(ສພຊ) – ວັນທີ 25 ກໍລະກົດຜ່ານມາ, ສະພາແຫ່ງຊາດ (ສພຊ) ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາ ປະຈຳປີ 2024 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2025 ຂອງຄະນະກວດກາພັກ-ລັດສະພາແຫ່ງຊາດ, ເຜີຍແຜ່ເຊື່ອມຊຶມເອກະສານຜົນສຳເລັດຂອງກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2024 ແລະ ເຜີຍແຜ່ເອກະສານແຈ້ງຊັບສິນລາຍຮັບຂອງພະນັກງານ-ລັດຖະກອນພາຍໃນສະພາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ຄຳໃບ ດໍາລັດ ກຳມະການສູນກາງພັກ, ປະທານກວດກາພັກ-ລັດສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ມີສະຫາຍ ສຸກຄຳເພັດ ເຮືອງບຸດດີ ກໍາມະການປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ບັນດາສະຫາຍໃນຄະນະປະຈໍາພັກ, ຄະນະບໍລິຫານງານພັກ, ຄະນະກວດກາພັກ-ລັດ ພ້ອມດ້ວຍເລຂາ, ຮອງເລຂາ ແລະ ກຳມະການບັນດາຮາກຖານພັກ, ຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ, ສະມາຊິກພັກຂັ້ນຫົວໜ້າພະແນກຂຶ້ນໄປ ທົ່ວ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ຄໍາໃບ ດໍາລັດ ມີຄໍາເຫັນກ່າວປິດວ່າ: ກອງປະຊຸມໄດ້ດໍາເນີນເປັນເວລາ 1 ວັນ ເຊິ່ງເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນ, ມີເນື້ອໃນສໍາຄັນເລິກເຊິ່ງ, ບັນດາຜູ້ແທນທີ່ເຂົ້າຮ່ວມ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຕົນ ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າປະກອບຄໍາເຫັນຢ່າງກົງໄປກົງມາ ຕໍ່ບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານປະຈໍາປີ 2024 ຂອງຄະນະກວດກາພັກ-ລັດສະພາແຫ່ງຊາດ ເຊິ່ງຊີ້ໃຫ້ເຫັນດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ທັງເອກະພາບຕໍ່ທິດທາງແຜນການເຄື່ອນໄຫວປີ 2025 ໂດຍສະເພາະຈະສຸມໃສ່ວຽກງານກວດກາພັກ-ລັດ ແລະ ຕ້ານການສໍ້ລາດບັງຫຼວງພາຍໃນສະພາແຫ່ງຊາດ ໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້ ຕິດພັນກັບການກໍ່ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຂະບວນການຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ; ນອກນີ້, ຍັງໄດ້ຮັບຟັງການເຜີຍແຜ່ຜົນສໍາເລັດກອງປະຊຸມສະຫຼຸບວຽກງານກວດກາທົ່ວປະເທດ ປະຈໍາປີ 2024 ແລະ ບັນດານິຕິກໍາກ່ຽວກັບວຽກງານກວດກາ ຈໍານວນ 7 ເອກະສານ.
ໃນໄລຍະ 1 ປີຜ່ານມາ ບັນດາໜ່ວຍພັກຮາກຖານ, ຄະນະພັກຮາກຖານ ແລະ ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ທົ່ວ ສພຊ ໄດ້ໃຫ້ຄວາມສໍາຄັນ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ ຕໍ່ວຽກງານປັບປຸງກໍ່ສ້າງ ແລະ ຂະຫຍາຍມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກ ເຮັດໃຫ້ຈໍານວນສະມາຊິກພັກເພີ່ມຂຶ້ນ, ຄຸນນະພາບກໍມີການປັບປຸງດີຂຶ້ນ; ແຕ່ລະຮາກຖານພັກ ໄດ້ມີການສືບຕໍ່ເຜີຍແຜ່-ຮໍ່າຮຽນກົດລະບຽບພັກ, ເຜີຍແຜ່ບັນດາມະຕິ, ຄໍາສັ່ງຂອງສູນກາງພັກ ເປັນຕົ້ນມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ (ສະໄໝທີ XI) ແນໃສ່ເຮັດໃຫ້ສະມາຊິກພັກ, ພະນັກງານ ໄດ້ຮັບຮູ້, ເຂົ້າໃຈ ແລະ ກໍາໄດ້ຄວາມສໍາຄັນ, ຄວາມຈໍາເປັນຂອງວຽກງານປັບປຸງກໍ່ສ້າງຮາກຖານການເມືອງຂອງລະບອບປະຊາທິປະໄຕປະຊາຊົນ ເປັນຕົ້ນແມ່ນການປັບປຸງການຈັດຕັ້ງພັກ-ຄະນະພັກ ແລະ ສະມາຊິກພັກ, ຍົກສູງຄວາມຮັບຜິດຊອບການເມືອງຂອງຄະນະພັກ ແລະ ສະມາຊິກພັກທຸກສະຫາຍ ຕໍ່ການແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງ ໃນການນໍາພາຂອງຄະນະພັກ ແລະ ຄວາມຮັບຜິດຊອບຂອງສະມາຊິກພັກ, ເຫັນວ່າໄດ້ດຳເນີນກວດກາປົກກະຕິຕາມແຜນ, ສາມາດເຫັນໄດ້ດ້ານດີ-ຜົນສໍາເລັດ, ດ້ານອ່ອນ-ຂໍ້ຄົງຄ້າງ ໃນການນໍາພາຂອງຄະນະພັກ, ພົບເຫັນປາກົດຫຍໍ້ທໍ້ທີ່ເກີດຂຶ້ນໃນຖັນແຖວສະມາຊິກພັກ-ພະນັກງານຈໍານວນໜຶ່ງ ຍັງມີການລະ ເມີດຕໍ່ກົດລະບຽບພັກ ແລະ ກົດໝາຍ ຈຶ່ງໄດ້ມີການລົງວິໄນຕໍ່ຜູ້ກະທໍາຜິດ.

ສະຫາຍ ຄໍາໃບ ດຳລັດ ໄດ້ຮຽກຮ້ອງໃຫ້ທຸກຮາກຖານພັກ ສືບຕໍ່ນຳພາ-ຊີ້ນຳວຽກງານກວດກາພັກ, ກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງຂອງສະພາແຫ່ງຊາດ ໃຫ້ເປັນປົກກະຕິ, ຕໍ່ເນື່ອງ; ເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກງານກວດກາໃນຕໍ່ໜ້າ ໃຫ້ມີປະສິດທິຜົນສູງຂຶ້ນກວ່າເກົ່າ ແລະ ແກ້ໄຂບັນດາຂໍ້ຄົງຄ້າງໃນໄລຍະຜ່ານມາ, ສະຫາຍໄດ້ມີຄໍາເຫັນເພີ່ມຕື່ມດັ່ງນີ້:
1. ຄະນະກວດກາຂອງຮາກຖານພັກທຸກຂັ້ນ ສືບຕໍ່ຄົ້ນຄວ້າ, ຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງ ແລະ ນິຕິກໍາຕ່າງໆຂອງພັກ ໂດຍສະເພາະແມ່ນເອົາໃຈໃສ່ຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມວຽກງານກວດກາທົ່ວປະເທດ, ກອງປະຊຸມປະຈໍາປີຂອງຄະນະກວດກາສູນກາງພັກ ແລະ ວຽກງານຈຸດສຸມທີ່ຕ້ອງສືບຕໍ່ສູ້ຊົນປະຕິບັດໃນປີ 2025 ໃຫ້ເປັນອັນລະອຽດ, ບົນຈິດໃຈບຸກບືນກວ່າເກົ່າ ເຮັດໃຫ້ວຽກງານຕິດຕາມກວດກາ ແລະ ຕ້ານການສໍ້ລາດບັງຫຼວງ ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ;
2. ເອົາໃຈໃສ່ຊີ້ນໍາ, ຊຸກຍູ້ ຜູ້ຮັບຜິດຊອບວຽກງານກວດກາຢູ່ແຕ່ລະຮາກຖານພັກ ປະຕິບັດໜ້າທີ່ລາຍງານໃຫ້ແກ່ຄະນະກວດກາພັກ-ລັດສະພາແຫ່ງຊາດ; ຕິດຕາມ, ກວດກາການເຄື່ອນໄຫວຂອງສະມາຊິກພັກ, ພະນັກງານ ແລະ ການປະຕິບັດລະບອບປະຊຸມ-ສ່ອງແສງ, ລາຍງານ ຂອງບັນດາຮາກຖານພັກ ໃຫ້ດຳເນີນ ແລະ ສະຫຼຸບ, ລາຍງານ ເປັນປົກກະຕິ;
3. ສືບຕໍ່ເອົາໃຈໃສ່ຕິດຕາມກວດກາການຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງ, ຂໍ້ກໍານົດຕ່າງໆຂອງພັກ ລວມທັງການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນຄັ້ງທີ IV ຂອງອົງຄະນະພັກສະພາແຫ່ງຊາດ, ອັນໃດທີ່ຄວນສົ່ງເສີມ ແລະ ອັນໃດຍັງຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂ ເພື່ອເຮັດໃຫ້ການປະຕິບັດກົດລະບຽບຂອງພັກ, ການຕິດຕາມກວດກາແບບແຜນວິທີເຮັດວຽກຂອງຄະນະພັກແຕ່ລະຂັ້ນ, ກໍາສະພາບພະນັກງານການນໍາ ແລະ ສະມາຊິກພັກ-ພະນັກງານ ໃຫ້ແໜ້ນ;
4. ເອົາໃຈໃສ່ຕິດຕາມກວດກາການຄຸ້ມຄອງລັດ ເປັນຕົ້ນການປະຕິບັດພາລະບົດບາດ, ໜ້າທີ່, ການຄຸ້ມຄອງ ແລະ ນໍາໃຊ້ງົບປະມານຂອງລັດ ເຊັ່ນ: ກວດກາໂຄງການກໍ່ສ້າງລົງທຶນຂອງລັດທີ່ມີມູນຄ່າສູງເກີນຄວາມເປັນຈິງ ທີ່ຂຶ້ນກັບສະພາແຫ່ງຊາດຄຸ້ມຄອງ ໂດຍສົມທົບກັບອົງການກວດກາແຫ່ງລັດ, ການປະມູນຈັດຊື້-ຈັດຈ້າງ ໃຫ້ດໍາເນີນໄປຖືກຕ້ອງຕາມສັນຍາ ແລະ ລະບຽບກົດໝາຍ;
5. ເອົາໃຈໃສ່ໂຄສະນາເຜີຍແຜ່ບັນດານິຕິກໍາ, ເອກະສານສໍາຄັນ ແລະ ຂໍ້ມູນຂ່າວສານ ທີ່ກ່ຽວຂ້ອງກັບວຽກງານກວດກາ ໃຫ້ທັນເວລາ ເພື່ອໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ໄດ້ເຊື່ອມຊຶມ, ຮັບຮູ້, ເຂົ້າໃຈ ແລະ ເຂົ້າຮ່ວມການຈັດຕັ້ງປະຕິບັດເປັນຢ່າງດີ.