ຕອນເຊົ້າ ວັນທີ 14 ມີນາ 2024 ທີ່ຫ້ອງປະຊຸມຊັ້ນ 3 ສະພາປະຊາຊົນ ແຂວງຫົວພັນ ໄດ້ຈັດກອງປະຊຸມ ເຊື່ອມຊຶມເອກະສານ ວັນຄຽດແຄ້ນ ຂອງປະຊາຊົນລາວ – ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດຄົບຮອບ 78 ປີ ( 21/3/1946 – 21/3/2024 ).

ໃຫ້ກຽດເປັນປະທານ ແລະ ເຜີຍແຜ່ເຊື່ອມຊຶມເອກະສານໃນຄັ້ງນີ້ ໂດຍ ສະຫາຍ ສົມສັກ ດອນຈານິດ ກຳມະການພັກແຂວງ, ເລຂາໜ່ວຍພັກ ສພຂ, ຮອງປະທານສະພາປະຊາຊົນແຂວງ ມີບັນດາສະຫາຍຄະນະເລຂາທິການ, ຫົວໜ້າ-ຮອງຫົວໜ້າຂະແໜງ ຕະຫລອດຮອດພະນັກງານວິຊາການ ພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມທັງໝົດ.

ການເຊື່ອມຊຶມຄັ້ງນີ້, ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນ ໄດ້ຮັບຮູ້, ເຂົ້າໃຈ ຢ່າງເລິກເຊິ່ງກ່ຽວກັບມູນເຊື້ອການຕໍ່ສູ້, ການເສຍສະຫຼະຊີວິດເພື່ອປະເທດຊາດ ໃນຕະຫຼອດໄລຍະ 78 ປີ ຜ່ານມາ ເຫັນໄດ້ເຖິງຄວາມປີຊາສາມາດ ແລະ ຄວາມສະຫຼາດຫຼັກແຫຼມ ຂອງພັກເຮົາໃນການນຳພາຂະບວນການຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ກໍຄືການການນຳພາປະຕິວັດ 2 ໜ້າທີ່ຍຸດທະສາດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປະຈຸບັນ ເພື່ອນຳເອົາປະເທດຊາດ ກ້າວຂຶ້ນສູ່ຄວາມວັດທະນາຖາວອນ ແລະ ເປັນການ ລະນຶກເຖິງຄຸນງາມຄວາມດີ ແລະ ນຳໃຈເສຍສະຫຼະອັນສູງສົ່ງ ຂອງບັນດາ ນັກຮົບທີ່ໄດ້ອຸທິດ ເລືອດເນື້ອ ເພື່ອປະເທດຊາດ ແລະ ປະຊາຊົນ ໃນຂະບວນການຕໍ່ສູ້ປົດປ່ອຍຊາດ ໃຫ້ຄົນຮຸ້ນຫຼັງ ໄດ້ຈາລຶກບຸນຄຸນ.

ພາບ ແລະ ຂ່າວ: ສພຂ ຫົວພັນ