
ໃນຕອນເຊົ້າວັນທີ 11 ຕຸລາ 2022 ນີ້, ທີ່ສະໂມສອນ ສະພາປະຊາຊົນແຂວງ ເຊກອງ ສະມາຄົມຫວຽດນາມ ປະຈໍາແຂວງ ເຊກອງ ແລະ ບໍລິສັດ ທີ່ມາລົງທຶນພັດທະນາຢູ່ແຂວງ ເຊກອງຄື: ບໍລິສັດ ວິລາການຄ້າ ຂາອອກ-ຂາເຂົ້າ ຈໍາກັດ ແລະ ບໍລິສັດ ວິນນີ ການຄ້າ ຂາອອກ-ຂາເຂົ້າ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອປະເພດເຂົ້າສານ-ອາຫານແຫ້ງ, ເຄື່ອງນຸ່ງຫົ່ມ ແລະ ອຸປະກອນສຶກສາ-ກິລາ ລວມມູນຄ່າ 15,890,000 ກີບ ແລະ ເງິນສົດ ຈໍານວນ 5,000,000 ກີບ ມາມອບໃຫ້ແກ່ສະພາປະຊາຊົນແຂວງ ເຊກອງ ເພື່ອນໍາໄປມອບຕໍ່ ໃຫ້ພໍ່ແມ່ປະຊາຊົນ 4 ຕົວເມືອງ ທີ່ປະສົບໄພພິບັດທາງທໍາມະຊາດ (ພະຍຸໂນຣູ) ທີ່ພັດຜ່ານເຂົ້າມາໃນທ້າຍເດືອນແລ້ວນີ້ ເຊິ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ພໍ່ແມ່ປະຊາຊົນຢ່າງໜັກໜ່ວງ.

ເຊິ່ງຕາງໜ້າກ່າວມອບໂດຍ ທ່ານ ເຈີ່ນ ດິ່ງ ຮາຍ ປະທານບໍລິສັດ ວິລາການຄ້າ ຂາອອກ-ຂາເຂົ້າ ຈໍາກັດ ແລະ ທ່ານ ວິງ ປະທານບໍລິສັດ ວິນນີການຄ້າ ຂາອອກ-ຂາເຂົ້າ, ໃຫ້ກຽດກ່າວຮັບ ແລະ ມອບໃບກຽດຕິຄຸນ ໂດຍທ່ານ ດົງເພັດ ພະຍົນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ໂດຍຊ້ອງໜ້າຄະນະນໍາສະພາປະຊາຊົນແຂວງ ແລະ ຄະນະສະມາຄົມຫວຽດນາມ ປະຈໍາແຂວງ ເຊກອງ.

#ໂດຍ: ນາລີວັນ.