ວຽກງານສະພາແຫ່ງຊາດ ມີຜົນສຳເລັດຫຼາຍດ້ານ

ມ.ຖ. 18, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ວັນທີ 18 ມິຖຸນາ 2024 ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານແຕ່ກອງປະຊຸມສະໄໝສາມັນເທື່ອທີ 6 ຫາເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ເຊິ່ງສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານດັ່ງນີ້:
1. ດ້ານນິຕິບັນຍັດ
1) ສໍາເລັດການປັບປຸງ, ຮຽບຮຽງກົດໝາຍ 7 ສະບັບ ທີ່ໄດ້ຮັບຮອງເອົາຢູ່ກອງປະຊຸມສະໄໝສາມັນເທື່ອທີ 6; ກະກຽມໃຫ້ແກ່ການປັບປຸງລັດຖະທໍາມະນູນ ແຫ່ງ ສປປລາວ ສະບັບປີ 2015.
2) ນຳເອົາຮ່າງກົດໝາຍ 13 ສະບັບ ທີ່ຜ່ານຂັ້ນຕອນຕາມລະບຽບການ ເຂົ້າພິຈາລະນາຮັບຮອງໃນກອງປະ ຊຸມສະໄໝສາມັນເທື່ອທີ 7.
3) ຊີ້ນໍາການຄົ້ນຄວ້າ, ການຕີຄວາມໝາຍ ແລະ ອະທິບາຍກົດໝາຍ ຕາມການສະເໜີຂອງພາກສ່ວນກ່ຽວຂ້ອງ 2 ຫົວຂໍ້ຄື: ມາດຕາ 152 ວັກທີ 3 ຂອງປະມວນກົດໝາຍແພ່ງ ແລະ ມາດຕາ 298 ຂອງປະມວນກົດໝາຍອາຍາ.
4) ຈັດຕັ້ງການໂຄສະນາເຜີຍແຜ່ກົດໝາຍຜ່ານສື່ມວນຊົນຂອງສະພາແຫ່ງຊາດ ເປັນຕົ້ນ ໜັງສືພິມຜູ້ແທນປະຊາ ຊົນ, ລາຍການໂທລະພາບ ແລະ ລາຍການວິທະຍຸ ຜູ້ແທນປະຊາຊົນ, ລາຍການກົດໝາຍເພື່ອປະຊາຊົນ ແລະ ລາຍການເພື່ອສັງຄົມຍຸຕິທໍາ; ນອກຈາກນັ້ນ, ໄດ້ຈັດຕັ້ງການລົງໂຄສະນາເຜີຍແຜ່ກົດໝາຍ, ນິຕິກໍາໃຕ້ກົດໝາຍ ຢູ່ພາຍໃນສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ກະຊວງ-ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ 7 ຄັ້ງ.
5) ຄະນະປະຈຳສະພາແຫ່ງຊາດ ໄດ້ອອກຄຳແນະນໍາສະບັບເລກທີ 01/ຄປຈ, ລົງວັນທີ 03/01/2024 ວ່າດ້ວຍການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍ; ຄຳແນະນຳສະບັບເລກທີ 03/ຄປຈ, ລົງວັນທີ 05/01/2024 ວ່າດ້ວຍການສ້າງແຜນການສ້າງ ແລະ ປັບປຸງກົດໝາຍ ໄລຍະປີ 2026-2030.
6) ສໍາເລັດການໃຫ້ສັດຕະຍາບັນແກ່ຂໍ້ຕົກລົງຮັບຮູ້ເຊິ່ງກັນແລະກັນ ດ້ານມາດຕະຖານຜະລິດຕະພັນຍານພາ ຫະນະອາຊຽນ.
2. ດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ
1) ເອົາໃຈໃສ່ກະກຽມບັນດາເນື້ອໃນທີ່ຈະນໍາເຂົ້າພິຈາລະນາ ແລະ ຮັບຮອງຢູ່ກອງປະຊຸມສະໄໝສາມັນເທື່ອທີ 7 ມີທັງໝົດ 8 ວຽກງານໃຫຍ່ ເຊິ່ງຄາດຄະເນກອງປະຊຸມຄັ້ງນີ້ ຈະໄດ້ອອກເປັນມະຕິຮັບຮອງເອົາວຽກງານຕ່າງໆ 19 ສະບັບ.
2) ຄະນະປະຈໍາສະພາແຫ່ງຊາດ ດໍາເນີນກອງປະຊຸມປະຈໍາເດືອນຂອງຕົນ 7 ຄັ້ງ ເຊິ່ງໄດ້ພິຈາລະນາ ແລະ ຕົກ ລົງເນື້ອໃນຕ່າງໆ ທັງໝົດ 64 ເນື້ອໃນ ແລະ ສາມາດຕົກລົງອອກເປັນມະຕິຄະນະປະຈໍາສະພາແຫ່ງຊາດ 83 ສະບັບ.
3) ຄະນະປະຈໍາສະພາແຫ່ງຊາດ ໄດ້ພິຈາລະນາຮັບຮອງເອົາການສັບຊ້ອນ, ຍົກຍ້າຍ ແລະ ແຕ່ງຕັ້ງບຸກຄະລາກອນຂອງລັດ ຖະບານ ຕາມການສະເໜີຂອງນາຍົກລັດຖະມົນຕີ ແລະ ບຸກຄະລາກອນຂອງສະພາແຫ່ງຊາດ ທັງໝົດ 20 ທ່ານ, ຍິງ 3 ທ່ານ ໃນນີ້, ຮັບຮອງເອົາການສະເໜີແຕ່ງຕັ້ງ ແລະ ຍົກຍ້າຍບຸກຄະລາກອນຂອງລັດຖະບານ 8 ທ່ານ ແລະ ຮັບຮອງເອົາການສະເໜີຍົກ ຍ້າຍ, ແຕ່ງຕັ້ງບຸກຄະລາກອນຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ 12 ທ່ານ, ຍິງ 3 ທ່ານ.
3. ດ້ານການຕິດຕາມກວດກາ
1) ຄະນະປະຈໍາ ແລະ ບັນດາກໍາມາທິການຂອງສະພາແຫ່ງຊາດ ໄດ້ລົງເຄື່ອນໄຫວຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍ, ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ແລະ ດໍາລັດ 280/ລບ ວ່າດ້ວຍຊັບສິນທີ່ຖືກຍຶດ, ອາຍັດ ແລະ ຮິບຂອງກາງຄະດີເປັນຂອງລັດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ຕິດພັນກັບວາລະແຫ່ງຊາດ; ການຈັດຕັ້ງປະຕິບັດໂຄງການທົດລອງຂຸດຄົ້ນແຮ່ທາດ ແລະ ຊຸກຍູ້ສົ່ງເສີມການຜະລິດຊົມໃຊ້ພາຍໃນ ເພື່ອຫຼຸດຜ່ອນການນໍາເຂົ້າ, ບັນດາໂຄງການຈຸດສຸມວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄດ້ 19 ຄັ້ງ.
2) ໄດ້ຮັບຄໍາສະເໜີຂອງປະຊາຊົນຜ່ານໂທລະສັບສາຍດ່ວນ ໃນໄລຍະດໍາເນີນກອງປະຊຸມສະໄໝສາມັນເທື່ອ 6 ຈໍານວນ 595 ສາຍ, ສັງລວມໄດ້ 462 ເລື່ອງ ແລະ ສົ່ງໃຫ້ກະຊວງ, ອົງການ ແລະ ພາກສ່ວນກ່ຽວຂ້ອງ 30 ພາກສ່ວນ.
3) ໄດ້ຮັບຄໍາສະເໜີ, ຄໍາຮ້ອງຂໍຄວາມເປັນທໍາຂອງພົນລະເມືອງ ລວມທັງໝົດ 880 ເລື່ອງ, ສາມາດພິຈາລະນາ ແລະ ສົ່ງໃຫ້ພາກສ່ວນຕ່າງໆ 272 ເລື່ອງ, ຍັງຄ້າງ 608 ເລື່ອງ; ຕ້ອນຮັບ ແລະ ໃຫ້ຄໍາປຶກສາແກ່ປະຊາຊົນ 51 ຄັ້ງ.
4. ການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ
1) ໄດ້ຊີ້ນໍາການສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ພະນັກງານ-ລັດຖະກອນ ທັງສູນກາງ ແລະ ທ້ອງຖິ່ນ ດ້ວຍການຈັດຕັ້ງເຝິກອົບຮົມ, ສໍາມະນາໃນຫົວຂໍ້ຕ່າງໆ 49 ຄັ້ງ.
2) ເອົາໃຈໃສ່ຊີ້ນໍາວຽກງານປັບປຸງບຸກຄະລາກອນພາຍໃນສະພາແຫ່ງຊາດ ດ້ວຍການແຕ່ງຕັ້ງ, ຍົກຍ້າຍ, ບັນຈຸ-ສັບ ຊ້ອນ ແລະ ຮັບບຸກຄະລາກອນກົງຈັກເສນາທິການຂອງສະພາແຫ່ງຊາດ ໃນຕໍາແໜ່ງບໍລິຫານປະເພດ 2, 3, 4 ແລະ 5 ເພື່ອຮັບປະກັນການປະຕິບັດໜ້າທີ່ວຽກງານໃຫ້ມີຄຸນນະພາບ.
3) ເອົາໃຈໃສ່ຊີ້ນໍາວຽກງານຄົ້ນຄວ້າ, ສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍຂອງສະພາແຫ່ງຊາດ 14 ສະບັບ ເພື່ອເປັນບ່ອນອີງ ແລະ ຮັບປະກັນການເຄື່ອນໄຫວວຽກງານຕ່າງໆຂອງສະພາແຫ່ງຊາດ; ນອກນັ້ນ, ໄດ້ຊີ້ນໍາການຄົ້ນຄວ້າ ແລະ ກະກຽມຂຽນປຶ້ມປະຫວັດ ຄົບຮອບ 50 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງສະພາແຫ່ງຊາດ ແຫ່ງ ສປປລາວ.
5. ການເຄື່ອນໄຫວວຽກງານຕ່າງປະເທດ
1) ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ໄດ້ເຄື່ອນໄຫວຢ້ຽມຢາມຕ່າງປະເທດ 9 ຄະນະ; ເຂົ້າຮ່ວມກອງປະຊຸມພາກພື້ນ ແລະ ສາກົນ 15 ຄະນະ; ຕ້ອນຮັບຄະນະຜູ້ແທນປະເທດຕ່າງໆ 5 ຄະນະ, ຕ້ອນຮັບແຂກຕ່າງປະເທດ 16 ຄະນະ; ຄົ້ນຄວ້າໃຫ້ຄະນະຜູ້ແທນສະພາແຫ່ງຊາດ ເຂົ້າຮ່ວມງານຕ່າງໆ 6 ຄັ້ງ.
2) ສະພາແຫ່ງຊາດ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມລະດັບຕ່າງໆຢູ່ ສປປລາວ 6 ຄັ້ງ; ອັນພົ້ນເດັ່ນ, ໃນທ້າຍປີ 2024 ພວມຂຸ້ນຂ້ຽວສຸມໃສ່ການກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການເປັນເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງອາຊຽນ (AIPA) ຄັ້ງທີ 45 ແລະ ການກະກຽມກອງປະຊຸມປິ່ນອ້ອມຕ່າງໆໃນຂອບຂອງໄອປາ.
ສໍາລັບແຜນການເຄື່ອນໄຫວວຽກງານແຕ່ນີ້ຮອດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX,ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ໃຫ້ຮູ້ວ່າ:
1. ດ້ານນິຕິບັນຍັດ
1) ຄະນະກໍາມະການລະດັບຊາດ ກະກຽມປະເມີນຜົນ ແລະ ປັບປຸງລັດຖະທຳມະນູນສະບັບປີ 2015 ໃຫ້ມີຄວາມຮັບປະກັນທັນກໍານົດເວລາ;
2) ປັບປຸງ ແລະ ຮຽບຮຽງເນື້ອໃນກົດໝາຍ 13 ສະບັບ ທີ່ໄດ້ຖືກຮັບຮອງເອົາຢູ່ກອງປະຊຸມສະໄໝສາມັນເທື່ອທີ 7;
3) ກະກຽມເນື້ອໃນກົດໝາຍ 8 ສະບັບ ທີ່ຈະສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ໃນນີ້ມີຮ່າງກົດໝາຍສ້າງໃໝ່ 3 ສະບັບ ແລະ ກົດໝາຍປັບປຸງ 5 ສະບັບ;
4) ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດຄໍາແນະນໍາກ່ຽວກັບການສະຫຼຸບການໂຄສະນາເຜີຍແຜ່ກົດໝາຍ ສະ ບັບເລກທີ 01/ຄປຈ, ລົງວັນທີ 03/01/2024 ແລະ ຄຳແນະນຳວ່າດ້ວຍການສ້າງແຜນການສ້າງ ແລະ ປັບປຸງກົດໝາຍ ໄລ ຍະປີ 2026-2030 ສະບັບເລກທີ 03/ຄປຈ, ລົງວັນທີ 05/01/2024;
5) ຈັດຕັ້ງປະເມີນຜົນການຈັດຕັ້ງປະຕິບັດກົດໝາຍໃນຂົງເຂດວັດທະນະທຳ-ສັງຄົມ 4 ສະບັບຄື: ກົດໝາຍວ່າດ້ວຍການສຶກສາ, ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ, ກົດໝາຍວ່າດ້ວຍແຮງງານ ແລະ ກົດໝາຍວ່າດ້ວຍປ້າຍ;
6) ຈັດຕັ້ງການເຜີຍແຜ່ໂຄສະນາກົດໝາຍ ແລະ ການອອກເປັນນິຕິກໍາໃຕ້ກົດໝາຍ;
7) ເອົາໃຈໃສ່ຄົ້ນຄວ້າຕີຄວາມໝາຍ ຫຼື ອະທິບາຍລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງ ແລະ ການຄົ້ນຄວ້າໃຫ້ສັດຕະຍາບັນແກ່ສົນທິສັນຍາ-ສັນຍາສາກົນ ທີ່ ສປປລາວ ເປັນພາຄີ.
2. ດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ
1) ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ປະຈຳປີ 2024 ແລະ ແຜນການປະຈໍາປີ 2025;
2) ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2024 ແລະ ແຜນການປະຈໍາປີ 2025 ຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ, ອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ;
3) ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະ ຈຳປີ 2023 ຂອງອົງການກວດສອບແຫ່ງລັດ, ບົດລາຍງານຜົນການກວດກາຕາມຜົນການກວດສອບປີ 2022 ຂອງອົງການກວດກາແຫ່ງລັດ;
4) ບົດລາຍງານການຈັດຕັ້ງປະຕິບັດວຽກງານ 3 ສ້າງ;
5) ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ປະຈໍາປີ 2024 ແລະ ແຜນການເຄື່ອນໄຫວວຽກງານປະຈໍາປີ 2025;
6) ບົດລາຍງານການປັບປຸງລັດຖະທໍາມະນູນ ສະບັບປີ 2015 ແລະ ພິຈາລະນາ, ຮັບຮອງເອົາບັນດາຮ່າງກົດໝາຍ 8 ສະບັບ.
3. ດ້ານການຕິດຕາມກວດກາ
1) ຕິດຕາມກວດກາການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາແຜນພັດ ທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ປະຈຳປີ 2024;
2) ຕິດຕາມກວດກາການຈັດຕັ້ງປະຕິບັດແຜນການເຄື່ອນໄຫວຽກງານຂອງສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ອົງການສືບສວນ-ສອບສວນ ແລະ ອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ;
3) ຕິດຕາມກວດກາດ້ວຍການດໍາເນີນກອງປະຊຸມຮ່ວມລະຫວ່າງຄະນະປະຈໍາສະພາແຫ່ງຊາດ ກັບຄະນະລັດຖະ ບານ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ;
4) ຮັບ ແລະ ພິຈາລະນາຄຳສະເໜີ, ຄໍາຮ້ອງຂໍຄວາມເປັນທຳຂອງປະຊາຊົນ.
4. ການເຄື່ອນໄຫວວຽກງານປິ່ນອ້ອມ
1) ເອົາໃຈໃສ່ຍົກສູງຂີດຄວາມສາມາດໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ເສນາທິການ ໃຫ້ບັນລຸຕາມແຜນການທີ່ວາງໄວ້;
2) ກະກຽມວຽກງານການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ III;
3) ກະກຽມເປັນເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ແລະ ກອງປະຊຸມປິ່ນອ້ອມຕ່າງໆໃນຂອບ AIPA ຢູ່ ສປປລາວ.