ສສຂ ສຳເລັດ ການລົງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 7 ສພຊ ຊຸດທີ IX ແລະ ສະພາປະຊາຊົນແຂວງ (ສພຂ) ຈຳປາສັກ ຊຸດທີ II ຢູ່ທີ່ ເມືອງປະທຸມພອນ

ສ.ຫ. 24, 2024

ວັນທີ 22 ສິງຫາ 2024 ນີ້ ທ່ານ ວິໄລ ແກ້ວມະນີໄລ ກຳມະການພັກແຂວງ ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ສະມາຊິກສະພາປະຊາຊົນແຂວງຈຳປາສັກ (ສສຂ) ພ້ອມດ້ວຍ ທ່ານ ນາງ ປະທຸມມາ ແກ້ວມະນີ ສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈຳເຂດເລືອກຕັ້ງເມືອງປະທຸມພອນ ໄດ້ລົງເຄື່ອນໄຫວເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 7 ສພຊ ຊຸດທີ IX ແລະ ສະພາປະຊາຊົນແຂວງ (ສພຂ) ຈຳປາສັກ ຊຸດທີ II
ຢູ່ທີ່ ສຳນັກງານເມືອງປະທຸມພອນ. ພາຍຫຼັງທີ່ໄດ້ລົງເຄື່ອນໄຫວແຕ່ຄັ້ງວັນທີ 18 ສິງຫາ 2024 ທີ່ຜ່ານມາຢູ່ທີ່ ເມືອງປະທຸມພອນ ລວມມີ 9 ບ້ານເປົ້າໝາຍ.
ໂດຍການຕ້ອນຮັບຂອງທ່ານ ກິ່ງແກ້ວ ນະວະພົມ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງປະທຸມພອນພ້ອມດ້ວຍການນຳຂອງເມືອງ, ມີຄະນະກໍ່ສ້າງຮາກຖານແຂວງປະຈຳເມືອງ, ນາຍທະຫານ-ນາຍຕຳຫຼວດ, ພະນັກງານລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງການເຄື່ອນໄຫວ ແລະ ຢ້ຽມຢາມຄັ້ງນີ້ ແມ່ນເພື່ອເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ແລະ ສະພາປະຊາຊົນແຂວງ (ສພຂ) ຈຳປາສັກ ຊຸດທີ II ແນໃສ່ເຮັດໃຫ້ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ ເວົ້າລວມ, ເວົ້າສະເພາະວຽກງານຂອງສະພາແຫ່ງຊາດ ກໍຄືສະພາປະຊາຊົນແຂວງ; ໄດ້ຮັບຮູ້ ແລະ ເຂົ້າໃຈພາລະບົດບາດ, ສິດ ແລະ ໜ້າທີ່ຂອງ ສສຊ ແລະ ສສຂ ໃຫ້ເລິກເຊິ່ງກວ່າເກົ່າ.
#ທ່ານ ວິໄລ ແກ້ວມະນີໄລ ກຳມະການພັກແຂວງ ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ສະມາຊິກສະພາປະຊາຊົນ ແຂວງຈຳປາສັກ ໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາ ມັນເທື່ອທີ 7 ຂອງ ສພຊ ຊຸດທີ IX ເຊິ່ງທ່ານໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ດໍາເນີນແຕ່ວັນທີ 10 ມິຖຸ ນາ ຫາ 02 ກໍລະກົດ 2024 ລວມ 17 ວັນ ເຊິ່ງໄດ້ພິຈາລະນາຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ໂດຍອອກເປັນມະຕິ 6 ສະບັບ ແລະ ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ 13 ສະ ບັບ ໃນນີ້, ກົດໝາຍສ້າງໃໝ່ 2 ສະບັບຄື: ຮ່າງກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາ ແລະ ຮ່າງກົດໝາຍວ່າດ້ວຍສະຫະກອນ; ກົດໝາຍປັບປຸງ 11 ສະບັບຄື: 1) ກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານເຊື້ອເອັດຈ໌ໄອວີ/ພະຍາດເອດ, 2) ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, 3) ກົດໝາຍວ່າດ້ວຍການຕ້ານສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, 4) ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, 5) ກົດໝາຍວ່າດ້ວຍການທ່ອງທ່ຽວ, 6) ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, 7) ກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ, 8.) ກົດໝາ ຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, 9) ກົດໝາຍວ່າດ້ວຍສະພາແຫ່ງຊາດ, 10) ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, 11) ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແລະ ວຽກງານສະພາແຫ່ງຊາດ ໃນໄລຍະແຕ່ກອງປະຊຸມສະໄໝສາ ມັນເທື່ອທີ 6 ຫາເທື່ອທີ 7 ແລະ ແຜນການເຄື່ອນໄຫວຮອດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX.
#ຈາກນັ້ນ ທ່ານ ນາງ ປະທຸມມາ ແກ້ວມະນີ ກຳມະການພັກເມືອງ ຫົວໜ້າຫ້ອງການຍຸຕິທໍາເມືອງ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງ ເມືອງປະທຸມພອນ ກໍ່ໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງ ສພຂ ຈຳປາສັກ ຊຸດທີ II ທີ່ຫາກໍ່ສຳເລັດໃນຜ່ານມານີ້ໃຫ້ຜູ້ເຂົ້າຮ່ວມໄດ້ຮັບຊາບຕື່ມອີກ.
—————————-
#ຖະແຫຼງຂ່າວ ເມືອງ ປະທຸມພອນ
#ຂ່າວ-ພາບ: ສີສົມບູນ ວົງວຽງຄຳ