




ຈຸດປະສົງໃນການລົງເຄື່ອນໄຫວຄັ້ງນີ້ ເພື່ອຜັນຂະຫຍາຍ ແລະ ເຜີຍແຜ່ເນື້ອໃນຜົນສໍາເລັດ ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງ ສພຊ ຊຸດທີ IX ແລະ ສພຂ ຊຸດທີ II ໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈ. ໂອກາດດັ່ງກ່າວ ຍັງໄດ້ຮັບຟັງການລາຍງານສະພາບການໂດຍຫຍໍ້ຂອງອົງປົກຄອງບ້ານແຕ່ລະບ້ານ ພ້ອມທັງໄດ້ຮັບຟັງຄໍາຄິດຄໍາເຫັນ, ຄໍາສະເໜີຂອງປະຊາຊົນ ເຊິ່ງບັນດາຄໍາສະເໜີສ່ວນຫຼາຍແມ່ນກ່ຽວກັບການພັດທະນາ ແລະ ປັບປຸງ ໂຄງລ່າງພື້ນຖານເປັນຕົ້ນ: ບັນຫາເສັ້ນທາງ, ນໍ້າລິນ, ອາຄານຮຽນ, ການປູກ-ການລ້ຽງ ແລະ ອື່ນໆ ຕໍ່ກັບຄໍາສະເໜີດັ່ງກ່າວ ສະມາຊິກສະພາປະຊາຊົນແຂວງ ກໍ່ໄດ້ອະທິບາຍ, ຊີ້ແຈງບາງບັນຫາກັບທີ່ ແລະ ຈະໄດ້ສັງລວມເພື່ອນໍາເອົາຂໍ້ສະເໜີສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງ ແກ້ໄຂຕາມພາລະບົດບາດ ແລະ ທັນກັບເວລາ.


ພາບ/ຂ່າວ: ສພຂ.