(ສພຂ) – ເພື່ອຮັບປະກັນເຮັດໃຫ້ການກະກຽມບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ດໍາເນີນໄປຕາມຂັ້ນຕອນ, ຕາມບາດກ້າວ, ຕາມລະບຽບການຢ່າງເປັນລະບົບ, ມີແບບແຜນ, ວ່ອງໄວ ແລະ ມີປະສິດທິຜົນ; ວັນທີ 8-9 ກັນຍານີ້ ທີ່ສະໂມສອນເມືອງອາດສະພັງທອງ, ສະພາປະຊາຊົນແຂວງ (ສພຂ) ສະຫວັນນະເຂດ ໄດ້ຈັດກອງປະຊຸມສ້າງຄວາມເຂັ້ມແຂງໃຫ້ແກ່ເລຂາພັກເມືອງ-ນະຄອນ, ພະນັກງານ-ລັດຖະກອນຂອງສະພາປະຊາຊົນແຂວງ ແລະ ຜູ້ປະສານງານຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງ-ນະຄອນ ກ່ຽວກັບການກະກຽມວຽກງານການເລືອກຕັ້ງ ພາຍໃຕ້ການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ມີທ່ານ ສຸບັນ ສະວະບຸດ ປະທານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ ເຂົ້າຮ່ວມເປັນວິທະຍາກອນ, ບັນດາທ່ານຮອງປະທານ ແລະ ກຳມະການໃນຄະນະປະຈຳ ສພຂ, ຮອງປະທານຄະນະກຳມະການ ແລະ ສຳມະນາກອນ ເຂົ້າຮ່ວມຢ່າງພ້ອມພຽງ.
ຜູ້ເຂົ້າຮ່ວມໄດ້ຮັບຟັງ ແລະ ສົນທະນາແລກປ່ຽນຄໍາຄິດເຫັນ ຕໍ່ການຍົກສູງບົດບາດການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ບົດຮຽນການກະກຽມວຽກງານການເລືອກຕັ້ງ, ກົດໝາຍວ່າດ້ວຍສະມາຊິກສະພາແຫ່ງຊາດ ແລະ ກົດໝາຍວ່າດ້ວຍສະມາຊິກສະພາປະຊາຊົນຂັ້ນແຂວງ.
ທ່ານ ກົງແກ້ວ ມີວໍລະຈັກ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງ ສຸມທຸກສະຕິປັນຍາຄວາມຮູ້ຄວາມສາມາດ ເຂົ້າໃນການຄົ້ນຄວ້າ ແລະ ປະກອບຄໍາຄິດເຫັນຢ່າງເລິກເຊິ່ງ, ຖີ່ຖ້ວນ, ສົນທະນາແລກປ່ຽນຄໍາຄິດຄໍາເຫັນເຊິ່ງກັນແລະກັນ, ຍົກໃຫ້ເຫັນດ້ວຍຫຼັກການ, ລັກສະນະສ້າງສັນ, ຈະແຈ້ງ ແລະ ເຂົ້າໃຈງ່າຍ ພ້ອມທັງເອົາໃຈໃສ່ຕິດຕາມ, ເກັບກຳຂໍ້ມູນ ແລະ ອັນສໍາຄັນແມ່ນການປະຕິບັດຕົວຈິງ ເພື່ອເປັນເອກະພາບ ສາມາດນໍາໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ເກີດດອກອອກຜົນ ແລະ ເຮັດໃຫ້ກອງປະຊຸມໃນຄັ້ງນີ້ ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.
(ນາງ ຄອນສະຫວັນ ເມກສະຫວັນ)
ສພຂ ສະຫວັນນະເຂດ ສ້າງຄວາມເຂັ້ມແຂງວຽກງານເລືອກຕັ້ງ
