(ສພຊ) – ວັນທີ 5 ພະຈິກຜ່ານມາ, ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ປະທານກິດຕິມະສັກສະມາຄົມສຽງແຄນລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ລາສຊະໂລ ດາກົກສ໌ (László DÁKÓCS) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງປະເທດຮົງກາລີ ປະຈຳ ສປປລາວ ພ້ອມດ້ວຍທ່ານ ເບລາ ອາໂກສໂຕນ (Béla Ágoston) ນັກດົນຕີ ແລະ ອາຈານສອນດົນຕີຊາວຮົງກາລີ ແລະ ຄະນະ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປລາວ; ໂອກາດນີ້, ສຈ. ປອ. ຈະເລີນ ເຍຍປາວເຮີ ໄດ້ສະແດງຄວາມປິຕິຍິນດີ ແລະ ຕ້ອນຮັບຢ່າງອົບອຸ່ນຕໍ່ຄະນະ ທັງກ່າວວ່າ ການມາຢ້ຽມຢາມຄັ້ງນີ້ ແມ່ນມີຄວາມໝາຍສຳຄັນ, ໂດຍສະເພາະແມ່ນໃນທ່າມກາງບັນຍາກາດທີ່ທົ່ວປວງຊົນລາວທັງຊາດ ພວມສ້າງຜົນງານຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ຢູ່ໃນໄລຍະງານບຸນນະມັດສະການພະທາດຫຼວງ.

ທ່ານຮອງປະທານສະພາແຫ່ງຊາດ ໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບ ແລະ ການຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງ ສປປລາວ ແລະ ຮົງກາລີ ທີ່ມີມາຢ່າງຍາວນານ ນັບຕັ້ງແຕ່ສະໄໝຕໍ່ສູ້ກູ້ຊາດ, ລັດຖະບານ ແລະ ປະຊາຊົນຮົງກາລີ ໄດ້ໃຫ້ການສະໜັບສະໜູນອັນລ້ຳຄ່າ ລວມທັງການກໍ່ສ້າງບຸກຄະລາກອນ; ພາຍຫຼັງການສະຖາປະນາ ສປປລາວ, ຮົງກາຣີ ກໍຍັງສືບຕໍ່ຊ່ວຍເຫຼືອດ້ານພື້ນຖານໂຄງລ່າງ ແລະ ໃຫ້ທຶນການສຶກສາແກ່ນັກສຶກສາລາວຢ່າງຕໍ່ເນື່ອງ. ພ້ອມນີ້, ທ່ານຍັງໄດ້ຕາງໜ້າສະພາແຫ່ງຊາດ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການສະໜັບສະໜູນຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນຮົງກາລີ.
ສຳລັບການມາຢ້ຽມຢາມຂອງທ່ານ ເບລາ ອາໂກສໂຕນ, ທ່ານຮອງປະທານສະພາແຫ່ງຊາດ ໄດ້ຕີລາຄາສູງຕໍ່ການເຄື່ອນໄຫວດ້ານວັດທະນະທຳ, ໂດຍສະເພາະການແລກປ່ຽນບົດຮຽນກັບຄູ-ອາຈານຢູ່ວິທະຍາໄລສິລະປະແຫ່ງຊາດ ແລະ ການເຂົ້າຮ່ວມງານບຸນປະເພນີຕ່າງໆ; ທ່ານໄດ້ກ່າວເຖິງຄວາມສຳຄັນຂອງ “ແຄນລາວ” ເຊິ່ງເປັນມໍລະດົກໂລກ ແລະ ສະມາຄົມສຽງແຄນລາວ ທີ່ປີນີ້ຄົບຮອບ 20 ປີ, ຫວັງຢ່າງຍິ່ງວ່າ ການມາຢ້ຽມຢາມຄັ້ງນີ້ ຈະສ້າງເງື່ອນໄຂໃຫ້ແກ່ການຮ່ວມມືສອງຝ່າຍ ເພື່ອປັບປຸງຄວາມອາດສາມາດຂອງສະມາຄົມສຽງແຄນລາວ ແລະ ຫວັງວ່າທ່ານເອກອັກຄະລັດຖະທູດ ຈະສືບຕໍ່ເປັນຂົວຕໍ່ສ້າງເງື່ອນໄຂໃຫ້ການຮ່ວມມືລະຫວ່າງນັກດົນຕີສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ທ່ານ ລາສຊະໂລ ດາກົກສ໌ ເອກອັກຄະລັດຖະທູດຮົງກາລີ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນຈາກທ່ານຮອງປະທານສະພາແຫ່ງຊາດ ທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນດີງາມລະຫວ່າງສອງປະເທດ ແລະ ຢືນຢັນທີ່ຈະສືບຕໍ່ເສີມຂະຫຍາຍການຮ່ວມມືໃນຫຼາຍດ້ານ, ໂດຍສະເພາະແມ່ນການຮ່ວມມືດ້ານການສຶກສາ ແລະ ວັດທະນະທຳ; ທ່ານທູດຍັງໄດ້ກ່າວເນັ້ນວ່າ ການເດີນທາງມາຂອງນັກດົນຕີຮົງກາລີຄັ້ງນີ້ ເປັນບາດກ້າວສຳຄັນໃນການແລກປ່ຽນດ້ານສິລະປະ ແລະ ຢືນຢັນວ່າ ຈະພະຍາຍາມຊຸກຍູ້ສົ່ງເສີມການຮ່ວມມືລະຫວ່າງສະຖາບັນດົນຕີ ກໍຄືສະມາຄົມສຽງແຄນລາວ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງຂຶ້ນ.


