສັບທີ່ໃຫ້ຄວາມໝາຍຄ້າຍຄືກັນ ສ້າງຕັ້ງຂຶ້ນ, ເຮັດໃຫ້ມີຂຶ້ນ; ເນື່ອງຈາກວ່າໃນປະຫວັດ ສາດ ເຈົ້າຟ້າງຸ່ມໄດ້ນຳພາທ້ອນໂຮມເອົາຫົວເມືອງນ້ອຍ ແລະ ໃຫຍ່ ໃຫ້ເປັນເອກະພາບ ແລະ ປະກາດສ້າງເປັນປະເທດລາວລ້ານຊ້າງ, ຈຶ່ງສະເໜີພິຈາລະນາໃຊ້ຄຳວ່າ “ທ້ອນໂຮມ” ປ່ຽນແທນ “ກໍ່ຕັ້ງ” ເພື່ອໃຫ້ເໝາະສົມ.
2. ມາດຕາ 77 ວັກທີສອງ ທີ່ຂຽນວ່າ: ສະພາປະຊາຊົນເມືອງ ແລະ ຂັ້ນຕາແສງ ອາດສ້າງຕັ້ງຂຶ້ນຕາມການຕົກລົງຂອງສະພາແຫ່ງຊາດ. ເຫັນວ່າຍັງບໍ່ທັນແຈ້ງ ຈະແມ່ນສະພາແຫ່ງຊາດ ຫຼື ສະພາທ້ອງຖິ່ນ ເປັນຜູ້ອອກຂໍ້ຕົກລົງແຕ່ງຕັ້ງ, ສະພາແຫ່ງຊາດ ຈະບໍ່ແຕ່ງຕັ້ງສະພາປະຊາຊົນເມືອງ ແລະ ຕາແສງ; ການໃຊ້ຄຳສັບ “ອາດ” ກໍບໍ່ທັນຈະເເຈ້ງເທື່ອ.
ດັ່ງນັ້ນ, ຈຶ່ງສະເໜີຄະນະກຳມະການລະດັບຊາດ ໄດ້ພິຈາລະນາ.