ສປປລາວ ລະນຶກວັນສັນຕິພາບສາກົນ

ກ.ຍ. 22, 2025

(ສພຊ) – ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຈັດພິທີລະນຶກວັນສັນຕິພາບສາກົນ ຄົບຮອບ 80 ປີ ໃນວັນທີ 19 ກັນຍາຜ່ານມາ ທີ່ສະພາແຫ່ງຊາດ ເພື່ອລະນຶກວັນສັນຕິພາບສາກົນ 21 ກັນຍາ (International Day of Peace 21) ແນໃສ່ປຸກລະດົມໃຫ້ປະຊາຊາດ ເຫັນໄດ້ເຖິງຄຸນຄ່າຂອງສັນຕິພາບ, ບໍ່ມີສັນຕິພາບ ກໍບໍ່ມີເງື່ອນໄຂໃນການພັດທະນາ.
ທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ ໄດ້ມີຄຳເຫັນວ່າ: ປັດຈຸບັນ, ສະພາບການພາກພື້ນ ແລະ ສາກົນ ມີການຜັນແປໄປຢ່າງວ່ອງໄວ ແລະ ສະຫຼັບສັບຊ້ອນ, ຫຼາຍພາກພື້ນຍັງເກີດມີສົງຄາມ ແລະ ການປະທະກັນດ້ວຍກໍາລັງອາວຸດ; ສະນັ້ນ, ອົງການສະຫະປະຊາຊາດ (ສປຊ) ຈຶ່ງໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ແລະ ອົງການຈັດຕັ້ງສາກົນ ກໍຄືອົງການຈັດຕັ້ງສັນຕິພາບຂອງປະເທດຕ່າງໆ ຈັດກິດຈະກໍາເພື່ອລະນຶກວັນສັນຕິພາບສາກົນ 21 ກັນຍາ ເພື່ອປຸກລະດົມໃຫ້ປະຊາຊາດ ໄດ້ເຫັນໄດ້ເຖິງຄຸນຄ່າຂອງສັນຕິພາບ, ບໍ່ມີສັນຕິພາບ ກໍບໍ່ມີເງື່ອນໄຂໃນການພັດທະນາ. ປີນີ້ ເປັນປີທີ່ມີຄວາມໝາຍສໍາຄັນຕໍ່ກັບສັນຕິພາບ ໃນໂອກາດຄົບຮອບ 80 ປີ ການສ້າງຕັ້ງອົງການສະຫະປະຊາຊາດ ແລະ ໄຊຊະນະຂອງປະຊາຊາດໃນສົງຄາມຕ້ານຟາດຊິດໂລກ; ດັ່ງນັ້ນ, ສປຊ ຈຶ່ງມີຄໍາຂວັນລະນຶກວັນສັນຕິພາບສາກົນວ່າ: “ເລີ່ມຕົ້ນດຽວນີ້ ເພື່ອໂລກແຫ່ງສັນຕິພາບ” (Act Now for a Peaceful World).
ທ່ານ ສົມມາດ ພົລເສນາ ໃຫ້ຮູ້ວ່າ: ວັນສັນຕິພາບສາກົນ ໄດ້ຮັບການສ້າງຕັ້ງຂຶ້ນໂດຍສະມັດຊາໃຫຍ່ອົງການສະຫະປະຊາຊາດ ໃນປີ 1981 ເພື່ອເສີມຂະຫຍາຍສັນຕິພາບໃນທົ່ວໂລກ; ວັນສັນຕິພາບສາກົນຄັ້ງທໍາອິດ ໄດ້ຖືກປະຕິບັດໃນວັນທີ 3 ກັນຍາ 1982 ແລະ ໄດ້ຈັດຂຶ້ນຕໍ່ເນື່ອງໃນເດືອນກັນຍາຂອງແຕ່ລະປີ ຈົນມາຮອດວັນທີ 7 ກັນຍາ 2001, ສະມັດຊາໃຫຍ່ ສປຊ ມີຄຳເຫັນພ້ອມກັນໃນການຮັບຮອງເອົາມະຕິເລກທີ 55/282 ເພື່ອກໍານົດເອົາວັນທີ 21 ກັນຍາຂອງທຸກໆປີ ເປັນວັນສັນຕິພາບສາກົນ ເຊິ່ງເນື້ອໃນມະຕິໄດ້ລະບຸວ່າ: ວັນສັນຕິພາບສາກົນ ຕ້ອງເປັນວັນບໍ່ມີຄວາມຮຸນແຮງ ແລະ ຢຸດຍິງ, ຮຽກຮ້ອງໃຫ້ຢຸດຕິການປະທະກັນ. ການປະຕິບັດເອົາວັນດັ່ງກ່າວເປັນວັນສັນຕິພາບສາກົນ ໄດ້ເລີ່ມຕັ້ງແຕ່ກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 57 ຂອງ ສປຊ ໃນປີ 2002 ແລະ ຮຽກຮ້ອງໃຫ້ມີການຢຸດຍິງທົ່ວໂລກ ແລະ ແມ່ນເວລາສຳລັບການບໍ່ສ້າງຄວາມຮຸນແຮງ; ຈຸດປະສົງຂອງການກໍານົດເອົາວັນດັ່ງກ່າວເພື່ອລະນຶກ ແມ່ນເພື່ອຮຽກຮ້ອງໃຫ້ມີການຢຸດຍິງທົ່ວໂລກເປັນເວລາ 24 ຊົ່ວໂມງ ແລະ ຢຸດຕິການໃຊ້ຄວາມຮຸນແຮງ, ສົ່ງເສີມການສົນທະນາເພື່ອແກ້ຂໍ້ຂັດແຍ້ງ ແລະ ການສຶກສາສັນຕິພາບ, ພ້ອມທັງເປັນການສົ່ງເສີມການພັດທະນາແບບຍືນຍົງ.
ສໍາລັບການເຄື່ອນໄຫວຂອງຄະນະສັນຕິພາບ ແລະ ສາມັກຄີຂອງລາວ ໃນການສະໜັບສະໜູນວັນສັນຕິພາບສາກົນ 21 ກັນຍາ, ຜ່ານມາ ໄດ້ຈັດກິດຈະກໍາໂຄສະນາເຜີຍແຜ່ກ່ຽວກັບສັນຕິພາບ ແລະ ຜົນຮ້າຍຂອງສົງຄາມ ໂດຍການຈັດປາຖະກະຖາເລົ່າມູນເຊື້ອກ່ຽວກັບສັນຕິພາບ, ຈັດກິດຈະກໍາຍ່າງສັນຕິພາບ, ຈັດແຂ່ງຂັນປະກວດແຕ້ມຮູບກ່ຽວກັບສັນຕິພາບ ແລະ ການພັດທະນາ, ເຜີຍແຜ່ວຽກງານສັນຕິພາບໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້, ເຂົ້າໃຈ ແລະ ເຫັນໄດ້ເຖິງຄວາມສຳຄັນຂອງວຽກງານສັນຕິພາບ ເຊິ່ງຍາມໃດກໍເອົາຕິດພັນກັບການພັດທະນາ; ພ້ອມນັ້ນ, ກໍຍົກໃຫ້ເຫັນເຖິງຜົນຮ້າຍຂອງສົງຄາມ ກໍຄືການແກ້ໄຂບັນຫາດ້ວຍກຳລັງອາວຸດ ເຊິ່ງໄດ້ທຳລາຍຊັບສິນ ແລະ ຊີວິດຂອງປະຊາຊາດໃນໂລກຢ່າງມະຫາສານ ດັ່ງທີ່ເຫັນໃນສົງຄາມໂລກ 2 ຄັ້ງຜ່ານມາ. ສໍາລັບການເຄື່ອນໄຫວໃນເວທີສາກົນ ໄດ້ເຂົ້າຮ່ວມກອງປະຊຸມລະນຶກວັນສັນຕິພາບສາກົນຢ່າງປົກກະຕິ ຕາມການເຊີນຂອງອົງການຈັດຕັ້ງພາກພື້ນ ແລະ ສາກົນ ແລະ ສະໜັບສະໜູນບັນດາຖະແຫຼງການຂອງສະພາສັນຕິພາບໂລກ ຕໍ່ເຫດການຮຸນແຮງ ແລະ ການປະທະກັນໃນພາກພື້ນ ແລະ ໃນໂລກ.