ສສຂ ອັດຕະປື ພົບປະ ປະຊາຊົນຢູ່ບ້ານຄັນໝາກກ່ອງ ແລະ ບ້ານຝັ່ງແດງ

ກ.ຍ. 11, 2025

ວັນທີ 9 ກັນຍານີ້, ບັນດາທ່ານສະມາຊິກສະພາປະຊາຊົນແຂວງ (ສສຂ) ເຂດເລືອກຕັ້ງເມືອງໄຊເສດຖາ ນຳໂດຍ: ທ່ານ ອຸດສະຫະ ກົມມະເມືອງ ຫົວໜ້າຄະນະ ສສຂ ເຂດເລືອກຕັ້ງເມືອງໄຊເສດຖາ ມີທ່ານ ບຸນຊູ ສຸລິນັນທອງ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 17 ແຂວງອັດຕະປື  ພ້ອມຄະນະ ໄດ້ພົບປະ ປະຊາຊົນຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ  ແລະ ສະພາປະຊາຊົນແຂວງ ອັດຕະປື ຢູ່ບ້ານ ຄັນໝາກກ່ອງ ແລະ ບ້ານ ຝັ່ງແດງ ເມືອງ ໄຊເສດຖາ ເຂົ້າຮ່ວມມີພະນັກງານຮາກຖານ, ອໍານາດການປົກຄອງບ້ານ ແລະ ປະຊາຊົນຜູ້ມີສິດເລືອກຕັ້ງພາຍໃນສອງບ້ານເຂົ້າຮ່ວມ​ 95 ຄົນ,​ຍິງ 58 ຄົນ.

ໃນໂອກາດນີ້,  ບັນດາທ່ານ ສສຊ ແລະ ສສຂ ໄດ້ຍົກເອົາບາງເນື້ອໃນຂອງຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ, ສະພາປະຊາຊົນແຂວງ ອັດຕະປື​ ​ ແລະ ລັດຖະທໍາມະນູນ ສະບັບປັບປຸງ ປີ 2025 ເປັນຕົ້ນ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ 2025; ການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກໍາ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ; ນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່; ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 6 ເດືອນຕົ້ນປີ 2025 ຂອງແຂວງອັດຕະປື, ບັນດາຄາດໝາຍຕົວຊີ້ວັດ ໃນຂົງເຂດສືກສາ, ສາທາ, ເນື້ອໃນລັດຖະທຳມະນູນ ສະບັບປັບປຸງປີ 2025 ໄດ້ມີການປັບປຸງບາງມາດຕາບັນຫາສໍາຄັນແມ່ນໄດ້ປັບປຸງກ່ຽວກັບການປົກຄອງທ້ອງຖິ່ນ ເປັນຕົ້ນ: ການແບ່ງຂັ້ນການປົກຄອງທ້ອງຖິ່ນ ເປັນ 3 ຂັ້ນ ຄື: ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນຕາແສງ, ໄດ້ມີການປ່ຽນແປງຊື່ເອີ້ນຈາກເຈົ້າຄອງນະຄອນຫຼວງ, ເຈົ້າແຂວງ, ເຈົ້າເມືອງ, ນາຍບ້ານ, ມາເປັນປະທານຄະນະກຳມະການປົກຄອງນະຄອນຫຼວງ, ປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການປົກຄອງເມືອງ ແລະ ປະທານຄະນະກຳມະການປົກຄອງຕາແສງ.

ຈາກນັ້ນ, ກໍໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ ປະກອບຄຳຄິດຄຳເຫັນ ແລະ ສະເໜີບັນຫາທີ່ມີຄວາມສົນໃຈ ແລະ ຂັດຂ້ອງໝອງໃຈ ໃນນັ້ນໄດ້ ສະເໜີ ບູລະນະປັບປຸງສ້ອງແປງເສັ້ນທາງ, ອຸປະກອນຮັບໃຊ້ຫ້ອງການບ້ານ, ບັນຫາຄ່າໄຟຟ້າ, ສະເໜີໃຫ້ ສສຊ ແລະ ສສຂ ລົງຕິດແທນກັບປະຊາຊົນຢ່າງໜ້ອຍ 2 ຫາ 3 ຄັ້ງຕໍ່ປີ ແລະ ບັນຫາອື່ນໆ. ສສຊ, ສສຂ ໄດ້ອະທິບາຍ ແລະ ຊີ້ແຈງ ບາງບັນຫາຈະນໍາໄປຄົ້ນຄວ້າພິຈະລະນາປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອຫາວີທີທາງແກ້ໄຂ ແລ້ວກ້າວໄປສູ່ການຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ,  ພ້ອມທັງໄດ້ເນັ້ນໃຫ້ຄະນະພັກອໍານາດການປົກຄອງ ຕະຫຼອດຮອດປະຊາຊົນ ພາຍໃນບ້ານ ເອົາໃຈໃສ່ສືກສາອົບຮົມດ້ານການເມືອງ, ນໍາພາແນວຄິດເຕົ້າໂຮມຄວາມສາມັກຄີປ່ອງດອງ​ເປັນປືກແຜ່ນແໜ້ນໜາ ໂດຍການເຊຶ່ອມຊຶມເອກສານຕ່າງໆຂອງພັກ,ຂອງຊາດ ເພື່ອສ້າງຄວາມເຂັ້ມແຂງໃຫ້ຮາກຖານບ້ານ, ເອົາໃຈໃສ່ຕ້ານປະກົດການຫຍໍ້ທໍ້ຕ່າງໆທີ່ສ້າງຄວາມບໍ່ສະຫງົບພາຍໃນບ້ານ ເປັນຕົ້ນ: ບັນຫາຢາເສບຕິດ,ຂີ້ລັກງັດແງະ, ການພະນັນ ແລະ ອື່ນໆ, ເພີ່ມທະວີການປະຕິບັດລະບຽບກົດໝາຍໃຫ້ເຂັ້ມງວດ, ເປັນເຈົ້າການເອົາໃຈໃສ່ໃນການສ້າງເສດຖະກິດພາຍໃນຄອບຄົວໃຫ້ເຂັ້ມແຂງ ໂດຍຖືເອົາການອອກແຮງງານເພີ່ມພູມຜະລິດຜົນໃຫ້ຫຼາຍຂື້ນ ຜະລິດໃຫ້ກຸມກິນພາຍໃນຄອບຄົວ ແລະ ຜະລິດໃຫ້ໄດ້ຫຼາຍກາຍເປັນສິນຄ້າ ເພື່ອແກ້ໄຂຄວາມທຸກຍາກ.

(ວິນັດ ສີສຸລາດ)