loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສພຂ ຈຳປາສັກ ສະໜັບສະໜູນຜະລິດຕະພັນກາເຟເມັດຂົ້ວ ຮັບໃຊ້ກອງປະຊຸມ AIPA 45

ກ.ຍ. 26, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ຕອນບ່າຍວັນທີ 25 ກັນຍານີ້ ທີ່ສະພາແຫ່ງຊາດ ໄດ້ມີພິທີມອບ-ຮັບຜະລິດຕະພັນກາເຟເມັດ ຂົ້ວ ມູນຄ່າ 58,400,000 ກີບ ເພື່ອຮັບໃຊ້ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອ ປາ (AIPA) ຄັ້ງທີ 45 ເຊິ່ງກ່າວມອບໂດຍທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ, ປະທານສະພາປະຊາ ຊົນແຂວງ (ສພຂ) ຈຳປາສັກ, ກ່າວຮັບໂດຍທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ເລຂາທິການສະພາແຫ່ງຊາດ ພ້ອມກ່າວຄຳຂອບໃຈຕໍ່ສະພາປະຊາຊົນແຂວງຈຳປາສັກ ທີ່ໄດ້ປະກອບສ່ວນສຳຄັນ ແລະ ສະໜັບສະໜູນຜະລິດຕະພັນທີ່ມີຄວາມເປັນເອກະລັກສະເພາະ ແລະ ເປັນຜະລິດຕະພັນພາຍໃນແຂວງຂອງ ຕົນ, ສາມາດຈັດເປັນເຄື່ອງຕ້ອນຂອງຝາກໃຫ້ແກ່ຄະນະຜູ້ແທນຕ່າງປະເທດ ທີ່ມາເຂົ້າຮ່ວມກອງປະຊຸມໄອປາຄັ້ງນີ້.
(ນາງ ໄຊໂສພາພອນ ມິ່ງມຸງຄຸນ)