
ໃນລະຫວ່າງວັນທີ 19-23 ກຸມພາ 2024 ທ່ານ ທອງໄຊ ທໍ່ຈົງເລຍຈີ ຄະນະປະຈຳສະພາປະຊາຊົນແຂວງ, ປະທານຄະນະກຳມະການເສດຖະກິດແຜນການ ແລະ ການເງິນ ສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງແບງ ແລະ ທ່ານ ຄຳພອນ ພິມມະລາດ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງແບງ, ຮອງເລຂາພັກເມືອງ ປະທານກວດກາພັກລັດເມືອງ, ໄດ້ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ຈຳນວນ 10 ບ້ານຄື: ບ້ານ ນ້ຳປໍ, ບ້ານ ນ້ຳຕຸຍ, ບ້ານ ກ່ຳ, ບ້ານ ຕັງດູ, ບ້ານ ປ້ອມ, ບ້ານ ບົງ, ບ້ານ ມາງ, ບ້ານ ນາງົວ, ບ້ານ ຜາແກ້ວ ແລະ ບ້ານ ພູລຸ້ງ ມີຜູ້ເຂົ້າຮ່ວມທັງໝົດ 658 ທ່ານ, ຍິງ 279 ທ່ານ.




ໃນພິທີ, ໄດ້ຮັບການລາຍງານຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະຜ່ານມາຂອງບ້ານ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ຫຼັງຈາກນັ້ນ, ບັນດາທ່ານ ສະມາຊິກສະພາປະຊາຊົນແຂວງຊຸດທີ II ປະຈຳເຂດເລືອກຕັ້ງເມືອງແບງໄດ້ພັດປ່ຽນກັນເຜີຍແຜ່ເນື້ອໃນຜົນສຳເລັດກອງປະຊຸມສະໄໝສາມັນທີ່ 06 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງຊຸດທີ II ເພື່ອໃຫ້ຜູ້ເຂົ້າຮ່ວມຮັບຮູ້ ແລະ ເຂົ້າໃຈວ່າ 2 ກອງປະຊຸມດັ່ງກ່າວໄດ້ພິຈາລະນາຮັບຮອງເອົາບັນຫາສຳຄັນ, ບັນຫາພື້ນຖານຂອງປະເທດຊາດ, ຂອງແຂວງ, ຂອງເມືອງແນວໃດ ແລະ ບັນຫາສຳຄັນອື່ນໆ.
ພ້ອມນັ້ນ, ໃນພິທີໄດ້ຮັບຟັງຄຳຄິດເຫັນ ແລະ ຄຳສະເໜີຂອງບັນດາທ່ານທີ່ເຂົ້າຮ່ວມ, ຕໍ່ກັບຄຳສະເໜີເຫຼົ່ານັ້ນ ສະມາຊິກສະພາປະຊາຊົນແຂວງໄດ້ຊີ້ແຈ້ງກັບທີ່ແລ້ວ, ສວນບາງບັນຫາທີ່ຍັງບໍ່ທັນກະຈ່າງແຈ້ງແມ່ນໄປນຳຄົ້ນຄ້ວາໃນກອງປະຊຸມຄະນະປະຈຳສະພາປະຊາຊົນແຂວງ ແລະ ສົງໃຫ້ພະແນກການ, ອົງການທີ່ກ່ຽວຂ້ອງພິຈາລະນາ ແລະ ແກ້ໄຂຕາມພາລະບົດບາດຂອງໃຜລາວ.
ຂ່າວ: ສະພາປະຊາຊົນແຂວງ.