ຕອນບ່າຍວັນທີ 19 ກັນຍາ 2023 ນີ້, ທີ່ສະໂມສອນສະພາປະຊາຊົນແຂວງ ເຊກອງ (ສພຂ) ທ່ານ ປອ ລີເບີ ລີບົວປາວ ປະທານກຳມາທິການ ແຜນການການເງິນ ແລະ ກວດສອບ ພ້ອມດ້ວຍຄະນະທີມງານທີ່ມາຈາກສະພາແຫ່ງຊາດ ໄດ້ ຕາງໜ້າບໍລິສັດທອງສະຫວັນກໍ່ສ້າງ ຈໍາກັດ ມອບຄັອມພິວເຕີຕັ້ງໂຕະ ຈໍານວນ 15 ຊຸດ ລວມມູນຄ່າ 130 ລ້ານກີບ ໃຫ້ແກ່ສະພາປະຊາຊົນແຂວງ ເຊກອງ ໃຫ້ກຽດກ່າວຮັບໂດຍທ່ານ ດົງເພັດ ພະຍົນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ເຊກອງ, ມີບັນດາທ່ານ ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ຄະນະກໍາມະການ, ຄະນະເລຂາທິການ, ພະແນກການ ແລະ ຂະແໜງການພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ.

#ໂດຍ: ນາລີວັນ.