ໃນອາທິດ ຜ່ານມານີ້, ສະພາປະຊາຊົນ ແຂວງຫົວພັນ ໄດ້ມີພິທີ ມອບ-ຮັບ ເຄື່ອງຊ່ວຍເຫຼືອ ຈາກບໍລິສັດ ນ້ຳເພັດຈະເລີນຊັບການຄ້າ ຈຳກັດຜູ້ດຽວ ເພື່ອເປັນການຊ່ວຍເຫຼືອ ໃຫ້ປະຊາຊົນ ທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ບັນດາໂຮງຮຽນ ຢູ່ເມືອງຕ່າງໆທົ່ວແຂວງ ໃນການຕ້ານກັບອາກາດໜາວເຢັນ ໂດຍຜ່ານສະມາຊິກມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ທີ 8 ເພື່ອນຳໄປມອບຕໍ່ ຕາງໜ້າມອບໂດຍ ທ່ານ ນາງ ພູເງິນ ໂພທິສານ ປະທານ ບໍລິສັດ ນ້ຳເພັດຈະເລີນຊັບການຄ້າ ຈຳກັດຜູ້ດຽວ ແລະ ຕາງໜ້າຮັບໂດຍ ທ່ານ ຄອນປະພັນເລືອງ ສີຈັນທອງ ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 8; ຮອງປະທານ ສະພາປະຊາຊົນ ແຂວງຫົວພັນ ເຄື່ອງທີ່ມອບຄັ້ງນີ້ ມີເຄື່ອງຮຸ່ງຫົ່ມ, ອຸປະກອນການຮຽນ ແລະ ອຸປະກອນກິລາ ລວມມູນຄ່າທັງໝົດ 32.850. 000 ກີບ.

ໂອກາດດຽວກັນນີ້, ທ່ານ ຄອນປະພັນ ເລືອງສີຈັນທອງ ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 8; ຮອງປະທານສະພາປະຊາຊົນແຂວງ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ກັບທ່ານ ນາງ ພູເງິນ ໂພທິສານ ປະທານ ບໍລິສັດ ນ້ຳເພັດຈະເລີນຊັບການຄ້າ ຈຳກັດຜູ້ດຽວ ທີ່ເປັນຫ່ວງເປັນໃຍ ເຖິງຊີວິດການເປັນຢູ່ ຂອງປະຊາຊົນ ແລະ ບັນດາໂຮງຮຽນຕ່າງໆ ຂອງແຂວງຫົວພັນ ທີ່ໄດ້ນຳເອົາເຄື່ອງມາມອບໃຫ້ຄັ້ງນີ້ ທ່ານຍັງໃຫ້ຄຳໝັ້ນສັນຍາວ່າ ສະພາຂອງພວກເຮົາຈະເປັນຂົວຕໍ່ນຳເອົາເຄື່ອງດັ່ງກ່າວ ໄປມອບໃຫ້ປະຊາຊົນ ແລະ ໂຮງຮຽນ ກຸ່ມເປົ້າໝາຍ ແລະ ຫວັງວ່າຈະໄດ້ຮັບການຊ່ວຍເຫຼືອຈາກພວກທ່ານຕື່ມອີກໃນຄັ້ງຕໍ່ໆໄປ.
ພາບ ແລະ ຂ່າວ: ສພຂ ຫົວພັ