ສນຊ ເຜີຍແຜ່ນິຕິກຳວຽກງານເລືອກຕັ້ງ

​ພ.ຈ. 11, 2025

(ສພຊ) – ທ້າຍອາທິດຜ່ານມາ ທີ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ພ້ອມກັນເຊຶ່ອມຊຶມມະຕິ 26/ກມສພ ຂອງກົມການເມືອງສູນກາງພັກ ກ່ຽວກັບການເພີ່ມທະວີການນຳພາ-ຊີ້ນຳຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ແລະ ມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ເຊິ່ງເຜີຍແຜ່ໂດຍທ່ານ ດຣ. ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງປະທານຜູ້ປະຈຳການສູນກາງແນວລາວສ້າງຊາດ, ມີບັນດາທ່ານຮອງປະທານ ແລະ ກຳມະການ ສນຊ, ຕາງໜ້າຈາກສະມາຄົມ ແລະ ສາສະໜາຕ່າງໆ ພ້ອມດ້ວຍສະມາຊິກພັກ, ພະນັກງານ-ລັດຖະກອນ ຂອງ ສນຊ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ດຣ. ນາງ ອິນລາວັນ ແກ້ວບຸນພັນ ໄດ້ຍົກໃຫ້ເຫັນບັນດາເນື້ອໃນທີ່ສຳຄັນ ແລະ ຄວາມຈຳເປັນໃນການເພີ່ມທະວີການນຳພາ-ຊີ້ນຳຂອງອົງຄະນະພັກທຸກຂັ້ນ, ຈຸດປະສົງ, ລະດັບຄາດໝາຍ, ວຽກງານຈຸດສຸມ ແລະ ວິທີການຈັດຕັ້ງປະຕິບັດ ທີ່ມະຕິດັ່ງກ່າວໄດ້ກຳນົດໄວ້ ທັງເນັ້ນວ່າ: ໃຫ້ຖືເອົາການເລືອກຕັ້ງສະມາຊິກສະພາແຕ່ລະຂັ້ນ ເປັນການບູລະນະອົງການຈັດຕັ້ງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ເສີມຂະຫຍາຍສິດເປັນເຈົ້າທາງດ້ານການເມືອງຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນການເລືອກຕັ້ງຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງຕົນ, ຖືເອົາການເລືອກຕັ້ງເປັນໜ້າທີ່ການເມືອງ, ເປັນພັນທະ ແລະ ຄວາມຮັບຜິດຊອບໂດຍກົງຂອງທຸກກະຊວງ-ອົງການ ແລະ ພະນັກງານ-ລັດຖະກອນທຸກຄົນ, ເປັນບັ້ນຊຸກຍູ້ຂະບວນການແຂ່ງບັນຮັກຊາດ ແລະ ພັດທະນາ, ຍູ້ແຮງການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະ ໃຫ້ຖືເອົາການເລືອກຕັ້ງໃນຄັ້ງນີ້ ເປັນບັ້ນເປີດສາກໃຫ້ແກ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງແນວລາວສ້າງຊາດ.
ໂອກາດນີ້ ຍັງໄດ້ຮັບຊົມສາລະຄະດີ 45 ປີ ແຫ່ງການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ, ຜົນງານ ແລະ ມູນເຊື້ອ ຂອງສະພາແຫ່ງຊາດໃນແຕ່ລະໄລຍະ.