loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສພຊ ຮັບຮອງເອົາກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ (ສະບັບປັບປຸງ)

​ພ.ຈ. 28, 2019 | ຂ່າວກອງປະຊຸມ

ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ VIII ໃນວັນທີ 26 ພະຈິກ ໂດຍການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ມີບັນດາຮອງປະທານສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳແຕ່ລະເຂດເລືອກຕັ້ງຮັບຟັງການສະເໜີຮ່າງກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດ (ສະບັບປັບປຸງ) ຊຶ່ງສະເໜີໂດຍ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ. ກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດເປັນກົດໝາຍໜຶ່ງທີ່ມີຄວາມສຳຄັນ, ເປັນກົດໝາຍທີ່ນຳໃຊ້ສຳລັບວິສາຫະກິດທີ່ມີຄວາມຫຍຸ້ງຍາກທາງດ້ານການເງິນ ແລະ ບໍ່ສາມາດ ຊຳລະໜີ້ ຊຶ່ງເອີ້ນວ່າວິສາຫະກິດທີ່ຢູ່ໃນສະພາວະລົ້ມລະລາຍເນື່ອງຈາກວ່າໃນຂະບວນວິວັດຂອງ ການເຄື່ອນໄຫວດຳເນີນທຸລະກິດຂອງວິສາຫະກິດກໍມີທັງຄວາມຫຍຸ້ງຍາກ,ຂາດສະພາບຄ່ອງ ຫຼື ຕົກ ຢູ່ໃນສະພາວະມີໜີ້ສິນທີ່ບໍ່ສາມາດຊຳລະໄດ້ ຖືເປັນກົດເກນປົກກະຕິຂອງ ການດຳເນີນທຸລະກິດ ຊຶ່ງເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້. ອີງຕາມສະຖິຕິການຂຶ້ນທະບຽນວິສາຫະກິດຮອດເດືອນພະຈິກ 2019 ມີຈຳນວນວິສາຫະກິດທັງໝົດ 163.330 ຫົວໜ່ວຍ ຊຶ່ງສະແດງໃຫ້ເຫັນວ່າຈຳນວນວິສາຫະກິດ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໃນໄລ ຍະຜ່ານມາກໍມີວິສາຫະກິດຈຳນວນຫຼາຍທີ່ເຄື່ອນໄຫວ ບໍ່ມີປະສິດທິພາບ,ຖືກຍຸບເລີກ ຫຼື ສະຫຼາຍຕົວໄປໂດຍບໍ່ໄດ້ມີການຊຳລະສະສາງ ຫຼື ນຳເຂົ້າ ສູ່ຂະບວນການລົ້ມລະລາຍ. ກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດໄດ້ຖືກຮັບຮອງ ແລະ ປະກາດໃຊ້ໃນປີ 1994 ມາຮອດປັດຈຸບັນເປັນເວລາ 25 ປີ, ແຕ່ກົດໝາຍດັ່ງກ່າວແມ່ນບໍ່ໄດ້ມີການປັບປຸງຈັກເທື່ອ ແລະ ບໍ່ມີຈັກຄະດີທີ່ນຳມາພິຈາລະນາ ຫຼື ດຳເນີນການແກ້ໄຂຕາມກົນໄກ ຫຼື ຂັ້ນຕອນທີ່ກຳນົດໃນ ກົດໝາຍດັ່ງກ່າວ. ຍ້ອນລະບົບກົດໝາຍຄຸ້ມຄອງການລົ້ມລະລາຍເປັນຄືດັ່ງກ່າວເຮັດໃຫ້ຫຼາຍວິສາຫະກິດພົບບັນຫາທາງດ້ານການເງິນໃນໄລຍະຜ່ານມາ,ໄດ້ສະຫຼາຍຕົວແບບບໍ່ມີການຊຳລະສະສາງຕາມກົດ ໝາຍເຮັດໃຫ້ເກີດສະພາບທີ່ບໍ່ສາມາດຄາດຄະເນໄດ້ໃນການສະໜອງທຶນແກ່ວິສາຫະກິດຕ່າງໆ. ການປັບປຸງກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດໃນຄັ້ງນີ້ຖືເປັນການປັບປຸງ ໃຫຍ່ໃນຮອບ 25 ປີ, ໄດ້ປັບປຸງໂຄງປະກອບຂອງຮ່າງກົດໝາຍຈາກ 9 ໝວດ, 56 ມາດຕາ, ມາເປັນ 11 ພາກ ແລະ ມີທັງໝົດ 103 ມາດຕາ, ໃນນັ້ນໄດ້ປັບປຸງ 35 ມາດຕາ ແລະເພີ່ມໃໝ່ 68 ມາດຕາ ພ້ອມທັງປ່ຽນຊື່ຈາກກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດມາເປັນກົດ ໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດເພື່ອໃຫ້ເໝາະສົມກັບສະພາບ ເງື່ອນໄຂຂອງ ສປປ ລາວ. ຫຼັງຈາກນັ້ນຄະນະປະທານກອງປະຊຸມກໍໄດ້ເນັ້ນໜັກໃຫ້ບັນດາ ສສຊ ຄົ້ນຄວ້າປະກອບຄຳຄິດຄຳເຫັນໃສ່ບາງໝວດ, ພາກ ແລະ ແຕ່ລະມາດຕາຢ່າງເລິກເຊິ່ງ, ຮອບຄອບ, ຮັດກຸມເພື່ອໃຫ້ກົດ ໝາຍດັ່ງກ່າວມີຄວາມລະອຽດຈະແຈ້ງ ແລະ ຊັດເຈນ, ຈາກ ນັ້ນບັນດາ ສຊຊ ກໍໄດ້ລົງຄະ ແນນສຽງຮັບຮອງເອົາກົດໝາຍດັ່ງກ່າວດ້ວຍຄະແນນສຽງເຫັນດີເປັນເອກະພາບ.