ໃນວັນທີ 5 ກັນຍາ 2025. ສະມາຊິກສະພາປະຊາຊົນແຂວງ (ສສຂ) ເຂດເລືອກຕັ້ງເມືອງສະໜາມໄຊ ນໍາໂດຍ: ທ່ານ ຄໍາໝັ້ນ ພົມມະແສງ ຫົວໜ້າຄະນະ ສສຂ ເຂດເລືອກຕັ້ງເມືອງສະໜາມໄຊ ພ້ອມມຄະນະ ໄດ້ເຄື່ອນໄຫວພົບປະ ປະຊາຊົນຜູ້ມີສິດເລືອກຕັ້ງ ແລະ ເຜີຍຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຢູ່ບ້ານຄັງ ແລະ ບ້ານດອນເສືອ ເມືອງສະໜາມໄຊ, ເຂົ້າຮ່ວມມີອໍານາດການປົກຄອງບ້ານ ແລະ ປະຊາຊົນຜູ້ມີສິດເລືອກຕັ້ງພາຍໃນສອງບ້ານເຂົ້າຮ່ວມຮັບຟັງ 224 ຄົນ,ຍິງ 104 ຄົນ.ໂອກາດນີ້, ໄດ້ຮັບຟັງການລາຍງານສະພາບລວມໂດຍຫຍໍ້ຂອງບ້ານ ພ້ອມທັງໄດ້ເປີດໂອກາດໃຫ້ປະຊາຊົນໄດ້ ສະເໜີບັນຫາທີ່ມີຄວາມສົນໃຈ ແລະ ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມພາຍໃນບ້ານ ເພື່ອຕອບສະໜອງຊີວິການເປັນຢູ່ຂອງປະຊາຊົນ ຜ່ານສະມາຊິກສະພາປະຊາຊົນແຂວງ ໃນຖານະເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ເປັນຕົ້ນ: ສະເໜີຂໍທຶນບຸກເບີກ ແລະ ສ້ອມແປງຕ່າຜ້າຜັງບ້ານ, ຂະຫຍາຍຕາຂ່າຍໄຟຟ້າ, ອຸປະກອນຮັບໃຊ້ຫ້ອງການບ້ານ, ທຶນສ້ອງແປງຂົວຫ້ວຍອຸກນ້ອຍ, ບັນຫາທີ່ດີນ ແລະ ອື່ນໆ. ຈາກນັ້ນ, ສສຂ ໄດ້ຍົກເອົາບາງເນື້ອໃນຂອງຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ໂດຍສະເພາະແຜນພັດທະນາເສດຖະກິດ-ສັງຄົມ ພ້ອມທັງໄດ້ມີຄໍາເຫັນໂອ້ລົມໃຫ້ອຳນາດການປົກຄອງບ້ານ ແລະ ປະຊາຊົນ ສືບຕໍ່ຍຶດໝັ້ນຕໍ່ການນຳພາຂອງພັກ-ລັດ, ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງຕາມແນວທາງຂອງພັກ-ລັດ, ຮັກສາມູນເຊື້ອທີ່ຍາດມາໄດ້ໃນທ່າມກາງສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ເພີ່ມທະວີສ້າງເງື່ອນໄຂເສດຖະກິດຄອບຄົວ ປູກຝັງ, ລ່ຽງສັດ ກຸ້ມຕົນເອງ ເປັນເຈົ້າຕົນເອງ, ເອົາໃຈໃສ່ສືກສາອົບຮົມການເມືອງແນວຄິດເຕົ້າໂຮມຄວາມສາມັກຄີປ່ອງດອງເປັນປືກແຜ່ນແໜ້ນໜາ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆຢ່າງເປັນເຈົ້າການໃຫ້ມີຄວາມສະເຫງົບປອດໄພ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາ, ສ່ວນຄໍາສະເໜີຂອງອໍານາດການປົກຄອງບ້ານ ແລະ ປະຊາຊົນ ສສຂ ໄດ້ອະທິບາຍ ແລະ ຊີ້ແຈງ ບາງບັນຫາຈະນໍາໄປຄົ້ນຄວ້າພິຈະລະນາປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອຫາວີທີທາງແກ້ໄຂ.
ສສຂ ອັດຕະປື ພົບປະ ປະຊາຊົນຢູ່ບ້ານຄັງ ແລະ ບ້ານດອນເສືອ.
